Ad

Ad

5 March 2015

ລາວຈະຮ່ວມກັບສະຫະພາບເອີຣົບຊອກຫາຊ່ອງທາງຢຸດການຄ້າໄມ້ເຖື່ອນ



ວັນທີ 4 ມີນານີ້, ທ່ານ ມີແຊນ ໂກແຟງ ອຸປະທູດສຳນັກງານຜູ້ ຕ່າງໜ້າສະຫະພາບເອີຣົບປະຈຳລາວ ໄດ້ຖະ ແຫຼ່ງ ຂ່າວຕໍ່ສື່ມວນຊົນລາວເພື່ອທົບ ທວນຄືນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຄ້າໄມ້ຂອງສະຫະ ພາບເອີຣົບ ແລະ ການເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມແບບສະໝັກໃຈກັບ ສປປ ລາວ (Voluntary Partnership Agreement ຫຼື VPA), ຊຶ່ງເປັນຂໍ້ຕົກລົງທີ່ຖືກ ຕ້ອງທາງດ້ານການຄ້າຖືກກົດໝາຍລະ ຫວ່າງສະຫະພາບເອີຣົບ ແລະ ປະເທດທີ່ ຜະລິດໄມ້ ນອກກຸ່ມເອີຣົບ, ຂຶ້ນຢູ່ສຳນັກງານສະຫະພາບເອີຣົບປະ ຈຳລາວ, ບ້ານຫາຍໂສກນະຄອນຫຼວງວຽງຈັນ, ໂດຍມີສື່ມວນຊົນ ຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານອຸປະທູດຜູ້ຕ່າງໜ້າຫະຫະພາບເອີຣົບປະຈຳລາວຖະແຫຼ່ງວ່າ: ຂໍ້ຕົກລົງການເປັນຄູ່ຮ່ວມແບບສະໝັກໃຈ (VPA) ແມ່ນມາດຕະການສຳລັບຂອດສະໜອງເພື່ອຊ່ວຍເຫຼືອປະເທດຕ່າງໆກໍຄື ສປປ ລາວ ໃນການແກ້ໄຂສິ່ງທ້າທາຍ ຂອງຂະແໜງປ່າໄມ້, ໂດຍສະເພາະແມ່ນເພາະພາກສ່ວນກ່ຽວຂ້ອງທີ່ສົ່ງອອກໄມ້ໄປຍັງຕະຫຼາດເອີຣົບ ແລະ ຖ້າຫາກວ່າ ໄດ້ຕົກລົງກັນເປັນທີ່ຮຽບຮ້ອຍແລ້ວ ຂໍ້ຕົກລົງດັ່ງກ່າວແມ່ນຈະໄດ້ບັນຈຸເອົາຄວາມມຸ່ງຫວັງ ແລະ ການຈັດຕັ້ງປະຕິບັດຕົວ
ຈິງຂອງ ທັງສອງຝ່າຍ,  ເພື່ອຈະຢຸດການຄ້າໄມ້ທີ່ຜິດກົດໝາຍ, ໂດຍສະເພາະແມ່ນການສ້າງກອບເພື່ອອອກໃບອະນຸຍາດ ເປັນການ ຢັ້ງຢືນຄວາມຖືກຕ້ອງທາງກົດໝາຍຂອງໄມ້ ແລະ ຜະລິດຕະພັນໄມ້ທີ່ສົ່ງອອກໄປຕະຫຼາດເອີຣົບ, ໂດຍຂໍ້ຕົກລົງດັ່ງ ກ່າວສ້າງ ຂຶ້ນບົນພື້ນຖານຮູບແບບການມີສ່ວນຮ່ວມຂອງທຸກພາກສ່ວນ, ບໍ່ວ່າຈະເປັນອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ, ນອກນີ້ຍັງເປັນການສົ່ງເສີມການບັງຄັບໃຊ້ກົດໝາຍປ່າໄມ້ໄດ້ດີຂຶ້ນກວ່າເກົ່າທັງເປັນການອຳ ນວນຄວາມສະດວກໃນການເຂົ້າເຖິງຕະຫຼາດເອີຣົບໄດ້ງ່າຍຂຶ້ນ ​ແລະ ລວມເຖິງຕະຫຼາດອື່ນໆ ທີ່ມີຄວາມຮຽກຮ້ອງໃຫ້ມີຄວາມຖືກຕ້ອງທາງດ້ານກົດໝາຍ ແຫຼ່ງທີ່ ມາຂອງໄມ້, ຊຶ່ງມັນມີຄວາມຈຳເປັນຫຼາຍທີ່ຈະຕ້ອງໄດ້ມີການປະສານສົມທົບກັນຢ່າງແຂງແຮງລະຫວ່າງເຈົ້າໜ້າທີ່ກ່ຽວ ຂ້ອງ ຂອງປະເທດຕ່າງໆໃນການປົກປັກຮັກສາປ່າທຳມະຊາດຈາກການຂຸດຄົ້ນໄມ້ເຖື່ອນ, ຊຶ່ງລັດຖະບານລາວໄດ້ສະແດງເຈດຈຳນົງ ທີ່ຈະມີສ່ວນຮ່ວມໃນຂະບວນການ VPA ກັບສະຫະພາບເອີຣົບ, ຊຶ່ງຈະນຳໄປສູ່ການເຈລະຈາຂໍ້ຕົກລົງເພື່ອຈະສົ່ງອອກ ສະເພາະຜະລິດຕະພັນໄມ້ທີ່ຖືກກົດໝາຍຈາກລາວ ໄປຍັງຕະຫຼາດເອີຣົບ, ເນື່ອງຈາກຜ່ານມາການສົ່ງອອກໄມ້ໂດຍ ກົງຈາກ ລາວໄປຕະຫຼາດເອີຣົບແມ່ນມີໜ້ອຍທີ່ສຸດ, ສ່ວນ​ໃຫຍ່ແມ່ນລາວໄດ້ສົ່ງອອກໄມ້ໄປຍັງປະເທດໃກ້ຄຽງທີ່ເປັນປາຍ ທາງຂອງ ການສົ່ງອອກຜະລິດຕະພັນໄມ້ທີ່ສຳຄັນ ຂອງລາວເຊັ່ນ: ຫວຽດນາມ ແລະ ໄທ, ປັດຈຸບັນສອງປະເທດດັ່ງກ່າວ ໄດ້ເລີ່ມມີ ສ່ວນຮ່ວມໃນຂະບວນການ ກ່ຽວຂ້ອງດັ່ງກ່າວເຊັ່ນດຽວກັນກັບເອີຣົບ, ສ່ວນປະເທດອິນໂດເນເຊຍແມ່ນ ໄດ້ໃຫ້ສັດຕະ ຍາບັນຂໍ້ຕົກລົງ VPA ກັບອີຢູ່ແລ້ວ ແລະ ພວມຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ, ສ່ວນປະ ເທດອາຊຽນອື່ນໆ ເຊັ່ນ: ກຳປູ ເຈຍ, ຟີລິບປິນ, ມຽນມາກໍສະແດງຄວາມສົນໃຈຕໍ່ຂໍ້ຕົກລົງດັ່ງກ່າວເຊັ່ນດຽວກັນ., ໂອກາດນີ້ ທາງສະພະພາບເອີ ຣົບຍັງ ໄດ້ນຳບັນດາສື່ມວນຊົນປະກອບມີໂທລະພາບ, ວິທະຍຸ ແລະ ໜັງສືພີມເດີນທາງໄປໂຮງງານກຸ່ມບໍລິສັດອຸດສາຫະ ກຳເຟີນີ ເຈີລາວ, ຢູ່ກິໂລແມັດທີ 21 ຖະໜົນ 13 ໃຕ້ເພື່ອຢຽມຊົມຂະບວນການຜະລິດໄມ້ທີ່ຖືກ ກົດໝາຍ ແລະ ເຄີຍສົ່ງອອກ ໄປຍັງຕະຫຼາດເອີລົບເຊັ່ນ: ບານປະຕູ-ປ່ອງຢ້ຽມ, ໄມ້ປັກເກ້, ໄມ້ບົວວົງກົບ ແລະ ອື່ນໆ.

No comments:

Post a Comment