Ad

Ad

23 March 2015

ປີ 2014 ປະຊາກອນໂລກເພີ່ມຂຶ້ນ 7,2 ຕື້ຄົນ



ໃນວັນທີ 20 ມີນາ 2015 ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງ ວຽງຈັນໄດ້ຈັດກອງປະຊຸມ ເຜີຍແຜ່ຜົນຂອງການທົບທວນການຈັດຕັ້ງປະຕິບັດ ກອງປະຊຸມ ສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ຫຼັງ 20 ປີ, ໂດຍການເຂົ້າຮ່ວມ ຂອງ ທ່ານ ດຣ.ຄຳລຽນ ພົນເສນາ ລັດຖະມົນຕີ ຊ່ວຍວ່າ ການກະຊວງແຜນການ ແລະ ການລົງທຶນ, ທ່ານ ດຣ. ຮັດຊັນ ໂມຕາຊາມິ (Dr. Hassan Mohtashami) ຜູ້ຕາງໜ້າ ຈາກອົງການສະຫະປະຊາຊາດ ກອງທຶນ ສຳລັບປະຊາກອນ (UNFPA).
ທ່ານ ລັດຖະມົນຕີຊ່ວຍວ່າການ ໃຫ້ຮູ້ວ່າ: ໃນປີ  1994 ກອງ ປະຊຸມດັ່ງກ່າວໄດ້ຈັດຂຶ້ນຄັ້ງທຳອິດຢູ່ນະ ຄອນຫຼວງ ຄາຍໂຣ ປະເທດເອຢິບ ຜູ້ແທນຈາກ179 ປະເທດເຂົ້າຮ່ວມ. ເພື່ອປຶກສາຫາລືກັນກ່ຽວກັບບັນຫາປະຊາ ກອນ ແລະ ການພັດ ທະນາ, ຄວາມຄິດເຫັນກ່ຽວກັບວຽກງານປະຊາກອນ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຄວາມສະເໝີພາບ ລະຫວ່າງຍິງຊາຍລວມທັງສິດໃນການວາງແຜນຄອບຄົວເຂົ້າເປັນປັດໄຈສຳຄັນຂອງການພັດທະນາທີ່ຍືນຍົງ. ຫຼັ້ງຈາກ 20 ປີແຫ່ງການດຳເນີນແຜນປະຕິບັດງານຂອງ ICPDໄດ້ຊີ້ໃຫ້ເຫັນເຖິງຄວາມຄືບໜ້າໃນຫຼາຍດ້ານທີ່ເຮັດໃຫ້ຊີວິດການ ເປັນຢູ່
ຂອງປະຊາກອນໂລກດີຂຶ້ນ ແລະ ຍັງໄດ້ສະແດງໃຫ້ເຫັນທ່າອ່ຽງຂອງການພັດທະນາຍັງຕິດ ພັນກັບການປ່ຽນແປງດ້ານປະ ຊາກອນຄື: ປີ 2014 ປະຊາກອນ ໂລກເພີ່ມຂຶ້ນ 7,2 ອັດຕາສ່ວນຂອງປະຊາກອນໄວໜຸ່ມຈະຫຼາຍກວ່າເກົ່າ, ການປ່ຽນແປງ ດ້ານອາຍຸຂອງ ປະຊາກອນໂລກ, ການເຄື່ອນຍ້າຍ ແລະ ການພັດທະນາຂອງຕົວເມືອງທີ່ເພີ່ມຂຶ້ນເລື້ອຍໆ ປະກອບ ກັບ ຄວາມບໍ່ເທົ່າທຽມກັນດ້ານລາຍຮັບ ແລະ ຄວາມຮັ່ງມີ, ຄວາມບໍ່ເທົ່າທຽມກັນດ້ານ ບົດບາດຍິງ-ຊາຍ ແລະ ດ້ານສິດທິ ການເຂົ້າເຖິງສຸຂະ ພາບທາງເພດ ແລະ ສຸຂະພາບ ຈະເລີນພັນຍັງເປັນສິ່ງທ້າທາຍໃນປັດຈຸບັນ. ນອກຈາກນີ້ ທ່ານ ຜູ້ ຕາງໜ້າຈາກອົງການສະຫະປະຊາຊາດ ກອງທຶນສຳ ລັບປະຊາ ກອນ (UNFPA)ໄດ້ໃຫ້ຮູ້ວ່າ: ແຜນການ ICPD  ມີຄວາມກ່ຽວ ພັນຫຼາຍ ຫຼັງຈາກ 20 ປີ ຜ່ານມາ, ປັດຈຸບັນການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ການ ຕອບສະໜອງຕໍ່ຄວາມສະ ເໜີພາບຍິງ-ຊາຍ, ຄວາມເຂັ້ມແຂງ ຂອງແມ່ຍິງ ແລະ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ- ເດັກນ້ອຍນັ້ນໃຫ້ຮັບປະກັນວ່າ ທຸກຄົນສາມາດເຂົ້າເຖິງການດູແລສຸຂະພາບທາງເພດ ແລະ ຈະເລີນພັນໄດ້ທົ່ວເຖິງ, ໂດຍສະເພາະແມ່ນແມ່ຍິງ ແລະ ໄວໜຸ່ມ ເພາະສິ່ງເຫຼົ່ານນີ້ລ້ວນ ແຕ່ມີຄວາມສຳຄັນຕໍ່ການພັດທະນາໃຫ້ກ້າວໄປເຖິງ ຄວາມຍືນຍົງ.

No comments:

Post a Comment