Ad

Ad

3 February 2015

ຫາລືຄວາມ​ຍືນ​ຍົງ​ຂອງແມ່​ນ້ຳຂອງ



ໃນວັນທີ 2-3 ກຸມພານີ້, ຢູ່​ໂຮງ​ແຮມ​ຈຳປາ​ສັກ​ແກຣນ, ແຂວງຈໍາປາສັກ, ​ໄດ້ຈັດ​ກອງ​ປະຊຸມ​​ເພື່ອ​ນແມ່​ນ້ຳຂອງ​ຕອນ​ລຸ່ມ ສະ​ໄໝ​ພິ​ເສດ ວ່າ​ດ້ວຍ​ຄວາມ​ຍືນ​ຍົງ​ແມ່​ນ້ຳຂອງ​ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ ຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​ຕອນ​ລຸ່ມ-ສ.ອາ​ເມ​ລິ​ກາ (Lower Mekong Initiative-LMI), ໂດຍການ​ເປັນ​ປະ ທານ​ຮ່ວມ​ຂອງທ່ານ ​ສະ​ເຫລີມ​ໄຊ​ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຂອງ ລາວ ແລະ ທ່ານ Thomas A. Shannon ທີ່ປຶກສາພິເສດຂອງລັດຖະມົນຕີຕ່າງປະເທດ ສ.ອາເມລິກາ, ມີ​ບັນດາທ່ານ​ລັດຖະມົນຕີ​, ທູດຕານຸທູດ​ ​ແລະຄະນະ​ຜູ້​ແທນ​ຈາກປະ​​ເທດ​ສະມາຊິກ​ຂອບ ​ກາ​ນຮ່ວມ​ມືຄື: ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຫວຽດນາມ ​ແລະ ສ.ອາ​ເມ​ລິ​ກາ ​ແລະ ເພື່ອນ​ແມ່​ນ້ຳຂອງ​ຕອນ​ລຸ່ມ ​ທີ່​ເປັນຄູ່​ຮ່ວມ​ພັດທະນາ ​ເຊັ່ນ: ຍີ່ປຸ່ນ, ສ.ເກົາຫລີ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ​ສະຫະ​ພາບ​ເອີຣົບ,​​​ ໂຮ​ນລັງ, ດານ​ມາກ, ​ເຢຍລະ​ມັນ, ທະນາຄານ​ໂລກ ​ແລະ ທະນາຄານ​ພັດທະນາ​ອາຊີ ລວມທັງຄະນະ​ຜູ້​ແທນ​ຈາກ​ສູນ​ກາງ ​ແລະ ​ແຂວງ​ຈຳປາ​ສັກ ເຂົ້າ​ຮ່ວມ​.

 ເພື່ອປຶກສາ​ຫາລື​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ພາກ​ພື້ນ​ໃນ​ການ ຮັກສາ​ຄວາມ​ດຸ່ນດ່ຽງ​ຂອງ​​ນ້ຳ, ພະລັງງານ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງອາຫານ ​ແລະ ເພື່ອ​ແລກປ່ຽນ​ບັນດາ​ວິທີ, ປະສົບ​ການ ​ສຳລັບ​ການ​ສົ່ງ​ເສີມ​ການ​ຂະຫຍາຍຕົວ​ຂອງ​​ເສດຖະກິດ​ແບບ​ຍືນ​ຍົງ​ໃນ​ຂະ​ແໜງພະລັງງານ, ນ້ຳ, ການ​ສຶກສາ, ການ​ປະມົງ, ກະສິກຳ ​ແລະ​ ໃນ​ຂົງ​ເຂດ​ການ​ບໍລິຫານ​ຈັດການ​ໂຄງການ. ນອກຈາກນັ້ນ ຍັງ​ໄດ້​ປຶກສາ​ຫາລືກ່ຽວ​ກັບການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ຄວາມ​ຍືນ​ຍົງ​ຂອງ​ສິ່ງ​ແວດ​ລ້ອມ ໂດຍ ສະເພາະ​ຄວາມ​ຍືນ​ຍົງ​ຂອງ​ແມ່​ນ້ຳຂອງ ​ເພື່ອ​ແລກປ່ຽນ​ປະສົບ​ການທີ່ດີ​ ແລະ ບົດຮຽນກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງລະຫວ່າງ​ບັນດາ​ປະ​ເທດ​​ແມ່​ນ້ຳຂອງ ແລະ ຄູ່ຮ່ວມພັດທະນາ.
 ທ່ານ ສະ​ເຫລີມ​ໄຊ​ ກົມມະ​ສິດ ກ່າວວ່າ: ການ​ຊ່ວຍ ​ເຫລືອ​ຂອງ ສ.ອາ​ເມ​ລິ​ກາ ​ແລະ ບັນດາ​ເພື່ອນ​ຂອງ​ແມ່​ນ້ຳຂອງ ​ໃນ​ການ​ພັດທະນາ​ໂຄງການ​ຕ່າງໆ ເຊັ່ນ: ​ໂຄງການ​ເຝິກ​ອົບຮົມ​ພາສາ​ອັງກິດ ​ແລະ ໂຄງການພັດທະນາໂຄງລ່າງພື້ນຖານທີ່ທັນສະໄໝ ຈຳນວນ 3 ໂຄງການ ລວມມູນຄ່າຫລາຍກວ່າ 1,7 ລ້ານໂດລາສະຫະລັດ ເຊິ່ງ​ເປັນ​ໂຄງການພັດທະນາເຂື່ອນໄຟຟ້າ ໂດຍການນຳໃຊ້ເຕັກນິກວິຊາການທີ່ທັນສະໄໝຂອງ ສ.ອາເມລິກາ ເຂົ້າໃນການພັດທະນາເຂື່ອນໄຟຟ້າຂອງ ສປປ ລາວ ໃຫ້ມີຄວາມຍືນຍົງຂຶ້ນຕື່ມ. ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ ແກ່​ບັນດາ​ປະ​ເທດ​​ແມ່​ນ້ຳຂອງ, ສ.ອາ​ເມ​ລິ​ກາ ​ແລະ ​ເພື່ອນ​ຂອງ​ແມ່​ນ້ຳຂອງ​ຕອນ​ລຸ່ມ​ ໃນ​ການ​ປຶກສາ​ຫາລືເພື່ອ​ກຳນົດ​ບັນດາ​​ເປົ້າ​ໝາຍ​ ໃນ​ການພັດທະນາ​ເສດຖະກິດ-ສັງຄົມ​ ໂດຍ​ສະ​ເພາະ​ຂະ​ແໜງ​​ນ້ຳ, ພະລັງງານ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງອາຫານຢູ່​ໃນ​ຂົງ​ເຂດ​ແມ່​ນ້ຳຂອງ​ຕອນ​ລຸ່ມ ​ລວມທັງ ສປປ ລາວ ​​ໃຫ້​ມີ​ຄວາມ​ຍືນ​ຍົງຢ່າງ​ແທ້​ຈິງ.

No comments:

Post a Comment