Ad

Ad

20 May 2014

ພິທີ​ຊາ​ປະ​ນະ​ກິດ​ສົບ​ການ​ນຳ​​ທີ່​ເສຍຊີວິດຈາກ​ອຸບັດ​​ເຫດ​ເຮືອບິນ​ຕົກຈັດ​ຂຶ້ນຢ່າງ​ສົມ​ກຽດ



      ເວລາ 13 ໂມງ 00 ນາທີ ຂອງວັນ​ທີ 19 ພຶດສະພາ 2014 ນີ້ ນະຄອນຫລວງ​ວຽງ​ຈັນ​ ໄດ້​ມີ​ພິທີ​ຊາ​ປະ​ນະກິດ​ສົບຢ່າງ​ສົມ​ກຽດ​ໃຫ່​ແກ່​ບັນດາ​ສະຫາຍ​ການ​ນຳ​ ທີ່​ເສຍຊີວິດຈາກ​ອຸບັດ​ເຫດ​ເຮືອບິນ​ຕົກ​ໃນ​ວັນ​ທີ 17 ພຶດສະພາ 2014 ທີ່​ແຂວງ​ຊຽງ ຂວາງ ​ໃນ​ລະຫວ່າງ​ການ​ໄປ​ປະຕິບັດໜ້າທີ່ ຊຶ່ງ​ປະກອບ​ມີ​ສະຫາຍ ພົນ​ໂທ ດວງ​ໃຈ ພິຈິດ ອະດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ອະດີດຮອງນາຍົກລັດຖະ ມົນຕີ ອະດີດ​ລັດຖະມົນ ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ; ສະຫາຍ​ ດຣ. ທອງ​ບັນ ແສງ​ອາ ພອນ ອະດີດເລຂາທິການສູນກາງພັກ, ອະດີດລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ; ສະຫາຍ ​ສຸກັນ ມະຫາລາດ ອະດີດເລຂາທິການສູນກາງພັກ, ອະດີດເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ສະຫາຍ ເຈືອງ ສົມບູນຂັນ  ອະດີດເລ ຂາທິການສູນກາງພັກ, ອະດີດຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ.
     ສຳລັບພິທີຊາປະນະກິດສົບຂອງສະຫາຍ ພົນໂທ ດວງໃຈ ພິຈິດ ແລະ ພັນລະຍາ ທ່ານ ພັນໂທ ນາງ ທັນດາ ພິຈິດ ໄດ້ຈັດ ຂຶ້ນທີ່ເດີ່ນສະໜາມຫລວງໂດຍ​ມີ​ ສະຫາຍ ຈູມ​ມາລີ ໄຊຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ ປະເທດ ແຫ່ງ ສປປ ລາວ,  ສະຫາຍ ບຸນຍັງ ວໍລະຈິດ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານ ປະເທດ,
ສະຫາຍນາງປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງ​ສິງ ທຳ​ມະ​ວົງ ກຳ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ​ ແຫ່ງ ສປປ.ລາວ​, ມີ​ບັນດາສະຫາຍ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ກຳ ມະການ​ສູນ​ກາງ​ພັກ, ມີບັນດາການນຳ ພັກ-ລັດ,  ນາຍ ​ແລະ ພົນທະຫານ, ນາຍ ​ແລະ ພົນ​ຕຳຫລວດ ພ້ອມ​ດ້ວຍຄອບຄົວ ແລະ ຍາດຕິພ່ີນ້ອງເຂົ້າຮ່ວມ.
     ສ່ວນພິທີຊາປະນະກິດສົບຂອງ ສະຫາຍ ດຣ ທອງບັນ ແສງອາພອນ ແລະ ສະຫາຍ ສຸກັນ ມະຫາລາດ ໄດ້ຈັດຂຶ້ນທ່ີ​ວັດ​ເທບ​ນີມິດ (ທາດ​ຝຸ່ນ) ໂດຍມີສະຫາຍ ບຸນຍັງ ວໍລະຈິດ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະ ເທດ, ສະຫາຍອາຊາງ ລາວລີ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນ ກາງພັກ ປະທານຄະນະກວດກາສູນກາງພັກ, ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການ ເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາການນຳ ພັກ-ລັດ,  ນາຍ ​ແລະ ພົນທະ ຫານ, ນາຍ ​ແລະ ພົນ​ຕຳຫລວດ ພ້ອມ​ດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງເຂົ້າຮ່ວມ.
      ສະເພາະພິທີຊາປະນະກິດສົບ ສະຫາຍ ເຈືອງ ສົມບູນຂັນ ໄດ້ຈັດຂຶ້ນທີ່ວັດບ້ານຕານມີໄຊ ໂດຍມີສະ ຫາຍ ຈູມ​ມາລີ ໄຊຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ, ສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການກົມ ການເມືອງສູນກາງພັກ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ມີບັນດາກຳມະການ​ສູນ​ກາງ​ພັກ, ບັນດາການ ນຳພັກ-ລັດ,  ບັນດານາຍ ​ແລະ ພົນທະຫານ, ນາຍ ​ແລະ ພົນ​ຕຳຫລວດ ພ້ອມ​ດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງເຂົ້າຮ່ວມ.

No comments:

Post a Comment