Ad

Ad

3 February 2015

ບຸນນະມັດສະການຜາສາດຫີນວັດພູຈຳປາສັກປະຈຳປີ 2015



ງານບຸນນະມັດສະການຜາສາດຫີນ ວັດພູຈຳປາສັກ ມໍລະດົກລາວ ແລະ ມໍລະດົກໂລກ ປະຈຳ ປີ2015ໄດ້ຈັດຂຶ້ນໃນວັນທີ 1 ກຸມພານີ້, ຊຶ່ງກົງກັບວັນອາ ທິດຂຶ້ນ 13 ຄ່ຳເດືອນ 3 ເພັງ, ເຊິ່ງປີນີ້ ການຈັດງານມີລັກສະນະລຽບງ່າຍແຕ່ມີ ຄວາມເປັນເອກະລັກທາງດ້ານ ວັດທະນະທຳ ແລະ ຮີດຄອງປະເພນີທີ່ເຄີຍ ຈັດມາໃນແຕ່ລະປີ, ໂດຍການເຂົ້າຮ່ວມຂອງທ່ານດຣ ສອນໄຊ ສີພັນດອນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ມີທ່ານດຣ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ມີມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ໜູຈັນ ຈັນທະພົງ ເຈົ້າເມືອງໆຈຳປາສັກ, ຮອງປະທານ ຄະນະກຳມະການ ຈັດງານໃຫ້ຮູ້ວ່າ: ງານບຸນນະ ມັດສະການຜາສາດຫີນວັດພູຈຳປາສັກປີນີ້ແມ່ນຈະໄດ້ດຳເນີນໄປຮອດວັນທີ 3 ກຸມພານີ້,ເຊິ່ງພາຍໃນງານປະກອບມີບັນ ດາກິດຈະກຳຕ່າງໆເປັນຕົ້ນ: ງານຕະຫລາດນັດ ແລະ ງານສະແດງຂາຍສິນຄ້າອຸດສາຫະກຳ, ກະສິກຳ, ຫັດຖະກຳຈາກ
ບັນດາເມືອງ, ບໍລິສັດ, ຮ້ານຄ້າຕ່າງໆທັງພາຍໃນ ແລະ ຕ່າງປະເທດຈຳນວນ 150 ກວ່າຮ້ານ, ນອກນີ້ ກໍຍັງມີການແຂ່ງ ຂັນກິລາພື້ນເມືອງປະເພດຕ່າງໆເປັນຕົ້ນ: ແຂ່ງຂັນເຮືອຊ່ວງ, ຈັບເປັດ ແລະ ອື່ນໆ, ສ່ວນຍາມຄໍ່າຄືນກໍມີການຄົບງັນ ຕາມປະເພນີ ແລະ ຊົມການສະແດງຈາກສິລະປະ, ລຳເລື່ອງ, ຮູບເງົາ ທ້າວຕື້ ແລະ ອື່ນໆ, ສ່ວນມື້ສຸດທ້າຍຂອງ ງານບຸນຕອນເຊົ້າເວລາ 7 ໂມງ ກໍຈະມີການຕັກບາດຖວາຍສັງຄະທານແດ່ພະພິກຂຸສົງ ແລະ ຕອນຄ່ຳເວລາ 19 ໂມງກໍ ຈະມີພິທີແຫ່ທຽນ ແລະໄຕ້ຕະກຽງຈຳນວນ4 ພັນໜ່ວຍບູຊາຜາສາດຫີນວັດພູ ແລະ ໄຫລເຮືອໄຟຢູ່ໜອງສະຕື່ມອີກ.

No comments:

Post a Comment