Ad

Ad

23 July 2014

ລັດຖະມົນຕີ​ສາທາຕອບຂໍ້​ຂ້ອງ​ໃຈສະມາຊິກ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​ສຸມ​ໃສ່​ຕ້ານ​ໄຂ້ຍຸງ​ລາຍ​



     ການຕ້ານ​ພະຍາດ​ໄຂ້ຍຸງ​ລາຍ ​ແລະ ບັນຫາ​ການ​ປະກັນ​ສັງຄົມ ແມ່ນ​ໜຶ່ງ​ໃນ​ບັນດາ​ຂໍ້​ຂ້ອງ​ໃຈ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ​ໄດ້​ສະ​ເໜີ​ໃຫ້​ລັດຖະມົນຕີ​ວ່າການກະຊວງ​ສາທາລະນະ​ສຸກ ທ່ານ ສຈ. ດຣ ເອກສະ ຫວ່າງ ວົງ​ວິຈິດ ​ໄດ້​ເຂົ້າ​​ຊີ້​ແຈງ​ອະທິບາຍ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຕໍ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ​ໃນ​ອາທິດ​ທີ່​ຜ່ານ​ມາ​, ​ໂດຍ​ທ່ານ​ ລັດຖະມົນຕີ​ ໄດ້​ໃຫ້​ຄຳ​ອະ ທິບາຍ​ແບບ​ກົງ​ໄປ​ກົງ​ມາ​ຕໍ່​ວຽກ​ງານ​ນີ້, ຊຶ່ງ​ຜ່ານ​ມາ​ໄດ້ເກີດ​ມີ​ຫາງ​ສຽງ​ຈົ່ມ​ວ່າ​ຈາກ​ສັງຄົມ​ເປັນບໍ່​ໜ້ອຍ.
     ທ່ານ ລັດຖະມົນຕີ ສຈ. ດຣ ເອກສະຫວ່າງ ວົງ​ວິຈິດ ​ໄດ້​ຊີ້​ແຈງ​ວ່າ: ການລະບາດ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ ​ແມ່ນ​ພົວພັນ​ເຖິງ​ຫລາຍ​ປັດ​ໄຈ​ເຊັ່ນ: ຄວາມ​ໜາ​ແໜ້ນ​ຂອງ​ຍຸງ, ຄວາມ​ແອ​ອັດ ຫລື ໜາ​ແໜ້ນ​ຂອງ​ປະຊາຊົນ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງທີ່​ອຳນວຍ​ໃຫ້ການ​ຂະຫຍາຍຕົວ​ຂອງ​ຍຸງ, ການ​ເຄື່ອນ​ຍ້າຍ​ຂອງ​ປະຊາຊົນ, ບ່ອນ​ວາງ​ໄຂ​ຂອງ​ຍຸງ​ມີ​ຫລາຍ​ ​ໂດຍ​ສະ​ເພາະ​ລະດູຝົນ. ດ້ວຍ​ເຫດຜົນ​ທີ​່ວ່າ​ໄຂ້ຍຸງ​ລາຍ ​ເປັນ​ພະຍາດ​ທີ່​ເກີດ​ຈາກ​ຍຸງ​ເປັນ​ພາຫະນະ​ນຳ​ເຊື້ອ ​ແລະ ການ​ທີ່​ຈະ​ກຳຈັດ​ຍຸງ ຫລື
