Ad

Ad

23 March 2015

ລາວສະ​ເຫຼີມສະຫຼອງວັນ​ຟຣັງ​ໂກ​ໂຟນີ



ກະຊວງການຕ່າງປະເທດ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາໄດ້​​ຈັດພິທີສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ  ໃນວັນທີ 20 ມີນານີ້,  ຢູ່ມະຫາວິທະຍາໄລແຫ່ງຊາດໂດຍການເຂົ້າຮ່ວມຂອງທ່ານພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ຮັບຜິດ ຊອບວຽກງານຟຣັງໂກໂຟນີ ແລະ ເອກອັກຄະລັດຖະທູດສາທາລະນະລັດຝຣັງປະຈຳລາວ.
ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີ ໃຫ້ຮູ້ວ່າ:  ອົງການຟຣັງໂກໂຟນີສາກົນແມ່ນອົງການຈັດລະຫວ່າງລັດຖະບານ ຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ, ​ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມີນາ 1970 ເພື່ອສ້າງຄວາມສາມັກຄີ, ການຮ່ວມມື ແລະ ການປົກປ້ອງຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ປັດຈຸບັນອົງການດັ່ງກ່າວມີສະມາຊິກທັງໝົດ 80 ປະເທດແລະ ສປປ ລາວໄດ້ຮັບເຂົ້າເປັນສະມາຊິກ​​ໃນປີ 1972 ແລະໄດ້ກາຍເປັນສະມາຊິກສົມບູນໃນວັນທີ 22 ພະຈິກ 1991, ອົງການດັ່ງກ່າວໄດ້ຮ່ວມມືຊ່ວຍເຫຼືອ ສປປ ລາວໃນຫຼາຍດ້ານໂດຍສະເພາະການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນລາວໃນຂະແໜງການສຶກສາ, ສາທາລະນະສຸ, ວັດທະນະທຳແລະ ອື່ນໆ.

ໃນໂອກາດດຽວກັນຍນີ້  ທ່ານ ຫົວໜ້າກົມເອີຣົບ -ອາເມລິກາໄດ້ຂຶ້ນອ່ານສານຂອງ ທ່ານ ນາງ Michaelle Jean ເລຂາທິການໃຫຍ່ຂອງອົງການຟຣັງໂກໂຟນີທີ່ໄດ້ເນາະນຳໃຫ້ການສະເຫຼີມສະຫຼອງວັນດັ່ງ ກ່າວມີຄວາມໝາຍຄວາມສຳຄັນຍິ່ງຂຶ້ນແລະ ຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິນລະປະວັນນະຄະດີຂອງນັກຮຽນ-ນັກສຶກສາ ພາສາຟຣັງແລະ ການວາງສະແດງຮູບພາບການເຄື່ອນໄຫວວຽກງານຂອງຂອງວຽກງານດັ່ງກ່າວອີກດ້ວຍ. 

No comments:

Post a Comment