Ad

Ad

5 March 2015

ຍີ່ປຸ່ນຈະຜະລິດຫລຽນທີ່ລະນຶກວັນສ້າງຕັ້ງສາຍພົວການທູດ ລາວ-ຍີ່ປຸ່ນ ຄົບຮອບ 60



ສຳນັກຂ່າວສານກຽວໂດ ປະເທດຍີ່ປຸ່ນ ໄດ້ລາຍງານໃນວັນອັງຄານທີ 3 ມີນາ ຜ່ານມານີ້ວ່າ : ກະຊວງການເງິນ ແລະ ສຳນັກງານຜະລິດຫລຽນຍີ່ປຸ່ນຈະຜະ ລິດຫລຽນເງິນທີ່ລະນຶກຈຳນວນ 10.000 ຫລຽນໃຫ້ແກ່ທະນາຄານ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ.
ລາວເປັນປະເທດທີ 8 ທີ່ຍີ່ປຸ່ນໄດ້ຜະລິດຫລຽນທີ່ລະນຶກໃຫ້ນັບແຕ່ສົງຄາມໂລກຄັ້ງທີ 2 ຫລຽນດັ່ງກ່າວນີ້ຈະສະ ແດງໃຫ້ເຫັນ ພະທາດຫລວງທີ່ເປັນເອກະລັກຂອງຊາດລາວ ແລະ ມີດ້ານຫນ້າທີ່ມີູນຄ່າ 50.000 ກີບ. ສ່ວນທາງຫລັງ ຂອງຫລຽນຈະສະແດງໃຫ້ເຫັນດອກແຊຣີ ແລະ ດອກຈຳປາ, ດອກໄມ້ປະຈຳຊາດຂອງລາວ.
ທ່ານ ຕາໂຣ ອາໂຊ ລັດຖະມົນຕີກະຊວງການເງິນຍີ່ປຸ່ນກ່າວຕໍ່ກອງປະຊຸມວ່າ : ຫລຽນດັ່ງກ່າວນີ້ ຈະເປັນການປະ ກອບສ່ວນສົ່ງເສີມສາຍພົວພັນສອງຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ຫລຽນສ່ວນຫລາຍຈະຂາຍຢູ່ຍີ່ປຸ່ນ ໃນລາຄາ 6.171 ຕໍ່ຫນຶ່ງຫລຽນ ໂດຍມີການເປີດຂາຍອອນລາຍນັບແຕ່ວັນ ພຸດທີ 4 ມີນາ ຈົນເຖິງວັນທີ 3 ເມສາ.

No comments:

Post a Comment