ໃນປັດຈຸບັນ
ການປາບປາມຢາເສບຕິດຢູ່ຕາມທ້ອງຖິ່ນ ເຂດແຂວງຕ່າງໆກໍຄືຢູ່ນະຄອນຫຼວງວຽງຈັນເຫັນວ່າດຳເນີນໄປຢ່າງເຂັ້ມງວດ
ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍບໍ່ໄດ້ລົດລະຄວາມພະຍາຍາມຂອງຕົນເພື່ອຊອກຫາພວກກະທຳຜິດມາລົງໂທດ
ຕາມກົດໝາຍຈົນກາຍເປັນຄະດີລາຍວັນທີ່ແກ້ຍາກ.ໂດຍສ່ວນໃຫຍ່ຈະເປັນຄະດີລາຍຍ່ອຍເປັນການຍາກທີ່ຈະຈັບກຸມພວກພໍ່ຄ້າລາຍໃຫຍ່ມາດຳເນີນຄະດີໄດ້ຈິງສົ່ງຜົນໃຫ້ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມນັບມື້ແຜ່ຫຼາຍເຫັນໄດ້ສະພາບຄວາມບໍ່ສະຫງົບຂອງແຕ່ລະທ້ອງຖິ່ນໃນແຕ່ລະວັນ.
ຕໍ່ບັນຫາທີ່ກ່າວມາຂ້າງເທິງນີ້
ເທົ່າທີ່ໄດ້ຕິດຕາມຂ່າວຈາກສື່ຕ່າງໆໃນໄລຍະຜ່ານມາກໍຄືປັດຈຸບັນພວກເສບ ແລະ
ຄ້າຂາຍຢາເສຍຕິດ ປະເພດຢາບ້າ, ຢາອີ ສ່ວນໃຫຍ່ແມ່ນນອນຢູ່ໃນຖັນແຖວຊາວໜຸ່ມທີ່ມີເກນອາຍຸ
20-40 ປີ ທີ່ໄດ້ຊື້ກັບພວກຄ້າລາຍໃຫຍ່ຄື: ໃນອາທິດຜ່ານມາສານປະຊາຊົນນະຄອນຫຼວງໄດ້ຕັດສິນຄະດີ
ທ້າວ ເຈ້ຍຢ່າງ ອາຍຸ 30 ປີ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼັງຈາກຖືກເຈົ້າໜ້າທີ່ຈັບຕົວ
ໃນວັນທີ 3 ກັນຍາ 2014 ໃນຄະດີຄ້າຂາຍຢາເສບຕິດທີ່ຜູ້ກ່ຽວເຄີຍປະຕິບັດມາຫຼາຍຄັ້ງ
ແລະ ສຸດທ້າຍເຈົ້າໜ້າທີ່ສາມາດຈັບໄດ້ຂອງກາງ ເຖິງ 125 ເມັດ ໂດຍການຕັດອິດ
ສະຫຼະພາບຈຳຄຸກ
5 ປີ ປັບໃໝເງິນຈຳນວນ 10 ລ້ານກີບ. ເຊັ່ນດຽວກັບວັນທີ 3 ມີນາ 2015ສານປະຊາຊົນນະຄອນຫຼວງໄດ້ຕັດສິນຄະດີ
ທ້າວ ເອ ອາຍຸ 25 ປີ ຢູ່ ບ້ານ ດົງຄຳຊ້າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃນຂໍ້ຫາຄ້າຂາຍຢາເສບຕິດ ເຊິ່ງເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວໃນວັນທີ
5 ກັນຍາ 2014 ພ້ອມຂອງກາງຢາບ້າ 8 ເມັດ, ສານປະຊາຊົນນະຄອນ ຫຼວງຈຶ່ງໄດ້ຕັດສິນ
ຈຳຄຸກ 5 ປີ ພ້ອມປັບໃໝເງິນ 10 ລ້ານກີບ ແລະ ໃນ 2-3 ວັນຜ່ານມາ ເຈົ້າໜ້າທີຕຳຫຼວດ
ເມືອງ ທ່າແຂກ ແຂວງຄຳມ່ວນ ໄດ້ນຳກຳລັງເຂົ້າຈັບຕົວ ທ້າວ ຕາມົນ ອາຍຸ 60 ປີ ຢູ່
ບ້ານ ສົມສະໜຸກ ເມືອງທ່າແຂກ ແຂວງ ຄາໍມ່ວນ ພ້ອມຢາບ້າ 14 ເມັດ ແລະ ໃນຄະນະດຽວກັນເຈົ້າໜ້າທີ່ກໍໄດ້ຄວບຄຸມພວກໄວລຸ້ນຈຳນວນ
102 ຄົນ ຍິງ 3 ຄົນ ທີ່ກຳລັງມົ້ວສຸມກັບຢາເສບຕິດ ຢູ່ເຮືອນ ຜູ້ກ່ຽວ ເພື່ອນຳມາສຶກສາອົບຮົມ
ແລະ ປັບໃໝຕາມລະບຽບກົດໝາຍ ແລະ ນອກຈາກນີ້ ຢູ່ບັນຕາແຂວງຕ່າງໆທາງເຈົ້າໜ້າທີ່ກໍໄດ້ຕິດຕາມພວກຄ້າຂາຍ
ແລະ ມົ້ວສຸມຢາເສບຕິດ ເພື່ອກຳຈັດບັນດາປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ມີຄວາມສະຫງົບ.
No comments:
Post a Comment