ໃນວັນທີ 27 ພະຈິກນີ້, ຢູ່ສະມາຄົມນັກຂ່າວແຫ່ງ
ສປປ ລາວ ນະຄອນ ຫລວງວຽງຈັນ ໄດ້ມີກອງປະຊຸມພົບປະສອງ ຝ່າຍລະຫວ່າງສະມາຄົມນັກຂ່າວແຫ່ງ ສປປ
ລາວ ນຳໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມ ນັກຂ່າວພ້ອມ ຄະນະ ແລະ ທ່ານ ຊິວ ໄຮຫລີ
(QUI HAILI) ຮອງບັນນາທິການສະຖານີວິທະ ຍຸປະຊາຊົນແຂວງເຮີນານ ສປ ຈີນ ທັງເປັນຄະນະປະຈຳສະມາຄົມນັກຂ່າວແຫ່ງ
ສປ ຈີນ ໃນໂອກາດໄດ້ນຳຄະນະເດີນທາງະເທດແລ້ວຍັງເປັນການປະກອບສ່ວນສຳຄັນໃນການເພີ່ມທະວີການ ພົວພັນຮ່ວມມືຮອບ ດ້ານລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ງອກງາມເບັ່ງບານຍິ່ງຂຶ້ນ ແລະ ຮອງປະທານສະມາ ຄົມນັກຂ່າວລາວໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງສື່ມວນຊົນລາວ ໂດຍຫຍໍ້ວ່າ: ຕະຫລອດໄລຍະຜ່ານມາ,
ສື່ມວນຊົນລາວໄດ້ມີບາດກ້າວ
ເຕີບ ໃຫຍ່ຂະຫຍາຍຕົວນັບທັງດ້ານປະລິມານ ແລະ ຄຸນນະພາບ, ປັດຈຸບັນມີຫລາຍກວ່າ 50 ອົງການສື່
ແລະ ມີສະມາຊິກຫລາຍກວ່າ 1 ພັນຄົນ ຈາກອົງການສື່ຂອງພາກລັດ ແລະ ເອກະຊົນ. ນອກຈາກນີ້ ພະນັກງານສື່ ມວນຊົນລາວກໍໄດ້ຮັບການຍົກລະດັບດ້ານວິຊາສະເພາະຂອງຕົນຢ່າງເປັນປະຈຳເພື່ອປະກອບສ່ວນສຳຄັນໃນການ ໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ,
ລະບຽບກົດໝາຍຂອງລັດ, ສະພາບການພັດທະນາເສດຖະກິດຂອງ ປະ ເທດ ແລະ ເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດເວົ້າ
ລວມ, ເວົ້າສະເພາະແມ່ນປະກອບ ສ່ວນເຂົ້າໃນວຽກງານສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຂະນະດຽວກັນ, ທ່ານ ຊິວໄຮຫລີ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງຄະນະສະມາຄົມນັກຂ່າວລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະໃນການ
ເດີນທາງມາຢ້ຽມຢາມເທື່ອນີ້, ພ້ອມກັບລາຍງານໂດຍຫຍໍ້ສະພາບການເຕີບໃຫຍ່ຂະຫຍາຍຕົວຂອງຂົງເຂດວຽກງານສື່ມວນ ຊົນຈີນ
ວ່າ: ປັດ ຈຸບັນ, ສະມາຄົມນັກຂ່າວຈີນມີການພົວພັນຮ່ວມມືກັບສະມາຄົມນັກຂ່າວ 100 ກວ່າປະເທດໃນໂລກ
ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ວຽກງານວິຊາສະເພາະດ້ານການຂ່າວ, ສະມາຄົມນັກຂ່າວຈີນມີຫລາຍກວ່າ
200 ອົງການສື່ ແລະ ມີຜູ້ເຮັດວຽກສື່ປະມານ 1 ລ້ານກວ່າຄົນ ໃນນີ້ມີຜູ້ຖືບັດສະມາຊິກ 5 ແສນກວ່າຄົນ.
ນັບແຕ່ ສປ ຈີນ ມີນະໂຍບາຍເປີດປະຕູສູ່ສາກົນ, ສື່ມວນຊົນຂອງຈີນໄດ້ປະກອບສ່ວນສຳຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ
ແລະ ລັດຖະບານ ແລະ ສະພາບການພັດທະນາເສດຖະກິດຂອງປະເທດແຕ່ລະ ໄລຍະ, ວຽກງານສື່ມວນຊົນຂອງຈີນ ໄດ້ຖືສຳຄັນໃນຫລັກການທີ່ວ່າ:
“ຍ່າງໄປ” ໝາຍວ່າ: ສື່ມວນຊົນຕ້ອງຍ່າງອອກຈາກຫ້ອງການເພື່ອເບິ່ງ ໂລກພາຍນອກ, ເບິ່ງສະພາບການພັດທະນາ,
ການດຳລົງຊີວິດ ແລະ ການຜະລິດຂອງປະຊາຊົນຕົວຈິງເພື່ອນຳເອົາບົດຮຽນ, ເຕັກນິກຈາກສາ ກົນ ແລະ
ພາຍໃນມານຳສະເໜີເພື່ອໃຫ້ມີການປ່ຽນແປງທີ່ດີຂຶ້ນ.
ໃນລະຫວ່າງການພົບປະນັ້ນ, ສອງຝ່າຍກໍໄດ້ມີການແລກປ່ຽນບົດຮຽນໃນດ້ານຕ່າງໆກ່ຽວກັບການພັດທະນາສື່ ມວນຊົນໃນຕໍ່ໜ້າໂດຍສະເພາະໄດ້ລົງເລິກການຂະຫຍາຍຕົວໄວຂອງສື່ອອນລາຍທີ່ມີຜົນກະທົບຕໍ່ສື່ສິ່ງພິມ ເຊິ່ງບັນຫານີ້ທັງສອງ ຝ່າຍເຫັນວ່າຈະຕ້ອງເພີ່ມທະ
ວີການຍົກສູງຄຸນນະພາບຂອງສື່ສິ່ງພິມໃຫ້ດີກວ່າເກົ່າລົງເລິກຂຽນບົດວິເຄາະວິຈານເຫດ ການຕ່າງໆທີ່ເກີດຂຶ້ນໃຫ້ເລິກເຊິ່ງເພື່ອຕອບສະໜອງ
ຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ທັນເວລາ.
No comments:
Post a Comment