Ad

Ad

24 March 2015

ລາວຖືສຳຄັນການຄຸ້ມຄອງແຫລ່ງນ້ຳທຳມະຊາດ



“ ນ້ຳແມ່ນສິ່ງຈຳເປັນຕໍ່ສຸຂະພາບ, ຕໍ່ລະບົບນິເວດທຳມະຊາດ, ການຜະ ລິດກະສິກຳ-ອຸດສະຫະກຳ ແລະ ພະລັງງານ, ຈາກຄວາມສຳຄັນດັ່ງກ່າວ, ລັດຖະ ບານລາວຈຶ່ງໄດ້ຖືສຳຄັນໃນການປົກປັກຮັກສາ ແລະ ຄຸ້ມຄອງແຫລ່ງ ນ້ຳໃຫ້ຍືນຍົງ” ນີ້ ແມ່ນຄຳເຫັນບາງຕອນຂອງທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ກ່າວ ເນື່ອງໃນໂອກາດການສະເຫລີມສະຫລອງວັນ ນ້ຳໂລກ 22 ມີນາ 2015.
      ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ກ່າວວ່າ: ສປປ ລາວ ເປັນປະເທດທີ່ອຸ ດົມສົມບູນດ້ວຍຊັບພະຍາກອນທຳມະ ຊາດມີແມ່ນ້ຳຫລາຍສາຍໄຫລ່ຜ່ານ ແຕ່ເໜືອ ຮອດໃຕ້, ເຊິ່ງເປັນປັດໄຈເອື້ອອຳນວຍໃຫ້ແກ່ການຜະ ລິດກະສິກຳ ແລະ ພັດ ທະນາພະລັງງານໄຟຟ້ານ້ຳຕົກເພື່ອປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ເສດຖະ ກິດ-ສັງຄົມແຫ່ງຊາດ, ຄຽງຄູ່ ກັນນັ້ນ ໃນໄລຍະຜ່ານມານີ້ລາວເຮົາກໍປະເຊີນກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຢູ່ ຫລາຍເຂດຂອງປະເທດ, ເຊິ່ງໄພທຳມະ ຊາດດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍໃຫ້ແກ່ພືດຜົນທາງ ການກະເສດ, ຊັບສີນເຮືອນຊານບ້ານຊ່ອງ ແລະ
ຂົ່ມຂູ່ຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າບໍ່ໜ້ອຍ. ຕໍ່ບັນຫາດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕິດຕາມ ຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂທັງໃນສະ ເພາະໜ້າ ແລະ ຍາວນານ ແລະ ເພື່ອຮັບປະກັນການພັດທະນາຊັບ ພະຍາ ກອນນ້ຳໃຫ້ມີປະສິດທິຜົນ ແລະ ຍືນຍົງ ລັດໄດ້ດຳເນີນນະໂຍບາຍຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ໂດຍສະ ເພາະການປົກປັກຮັກສາສາຍນ້ຳ, ຍອດນ້ຳ, ນ້ຳໃຕ້ດິນ, ດິນບໍລິເວນນ້ຳ, ຄຸ້ມຄອງການນຳໃຊ້ທີ່ດິນແບບຍືນຍົງ ແລະ ຟື້ນຟູ ປ່າໄມ້, ຊຶ່ງຄາດໝາຍ ເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020 ຄາດໝາຍນີ້ແມ່ນຄວາມ ຕ້ອງການພື້ນ ຖານຂອງພັກ-ລັດ ແລະ ປະຊາຊົນໃນດ້ານການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການ, ທັງເປັນທ່າແຮງ ສຳຄັນ ຂອງການພັດທະນາເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນລົງເທື່ອລະກ້າວ.

No comments:

Post a Comment