ໜອນ​ນ້ຳຂອງ​ຍຸງ, ຈຶ່ງ​ເປັນ​ບັນຫາ​ທີ່​ຫຍຸ້ງຍາກ ​ເພາະ​ຕ້ອງ​ອາ​ໄສ​ການ​ຮ່ວມ​ມື​ທຸກ​ພາກສ່ວນ ໃນ​ສັງຄົມ​ເພື່ອ​ຊ່ວຍ​ໃນ​ການ​ຫລຸດ ຜ່ອນ ຫລື ທຳລາຍ​ປັດ​ໃຈ​ຕ່າງໆ​ໃນ​ການ​ແຜ່ຜາຍ​ຂອງ​ຍຸງ ລາຍ. ເຖິງ​ຢ່າງ​ໃດ​ກໍ​ດີການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ໃນ​ການຕ້ານ​ພະ ຍາດ​ດັ່ງກ່າວ ນັບ​ວ່າ​ມີ​ຄວາມ​ຫຍຸ້ງຍາກ​ສົມຄວນ​, ຜ່ານ​ມາ​ກະ ຊວງ​ສາທາລະນະ​ສຸກ ​ໄດ້​ມີ​ນະ​ໂຍບາຍ​ໃນ​ການ​ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ໄຂ້ຍຸງ​ລາຍ​ດ້ວຍ​ວິທີການ​ຕ່າງໆຄື: ຫັນ​ເອົາ​ວຽກ​ງານ​ຕິດຕາມໜອນ​ນ້ຳ​ຍຸງ​ລາຍ ໃນ​ແຕ່ລະ​ຄຸ້ມ​ບ້ານ ໃຫ້ກາຍ​ເປັນ​ວຽກ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ບ້ານ, ໂດຍ​ໃຫ້​ປະ ຊາຊົນ​ແຕ່​ລະ​ຄອບຄົວ​ມີ​ສ່ວນ​ຮ່ວມ; ລັດຖະບານ​ກໍ​ຄື​ຄະນະ​ກຳ ມະການ​ແຫ່ງ​ຊາດ ​ໄດ້​ແຈ້ງ​ການ​ຕ້ານ ແລະ ຄວບ​ຄຸມພະ​ຍາດ​ຕິດຕໍ່ ໃຫ້​ອຳນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ເອົາ​ໃຈ​ໃສ່​ຊີ້​ນຳປະຊາຊົນ ກຳຈັດ​ໜອນ​ນ້ຳ ແລະ ທຳລາຍ​​ແຫ​ລ່ງ​ເພາະ​ພັນຂອງ​ຍຸງ​ລາຍ​ເປັນ​ວຽກ​ງານ​ປົກກະຕິ​ໃນ​ການ​ສ້າງ​ແຜນ​ພັດທະນາ​ບ້ານ ພ້ອມ​ນີ້ກໍ​ໄດ້​ພະຍາຍາມ​ຫລຸດ​ຜ່ອນການ​ເສຍ​ຊີວິດດ້ວຍ​ການ​ປັບປຸງການ​ປິ່ນ ປົວ​ໃຫ້​ດີ​ຂຶ້ນ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ ສຸຂະ​ສຶກສາ​ໃຫ້​ປະຊາ ຊົນ​ຮັບ​ຮູ້​ເຖິງ​ວິທີ​ກັນ​ພະຍາດ​ຫລາຍ​ຂຶ້ນ ແລະ ​ເຝົ້າ​ລະວັງ​ຢ່າງ​​ໃກ້​ຊິດ​ຕໍ່​ການ​ເກີດຂອງ​ພະຍາດ​ນີ້.
     ສຳລັບ​ຕໍ່​ຂໍ້​ຂ້ອງ​ໃຈ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນຫາ​ການປະກັນ​ສຸຂະພາບ ທ່ານ​ລັດຖະມົນຕີ ໄດ້​ໃຫ້​ຄຳ​ຊີ້​ແຈງ​ວ່າ: ການ​ປະກັນ​ສຸຂະພາບ ​ແມ່ນ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ​ການ​ບໍລິການ​ສຸຂະພາບ ຢ່າງ​ທົ່ວ​ເຖິງ ​ແລະ ​ເປັນ​ທຳ, ​ແຕ່​ປະ ຕິບັດ​ຕົວ​ຈິງ​ ຍັງ​ມີ​ຫລາຍ​ອັນ​ຫຍຸ້ງ ຍາກ ​ໂດຍ​ສະ​ເພາະ​ການ​ໃຫ້​ບໍລິ ການ​ປິ່ນປົວຈະ​​ໃຫ້​ຖືກ​ໃຈ​ໝົດ​ທຸກ​ຄົນ​ກໍ​ຍັງ​ເປັນ​ບັນຫາ​ເປັນ​ຕົ້ນບັນ​ຫາ​ທີ່​ຕິດ​ພັນ​ກັບ​ການ​ປະກັນ​ສຸຂະ ພາບ​​ຄວາມ​ເຂົ້າ​ໃຈ​ຂອງ​ຜູ້​ໃຫ້​ບໍລິ ການ ແລະ ປະຊາຊົນ ລວມທັງ​ພະນັກງານ​ລັດຖະ ກອນຍັງ​ມີ​ຂໍ້​ຈຳກັດ ​ແລະ ​ໃນ​ລະບົບ​ປະກັນ​ສຸ ຂະພາບ​ເອງ​ກໍ​ມີ​ລະບຽບ​ການສະ​ເພາະ​ອີກ. ປັດຈຸບັນລະບົບ​ປະກັນ​ສຸຂະພາບ​ພາກ​ລັດ (ອປລ) ແລະ ລະບົບ​ປະກັນ​ສຸຂະພາບ​ພາກວິ​ສາ​ຫະກິດ (ອປສ) ຍັງ​ຂື້ນ​ກັບ​ກະ ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ເປັນ​ຜູ້​ຄຸ້ມ​ຄອງ, ກຳນົດ​ລະບຽບ​ນະ​ໂຍບາຍ ຕ່າງໆ ລວມທັງ​ເງິນ​ມອບ​ເໝົາ​ໃຫ້​ໂຮງໝໍ​ລັດສຳລັບ ອປລ ແມ່ນ 85 ພັນ​ກີບ/ຄົນ/ປີ ແລະ ສຳລັບ ອປສ​ແມ່ນ 90 ພັນ​ກີບ/ ຄົນ/ປີ. ຕໍ່​ບັນຫາ​ທີ່​ສະມາຊິກປະກັນ​ສຸຂະພາບ ຫລື ຄົນ​ເຈັບ​ທົ່ວ​ໄປ ບໍ່​ໄດ້​ຮັບ​ການ​ບໍລິການ​ທີ່​ເພິ່ງ​ພໍ​ໃຈ​ນັ້ນ, ທ່ານ​ລັດຖະມົນຕີ ໄດ້ ໃຫ້ການ​ອະທິບາຍ​ວ່າ: ທາງ​ກະຊວງ​ສາທາ​ລະນະ​ສຸກ ​ໄດ້ເອົາ​ໃຈ​ໃສ່​ປັບປຸງ​ສຶກສາ​ອົບຮົມ​ຈັນ​ຍາ​ທຳ ​ແລະ ການ​ບໍລິການ​ໃຫ້​ພະ ນັກງານ​ໂຮງໝໍ ແລະ ​ໃຫ້​ໂຮງໝໍ​ຕ່າງໆມີ​ກ່ອງ​ຮັບ​ຄຳ​ຄິດ​ເຫັນ​ວາງ​ໄວ້ຊຶ່ງ​ສະມາຊິກ​ປະກັນ​ສຸຂະພາບກໍ​ຄື​ປະຊາຊົນມີ​ບັນຫາ​ຂໍ້​ຂ້ອງ​ໃຈ​ສາມາດ​ສົ່ງ​ຂ່າວ​ຜ່ານ​ເຂົ້າ​ຫາ​ຫ້ອງການ​ປະກັນ​ສຸຂະພາບ​ໄດ້ ຫລື​ ຕິດຕໍ່​ໜ່ວຍ​ງານໂດຍ​ກົງ, ​ໂດຍ​ພາກສ່ວນ​ດັ່ງກ່າວ​ພ້ອມ​ທີ່​ຈະ​ຮັບ​ເອົາ​ການ​ຕຳ​ນິສົ່ງ​ຂ່າວ​ຕໍ່​ການ​ໃຫ້​ບໍລິການ​ໄດ້​ທຸກ​ເວລາ.

No comments:

Post a Comment