ໃນກອງປະຊຸມອົງການປົກຄອງນະຄອນຫລວງວຽງຈັນປະຈຳເດືອນກຸມພາທີ່ຜ່ານມາ,
ຊຶ່ງໄດ້ຮ່ວມກັນປຶກສາຫາລືຫລາຍບັນຫາທີ່ສຳຄັນ, ໜຶ່ງໃນນັ້ນກໍແມ່ນບັນຫາການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ
ແລະ ກອງປະຊຸມໄດ້ເຫັນດີຮັບຮອງເອົາ 3 ເອກະສານ ເພື່ອຈະນຳໄປຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ມີປະສິດທິຜົນຄື: ບົດລາຍງານສະພາບການຈັດຕັ້ງປະຕິ ບັດການຮັກສາຄວາມສະອາດຕົວເມືອງ
ແລະ ແຜນການໃນຕໍ່ໜ້າທີ່ຕິດພັນກັບການຂະຫຍາຍໂຕຂອງປະຊາກອນທີ່ມີຈຳນວນເພີ່ມຂຶ້ນ
ເຊິ່ງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງຕົວເມືອງເຊັ່ນ: ກໍ່ໃຫ້ເກີດຄວາມບໍ່ສະອາດ,
ຄວາມບໍ່ເປັນລະບຽບຮຽບຮ້ອຍ, ການຈະລາຈອນແອອັດ, ເກີດມີນ້ຳຖ້ວມຂັງ ແລະ ບັນຫາອື່ນໆ.
ສຳລັບການຈັດຕັ້ງປະຕິບັດຜ່ານມາ ເຖິງວ່າການຜັນຂະຫຍາຍ ສ.ສະອາດ ຂອງນະຄອນຫລວງວຽງຈັນຈະໄດ້ຮັບການຈັດຕັ້ງປະຕິບັດ
ແຕ່ຍັງບໍ່ທັນລວມສູນ ແລະ ບໍ່ທັນມີນິຕິກຳຮອງຮັບທີ່ເປັນລະບົບ ຈຶ່ງໄດ້ເຮັດການຈັດຕັ້ງປະຕິບັດບໍ່ໄດ້ຕາມກຳນົດຄຸນນະພາບ.
ດັ່ງນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດໂຄງການວຽງຈັນສະອາດມີປະສິດທິຜົນ.
ກອງປະຊຸມຍັງໄດ້ຮັບຮອງເອົາເອກະສານທີສອງ ຄືຮ່າງມະຕິກອງປະຊຸມ ໂດຍກຳນົດເຖິງ
8 ແຜນວຽກວຽງຈັນສະອາດ, 8 ຕົວຊີ້ວັດ ແລະ ບັນດາມາດຕະການ ເພື່ອຈັດຕັ້ງປະຕິບັດໂຄງການ
ດັ່ງກ່າວ.
ພ້ອມນັ້ນ ກໍໄດ້ຮັບຮອງເອົາເອກະສານທີສາມ ຄືຄຳສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນ
ວ່າດ້ວຍການເພີ່ມທະວີຮັກສາຄວາມສະອາດ, ຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ປະດັບປະດານະຄອນຫລວງວຽງຈັນ
ໂດຍໄດ້ເລັ່ງໃສ່ໃຫ້ເພີ່ມທະວີ ເອົາໃຈໃສ່
4 ວຽກຫລັກຄື: ເພີ່ມທະວີຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງໃນເຂດຕົວເມືອງ
ແລະ ຊານເມືອງ, ເພີ່ມທະວີຮັກສາຄວາມສະອາດຕາມຖະໜົນຫລວງແຫ່ງຊາດ ແລະ ເສັ້ນທາງໃນກາງເມືອງ,
ເພີ່ມທະວີການປະຕິບັດວຽກງານບໍລິການຮ້ານບັນເທີງ ແລະ ເພີ່ມທະວີການປະດັບປະດາສຳນັກງານ,
ຖະໜົນ ແລະ ເສັ້ນທາງສະໜາມຫລວງ, ສວນໄຊຊະນະ ແລະ ເຮືອນຊານຕາມລັດສະໝີທີ່ໄດ້ກຳນົດ
ແລະ ທັງໝົດນັ້ນແມ່ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດມີປະສິດທິຜົນ.
No comments:
Post a Comment