ເຖິງວ່ານຳໃຊ້ມາໄດ້
9 ປີແລ້ວ ສຳລັບກົດໝາຍວ່າດ້ວຍການທ່ອງທ່ຽວ, ແຕ່ພາກ ສ່ວນກ່ຽວຂ້ອງຍັງເຫັນວ່າບໍ່ດີພໍກັບເງື່ອນໄຂປັດຈຸບັນ ແລະ ໄດ້ປັບປຸງໃໝ່ຫລາຍຈຸດ
ເພື່ອເຮັດໃຫ້ກົດໝາຍດັ່ງ ກ່າວສາມາດເປັນແມ່ແຮງໃນການດຶງດູດສົ່ງເສີມ
ແລະ ສ້າງຄວາມເຊື່ອໝັ້ນຕໍ່ນັກທ່ອງທ່ຽວ ທັງຮັບປະ ກັນໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຜົນປະໂຫຍດສູງສຸດຈາກການທ່ອງທ່ຽວເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຕາມເປົ້າໝາຍທີ່ລັດວາງໄວ້.
ທ່ານ ສາສະດາຈານ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນສະເໜີຮ່າງກົດ
ໝາຍວ່າດ້ວຍທ່ອງທ່ຽວສະບັບປັບປຸງໃໝ່ຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ
ຊຸດທີ VII ໃນວັນທີ 24 ກໍລະກົດນີ້ວ່າ: ນັບແຕ່ປີ 1990 ເຖິງປີ 2012
ຈຳນວນນັກທ່ອງທ່ຽວທີ່ເຂົ້າມາລາວມີອັດ ຕາເພີ່ມຂຶ້ນສະເລ່ຍ
20,36% ຕໍ່ປີ, ໃນປີ 2012
ມີນັກທ່ອງທ່ຽວເຂົ້າມາຈຳນວນ 3,3 ລ້ານກວ່າຄົນ,
ສ້າງລາຍຮັບປະມານ 513 ລ້ານກວ່າໂດລາສະຫະລັດ,
ຈຳ ນວນບໍລິສັດທ່ອງທ່ຽວເພີ່ມຂຶ້ນເປັນ 275
ບໍລິສັດ, ໂຮງແຮມ, ເຮືອນພັກກໍມີການຂະຫຍາຍຕົວເຊັ່ນດຽວກັນ
ຄືຮອດປີ 2012 ມີ 3.526 ແຫ່ງ, ຈຳນວນຫ້ອງນອນມີ 35.857
ຫ້ອງ, ແຫລ່ງ ທ່ອງທ່ຽວມີ 1.493 ແຫ່ງ. ນອກ ຈາກນັ້ນ ກໍມີດ່ານ 21 ແຫ່ງ ທີ່ສາມາດເອົາວິຊາກັບດ່ານໄດ້.






