ວັນທີ 27 ພະຈິກນີ້ອົງການສະຫະປະຊາຊາດປະຈຳລາວໄດ້ເປີດງານວາງ ສະແດງຮູບພາບ ຈຸດສຸມຂອງລາວຂຶ້ນ,
ຢູ່ ຮ້ານ I-catgallery, ນະຄອນຫຼວງ ວຽງ ຈັນ, ໂດຍການເຂົ້າຮ່ວມຂອງທ່ານ ມິງຟາມ. ຜູ້ປະສານງານອົງການສະຫະປະ
ຊາ ຊາດປະຈຳລາວ, ທ່ານ ອະນຸພາບ ວົງໜໍ່ແກ້ວ, ຮອງຫົວໜ້າກົມຈັດຕັ້ງສາກົນກະ ຊວງການຕ່າງປະເທດ
ແລະ ເຈົ້າຂອງ ຮູບພາບເຂົ້າຮ່ວມຈຳນວນຫຼາຍ.
ທ່ານ ມິງຟາມ ກ່າວວ່າ: ບັນດາຮູບພາບທີ່ນຳມາສະແດງແມ່ນລ້ວນ ແລ້ວແຕ່ໄດ້ຮັບການຄັດເລືອກຈາກການປະ
ກວດຮູບຖ່າຍ “ຈຸດສຸມລາວ” ກັບພາບ MDGs່ ຈາກການຈັດແຂ່ງຂັນໃນ ເດືອນກັນຍາທີ່ຜ່ານມາ, ການປະກວດຮູບຖ່າຍ
ດັ່ງກ່າວຖືເປັນໂອກາດໃນການຕັ້ງຄຳຖາມຕໍ່ປວງຊົນວ່າ: ການພັດທະນາສຳລັບ ທ່ານແລ້ວໝາຍຄວາມວ່າແນວໃດ
ແລະ ເພື່ອ ເຮັດໃຫ້ຄົນຄິດເຖິງບັນຫາດັ່ງກ່າວນີ້ເປັນສິ່ງສຳຄັນ, ເນື່ອງຈາກວ່າການທີ່ຈະ ບັນລຸເປົ້າໝາຍສະຫັດສະຫວັດໄດ້ນັ້ນແມ່ນຈຳ
ເປັນຕ້ອງມີການເຮັດວຽກຮວ່ມກັນຈາກ ຫຼາຍພາກສ່ວນ, ເຊິ່ງປະຊາຊົນລາວ
ເອງກໍ່ມີສ່ວນຮ່ວມບໍ່ໜ້ອຍເຊັ່ນກັນ
ແລະ ຕົນ ກໍມີຄວາມປະທັບໃຈຫຼາຍຕໍ່ກັບພອນສະຫວັນຂອງບັນດາຊ່າງພາບຜູ້ໜຸ່ມນ້ອຍ ທັງຫຼາຍທີ່ມີຄວາມສຳນຶກຄິດເຂົ້າໄປໃນການ
ຖ່າຍຮູບພາບເຫຼົ່ານີ້ອອກມາ.
ທ່ານ ຮອງຫົວໜ້າກົມຈັດ ຕັ້ງສາກົນກະຊວງການຕ່າງປະເທດກ່າວຕື່ມວ່າ:
ຂ້າພະເຈົ້າມີຄວາມດີໃຈທີ່ໄດ້ຮັບຮູ້ເຖິງ ແນວຄວາມຄິດຂອງສາທາລະນະຊົນຕໍ່ເປົ້າໝາຍສະຫັດສະຫວັດດ້ານການພັດທະນາຜ່ານການເຂົ້າຮ່ວມການປະກວດຮູບຖ່າຍຂອງພວກເຂົາ,
ເນື່ອງຈາກກຳນົດຂອງ MDG ແມ່ນຈະສິນສຸດໃນ ປີ 2015 ທີ່ຈະມາເຖິງ, ດັ່ງນັ້ນ ການມີສ່ວນຮ່ວມຂອງທຸກພາກສ່ວນເປັນ ສິ່ງສຳຄັນຫຼາຍໃນການເຂົ້າເຖິງເປົ້າໝາຍຂອງການພັດທະນາດັ່ງກ່າວຊຶ່ງເປັນທີ່ຫຍອມຮັບຂອງສາກົນ.
No comments:
Post a Comment