Ad

Ad

3 February 2015

ເກີດເຫດຍິງກັນຢູ່ໜ້າຮ້ານບັນເທີງແອັດໂຮມ ມີຜູ້ເສຍຊີວິດ 2 ຄົນ



     ໃນອາທິດຜ່ານມາ, ໄດ້ເກີດເຫດກຸ່ມຊາວໜຸ່ມຈຳນວນໜຶ່ງໃຊ້ປືນສັ້ນຍິງກັນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 1 ຄົນ, ຢູ່ໜ້າຮ້ານບັນເທີງແອັດ ໂຮມ, ບ້ານຂຸນຕາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
     ທ່ານ ພັທ ສຸລິວົງ ລາດຊະວົງ ຫົວໜ້າພະແນກສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ໃນເບື້ອງ ຕົ້ນວ່າ: ໃນເວລາປະມານ 00:58 ນາທີ ຂອງວັນທີ 27 ມັງກອນ 2015 ຜ່ານມາ, ໄດ້ມີກຸ່ມຊາວໜຸ່ມປະມານ 10 ກວ່າ ຄົນຂັບຂີ່ລົດຈັກ ເພື່ອຈະມາທ່ຽວຮ້ານບັນເທີງແອັດໂຮມ, ເມື່ອມາຮອດຮ້ານກຸ່ມຊາວໜຸ່ມດັ່ງກ່າວໄດ້ມີປາກສຽງຈົນ ເກີດການວາລະວາດຕີກັນ ເມື່ອເປັນແນວນັ້ນ ພະນັກງານປ້ອງກັນຢູ່ໜ້າຮ້ານບັນເທີງດັ່ງກ່າວໄດ້ອອກມາຫ້າມ ແລະ ໃຫ້ ເຂົາເຈົ້າແຍກໂຕກັນກັບບ້ານ. ແຕ່ເວລາຕໍ່ມາບໍ່ຮອດຊົ່ວໂມງໄດ້ມີຊາວໜຸ່ມຈຳນວນ 2 ຄົນຊ້ອນລົດຈັກກັນກັບຄືນມາ
ຮ້ານບັນເທີງອີກພ້ອມປືນສັ້ນ (K95), ຜູ້ຂັບ ແມ່ນຖ້າຢູ່ລົດ, ສ່ວນຜູ້ຊ້ອນທ້າຍລົງລົດມາແລ້ວຍິງກວາດໄປບໍລິເວນ ໜ້າຮ້ານປະມານ 7-8 ນັດ ແລ້ວຂຶ້ນລົດໜີໄປທາງເຈົ້າຟ້າງຸ່ມ, ເຮັດໃຫ້ມີຜູ້ຖືກຍິງ 3 ຄົນຄື: ທ້າວ ນິດໄຊ ອາຍຸ 34ປີ, ອາຊີບພະນັກງານປ້ອງກັນຢູ່ຮ້ານບັນເທີງ, ຢູ່ບ້ານສາລະຄຳ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ທ້າວ ທອນ ອາຍຸ 38ປີ, ອາຊີບພະນັກງານປ້ອງກັນຢູ່ຮ້ານບັນເທີງ, ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ແລະ ທ້າວ ວິລະກອນ ອາຍຸ 29 ປີ, ອາຊີບພະນັກງານປ້ອງກັນຢູ່ຮ້ານບັນເທີງ, ຢູ່ບ້ານບໍ່ນາງົວ, ເມືອງຈັນທະບູລີ, ທັງ 3 ຄົນໄດ້ຖືກຍິງ ເຂົ້າ ໄປຫລາຍນັດ ເຮັດໃຫ້ທ້າວ ນິດໄຊ ເສຍຊີວິດໃນເວລາຕໍ່ມາ ແລະ ທ້າວ ທອນ ໄດ້ເສຍຊີວິດໃນຕອນເຊົົ້າຂອງວັນທີ 2 ກຸມພານີ້, ສ່ວນທ້າວ ວິລະກອນ ພວມຮັກສາປິ່ນປົວຢູ່ ແລະ ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ເພື່ອສາມາດນຳຈັບຕົວຄາດຕະກອນມາລົງໂທດໃຫ້ໄດ້.

No comments:

Post a Comment