Ad

Ad

24 March 2015

ປະທານ​ປະ​ເທດ ສສ ຫວຽດນາມ ​ ຢ້ຽມຢາມ​ ສປປ ລາວ ຢ່າງ​ເປັນ​ທາງ​ການ



 ໃນຕອນບ່າຍຂອງວັນທີ 23 ມີນາ 2015, ທ່ານເຈືອງ ເຕິ ຊາງ, ປະທານປະເທດແຫ່ງ ສາທາລະນະລັດ ສັງ ຄົມນິຍົມ ວຽດນາມ ພ້ອມດ້ວຍພັນລະຍາແລະຄະນະ​ ​ໄດ້ເດີນທາງດ້ວຍເຮືອບິນພິເສດ ຂອງ ສສ ຫວຽດນາມ ມາເຖິງນະ ຄອນຫລວງວຽງຈັນເພື່ອດຳເນີນການຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຕາມຄຳເຊີນ ຂອງທ່ານ ຈູມມາລີໄຊຍະສອນເລຂາທິການໃຫຍ່, ປະທານປະເທດ​​ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ​ແຕ່ວັນທີ 23-25 ມີນາ 2015 ​ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມໃຫ້ນັບມື້ໜັກແໜ້ນແລະ ກ້າວສູ່ລວງເລິກ.
            ພິທີຕ້ອນຮັບ ທ່ານປະທານປະເທດ ສສ ຫວຽດນາມພ້ອມພັນລະຍາແລະ ຄະນະຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານປະເທດ(ຫໍຄຳ) ​ໂດຍທ່ານຈູມມາລີໄຊຍະສອນເລຂາທິການໃຫຍ່ປະທານປະເທດ​​ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ພັນລະຍາ ພ້ອມດ້ວຍບັນດາທ່ານໃນຄະນະລັດຖະບານແລະ ພະນັກງານຂັ້ນສູງຈາກຂະແໜງການຕ່າງໆເຂົ້າຮ່ວມ. ຈາກນັ້ນກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການຂຶ້ນ ທີ່
ທຳນຽບປະທານປະເທດ ຝ່າຍລາວນຳໂດຍທ່ານປະທານປະເທດ ຈູມມາລີໄຊຍະສອນແລະ ຝ່າຍຫວຽດນາມນຳໂດຍ ທ່ານປະທານປະເທດ ເຈືອງເຕິນ ຊາງເຊິ່ງການພົບປະຄັ້ງນີ້ສອງຝ່າຍໄດ້ແຈ້ງ​​ໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນພາຍໃນປະເທດຂອງຕົນ, ​ແລກປ່ຽນທັດສະນະແລະ ຄຳຄິດຄຳເຫັນຕໍ່ກັບສະພາບສາກົນແລະ ພາກພື້ນທີ່ຕ່າງຝ່າຍມີຄວາມສົນໃຈ, ພ້ອມທັງໄດ້ທົບທວນຄືນກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາເຊິ່ງໄດ້ເປັນເອກະພາບແລະ ຕີລາຄາສູງມູນເຊື້ອແຫ່ງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃນໄລຍະຜ່ານມາ. ສອງຝ່າຍຍັງເປັນເອກະພາບນຳກັນ​​ ເຖິງວ່າສະພາບການພາກພື້ນແລະ ສາກົນ ຈະຜັນແປ​​ໄປຢ່າງສັບສົນແຕ່ສາຍພົວພັນພິເສດ ລະຫວ່າງ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ນອກນັ້ນ ຜູ້ນຳທັັງສອງ ຍັງໄດ້ເຫັນດີເຫັນພ້ອມນຳກັນ ຈະສືບຕໍ່ຊີ້ນຳຂະແໜງການຕ່າງໆຂອງສອງປະເທດໃຫ້ເອົາໃຈໃສ່ຍົກສູງປະສິດທິຜົນຂອງການຮ່ວມມື ທັງນີ້ ກໍເພື່ອເຮັດໃຫ້ສາຍພົວພັນມິດຕະພາບຖານອ້າຍນ້ອງ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດຖະບານໃຫ້ນັບມື້ແຕກດອກອອກຜົນແລະ ຈະເລີນງອກງາມຍິ່ງໆຂຶ້ນ. ການພົບປະສອງຝ່າຍຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນແຫ່ງໄມຕີຈິດມິດຕະພາບແລະ ຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງຖານສະຫາຍເພື່ອນມິດທີ່ໃກ້ຊິດແລະ ຮ່ວມຂຸມຄອງດຽວກັນ.
ໃນຕອນຄ່ຳວັນດຽວກັນ, ທ່ານຈູມມາລີໄຊຍະສອນ ພ້ອມພັນລະຍາ ​​ໄດ້ຈັດງານລ້ຽງຮັບຮອງເປັນກຽດຕ້ອນຮັບ ທ່ານເຈືອງເຕິ ຊາງແລະ ພັນລະຍາ ພ້ອມດ້ວຍຄະນະ ທີ່ທຳນຽບປະທານປະເທດ ດ້ວຍບັນຍາກາດອັນສະໜິດສະໜົມ, ອົບອຸ່ນຖານມິດສະຫາຍອ້າຍນ້ອງ.

No comments:

Post a Comment