Ad

Ad

23 March 2015

ນັກທຸລະກິດຈີນຈະລົງທຶນຫລາຍຕື້ໂດລາພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ



ພິທີວາງສີລາເລິກໂຄງການກໍ່ສ້າງເມືອງທ່ອງທ່ຽວໜອງນ້ຳ ທຳມະຊາດ ແລະ ວັດທະນາທຳຢູ່ເຂດເສດຖະກິດສະເພາະບຶງທາດ ຫລວງໃນນະຄອນຫລວງວຽງຈັນໄດ້ມີຂຶ້ນໃນວັນທີ 20 ມີນານີ້ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການຜະລິດແລະ ຈໍລະຈອນແລະ ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃຫ້ແກ່ໂຄງການສຳຄັນດັ່ງກ່າວ. ເຂດເສດຖະກິດແຫ່ງນີ້ຈະມີມູນຄ່າການລົງທຶນປະມານ 1-5 ຕື້ໂດລາສະຫະລັດ ເພື່ອພັດທະນາໃຫ້ກາຍ ເປັນເມືອງໃໝ່ທີ່ທັນສະໄໝໃນອີກ 15-20 ປີຕໍ່ໜ້າ ແລະ ສະເພາະໂຄງ ການ ກໍ່ສ້າງເມືອງທ່ອງ ທ່ຽວ ໜອງນ້ຳທຳມະຊາດ ແລະ ວັດທະນາທຳນີ້ມີເນືອທີ່ປະມານ 13 ເຮັກຕາ, ເຊິ່ງແມ່ນບໍລິສັດ ລາວສະ ຫວັນແດນດິນພັດທະນາອະສັງຫາລິມະຊັບຈຳກັດເປັນຜູ້ລົງທຶນປະມານ 320 ລ້ານໂດລາສະຫະລັດ ປະກອບມີ: ສູນການຄ້າຄົບວົງຈອນ, ໂຮງແຮມ, ອາຄານສຳນັກງານ, ສະຖານທີ່ພັກອາໄສ, ສູນບັນເທິງ, ປັປປຸງທັດສະນີຍະ ພາບທີ່ມີເອກະລັກສະເພາະເຂດສີຂຽວ, ເຂດສີຟ້າ, ສິ່ງສຳຄັນແມ່ນການ ປົກປັກຮັກ ສາສິ່ງແວດລ້ອມລະບົບນິເວດວິທະຍາ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກອື່ນໆ ແລະ ມາຮອດປັດຈຸ ບັນຜູ້ພັດທະນາເຂດ ແລະ ຜູ້ລົງທຶນລາຍຍ່ອຍ ໄດ້ລົງທຶນໄປແລ້ວຫລາຍກວ່າ 100 ລ້ານໂດລາສະຫະລັດ, ໂດຍການກໍ່ສ້າງພື້ນຖານໂຄງລ່າງ ແລະ ຕຶກອາຄານຂະ ໜາດສູງຈຳນວນ 12 ຫລັງ. ສ່ວນການຊົດເຊີຍທີ່ດິນຂອງປະຊາຊົນສຳເລັດຫລາຍກວ່າ 90% ໃນມູນຄ່າຫລາຍກວ່າ 10 ລ້ານໂດລາສະຫະລັດ.

    ທ່ານນາງ ບົວທາ ຄັດທິຍະ ລັດຖະມົນຕີຊ່ວຍຮອງປະທານຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດເພື່ອຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ສະເພາະ ກ່າວວ່າ: ເຖິງວ່າປະເທດເຮົາຈະເປັນປະເທດນ້ອຍ ແລະ ບໍ່ມີທາງອອກສູ່ທະເລ, ແຕ່ກໍນັບວ່າມີການເຂົ້າມາລົງທຶນຂອງບັນດາບໍລິສັດຈາກຕ່າງປະເທດເປັນຈຳນວນຫລາຍ, ເຊິ່ງມັນສະແດງໃຫ້ເຫັນວ່າພັກ ແລະ ລັດຖະບານພວກເຮົາໄດ້ມີແນວທາງອັນຖືກຕ້ອງເພື່ອສົ່ງເສີມການພັດທະນາເສດຖະ ກິດ-ສັງຄົມ ໂດຍສະເພາະແມ່ນ ການພັດທະນາເຂດເສດຖະກິດພິເສດ ແລະ ສະເພາະ ແລະ ສຳລັບການເຂົ້າມາລົງທຶນຂອງຜູ້ລົງທຶນໃນເຂດ ເສດຖະກິດ ສະເພາະແຫ່ງນີ້ ຈະເປັນຕົວແບບໜຶ່ງຂອງການພັດທະນາຍຸກໃໝ່ທີ່ເອົາວຽກເສດຖະກິດ ສອດຫ້ອຍປະສົມ ປະສານກັບວິ ຖີຊີວິດ ແລະ ວັດທະນທຳອັນດີງາມຂອງຊາດ, ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນເພື່ອມີລາຍ ຮັບທີ່ໝັ້ນ ຄົງກ້າວສູ່ການຫລຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ.
     ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດ ກ່າວວ່າ: ປັດຈຸບັນ, ເສດຖະກິດຂອງລາວພວມມີການຂະ ຫຍາຍຕົວສູງ ແລະ ພວມເຊື່ອມໂຍງກັບພາກພື້ນຢ່າງກວ້າງຂວາງ. ສະນັ້ນ, ການວາງສີລາເລິກໂຄງການດັ່ງກ່າວນີ້ ນັບວ່າເປັນຂອງຂວັນພິເສດໃນໂອກາດສະເຫລີມສະຫລອງສອງວັນປະຫວັດສາດຂອງຊາດລາວຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາ ຊົນລາວຄົບຮອບ 40 ປີ ແລະ ເຊື່ອໝັ້ນວ່າຜູ້ລົງທຶນໃນໂຄງການນີ້, ຈະດຳເນີນວຽກງານຂອງຕົນໄປຕາມແຜນ ການກຳນົດໄວ້ ເພື່ອສ້າງໃຫ້ໂຄງການສຳຄັນດັ່ງກ່າວນີ້ຊ່ວຍດຶງດູດການລົງທຶນ,ການທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ.

No comments:

Post a Comment