ກອງປະຊຸມສະພາບໍລິຫານທະນາຄານນະໂຍບາຍ (ທນບ)
ສະໄໝສາມັນ ຄັ້ງທີ XII ໄດ້ສຳເລັດລົງໃນວັນທີ 3 ມີນານີ້
ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ດຣ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ
ສປປ ລາວ, ປະທານສະພາບໍລິຫານທະນາຄານນະໂຍບາຍ, ພ້ອມນີ້
ກໍມີບັນດາສະມາຊິກສະພາບໍລິຫານ, ຄະນະອຳນວຍການ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ
ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຫລາຍຢ່າງເຊັ່ນ:
ບົດລາຍງານການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2014 ແລະ
ຜົນການຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສະ ພາບໍລິຫານທະນາຄານນະໂຍບາຍ ສະໄໝສາມັນ
ຄັ້ງທີ XI ໂດຍໄດ້ສຸມໃສ່ສະໜອງສິນເຊື່ອບ້ວງແຫຼ່ງທຶນປີ 2013
ຈຳນວນ 96 ຕື້ກີບ, ໄດ້ປ່ອຍສິນເຊື່ອບ້ວງແຫຼ່ງທຶນປີ 2014 ຈໍານວນ 873 ຕື້ກວ່າກີບ,
ໃນນີ້ໄດ້ສະໜອງເຂົ້າໃນການປູກຝັງກວມ 27,9%, ລ້ຽງສັດ 45,3%, ຫັດຖະກຳ-ປຸງແຕ່ງ 3,8% ແລະ
ບໍລິການເກັບຊື້ຜົນຜະລິດ 22,9% ຂອງສິນເຊື່ອທັງໝົດ, ໃນແຫຼ່ງທຶນສິນເຊື່ອດັ່ງກ່າວ
ໄດ້ສະໜອງເຂົ້າໃນເມືອງເປົ້າໝາຍ 76,63%, ຈຸດສຸມພັດທະນາຂອງລັດຖະບານ-ຂອງທ້ອງຖິ່ນ 9,1%,
ບ້ານເຮັດທົດລອງ 3 ສ້າງ 12,4% ແລະ ໂຄງການບູລິມະສິດຜະລິດເປັນສິນຄ້າ 1,7%,
ສາມາດເກີດມີໂຄງ ການອັນພົ້ນເດັ່ນ ແລະ ຄອບຄົວຕົວແບບຈຳນວນໜຶ່ງ.
ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການປີ 2015
ໂດຍເນັ້ນສືບຕໍ່ໃຫ້ປ່ອຍສິນເຊື່ອແຫຼ່ງທຶນປີ 2014 ທີ່ມີໂຄງການຮັບຮອງເອົາແລ້ວ,
ພ້ອມນັ້ນ ກໍ່ມີແຜນຈັດຕັ້ງປະຕິບັດແຫຼ່ງທຶນສິນເຊື່ອ ປີ 2015 ທັງໝົດ 962,45 ຕື້ກີບ
ກວມເອົາຂະແໜງກະສິກຳ 76,4%; ບໍລິການເກັບຊື້ຜົນຜະລິດ 18,4%; ຫັດຖະກຳ-ປຸງແຕ່ງ 5,05%.
ໃນນັ້ນ, ເມືອງເປົ້າໝາຍ 725,47 ຕື້ກີບ; ຈຸດສຸມຂອງລັດຖະບານ-ທ້ອງຖິ່ນ 98,58 ຕື້ກີບ
ແລະ ບ້ານທົດລອງ 3 ສ້າງ 138,40 ຕື້ກີບ;
ສູ້ຊົນໃຫ້ແຫຼ່ງທຶນສິນເຊື່ອເຂົ້າເຖິງບ້ານຢູ່ບັນດາເມືອງເປົ້າໝາຍໃຫ້ໄດ້ 70% ຂຶ້ນໄປ
ໃນຈຳນວນ 979 ບ້ານ, ເຂົ້າເຖິງຄອບຄົວໃຫ້ໄດ້ 10% ຂຶ້ນໄປ (ໃນຈຳນວນ 19.604 ຄອບຄົວ)
ທີ່ຍັງບໍ່ທັນໄດ້ຮັບແຫຼ່ງທຶນສິນເຊື່ອ; ເຂົ້າເຖິງບ້ານ ແລະ
ຄອບຄົວທີ່ຢູ່ບັນດາຈຸດສຸມຄື: 10 ຈຸດສຸມລັດຖະບານໃຫ້ໄດ້ 100% (ໃນ 11 ບ້າານ),
ເຂົ້າເຖິງຄອບຄົວໃຫ້ໄດ້ 10% ຂຶ້ນໄປ (ໃນ 3.772 ຄອບຄົວ) 54 ຈຸດສຸມທ້ອງຖິ່ນໃຫ້ໄດ້ 70%
ຂຶ້ນໄປ (ໃນ 131 ບ້ານ), ເຂົ້າເຖິງ 10% (ໃນ 22.189 ຄອບຄົວ), ເຂົາເຖິງບ້ານເຮັດທົດລອງ
3 ສ້າງ ໃຫ້ໄດ້ 100% ໃນ 9 ບ້ານ, ເຂົ້າເຖິງ 10% ໃນ 12.443 ຄອບຄົວ
ທີ່ຍັງບໍ່ທັນໄດ້ຮັບແຫຼ່ງທຶນສິນເຊື່ອ; ຄາດຄະເນສ້າງໃຫ້ໄດ້ໂຄງການພົ້ນເດັ່ນທັງໝົດ 31
ໂຄງການ ແລະ ຄອບ ຄົວຕົວແບບ 150 ຄອບຄົວ.
No comments:
Post a Comment