Ad

Ad

5 March 2015

ປຸກລະດົມ​ແນວ​ຄວາມ​ຄິດ​ໃສ່​ຮ່າງ​ແຜນ​ງານວິ​ໄສ​​ທັດ​ເສົາ​ຄໍ້າ​ວັດທະນະ​ທໍາ-ສັງຄົມ​ອາ​ຊຽນປີ 2016



      ໜ່ວຍງານປະສານງານ​​ເສົາຄໍ້າປະຊາຄົມວັດທະນະທໍາ​-ສັງຄົມອາຊຽນ ສປປ ລາວ​​ ​ໄດ້ຈັດກອງປະຊຸມເພື່ອປຶກສາຫາລືປຸກລະດົມແນວຄວາມຄິດໃສ່ຮ່າງແຜນງານ, ວິໄສທັດວັດທະນະທໍາ-ສັງຄົມອາຊຽນ ປີ 2016, ກະກຽມເນື້ອໃນແລະ ຄວາມພ້ອມໃຫ້ແກ່ກອງປະຊຸມວັດທະນະທໍາ​-ສັງຄົມອາຊຽນ ຄັ້ງທີ ​13 ຢູ່ປະເທດມາເລເຊຍແລະ ກະກຽມບູລິມະສິດຂອງກອງປະຊຸມປະຊາຄົມວັດທະນະທໍາອາຊຽນ ຄັ້ງທີ 14 ທີ່ ສປປ ລາວເປັນເຈົ້າພາບໃນປີ 2016.
   ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ມີນາ 2015 ຢູ່ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ(ຖວທ)ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະ  ແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ​​ເຊິ່ງ ທ່ານໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ບັນດາຜູ້ເຂົ້າຮ່ວມຈະໄດ້ປຶກ ສາຫາລືແລະ ຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນເພື່ອຊອກໃຫ້ເຫັນຜົນສໍາເລັດແລະ ຄວາມກ້າວໜ້າ, ​ໂອກາດແລະ ສິ່ງທ້າທາຍ​, ຄວາມຫຍຸ້ງຍາກແລະ ບົດຮຽນຕ່າງໆເຊິ່ງເຮົາໄດ້ປະເມີນຜົນຜ່ານມາແລ້ວເພື່ອສະ ຫລຸບຄືນກ່ຽວກັບບັນຫາຕ່າງໆ​​ເປັນຕົ້ນ
ແມ່ນການປະສານງານ, ການເຮັດວຽກຮ່ວມກັນລະຫວ່າງ ປະຊາຄົມວັດທະນະທໍາ-ສັງຄົມແລະ ປະຊາຄົມອື່ນໆທີ່ມີການສອດ້ອຍກ່ຽວພັນກັນ​ ​ແລະ ຈະຕ້ອງໄດ້ເອົາໃຈໃສ່​​ແກ້ໄຂ​​ໃນການປຶກສາຫາລືຄັ້ງນີ້. ​ພ້ອມດຽວກັນນີ້​ ​ກໍຈະໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນກະກຽມເນື້ອໃນໃສ່ກອງປະຊຸມເຈົ້າໜ້າທີ່ອາວຸໂສປະຊາຄົມວັດ ທະນະທໍາອາຊຽນໃນປີ 2015 ຢູ່ປະເທດມາເລເຊຍໂດຍໃຫູ້້ປະສານງານແຕ່ລະຂະແໜງການເບິ່ງຄືນກ່ຽວກັບແຜນງານຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາເພື່ອຈະໄດ້ຮວບຮວມບັນດາຄໍາເຫັນຕ່າງໆເຊັ່ນ: ​ດ້ານການສຶກສາ, ​ສາທາລະນະສຸກ, ​ແຮງງານ, ​ການຕ່າງປະເທດ, ​ປົກປັກຮັກສາສິ່ງແວດລ້ອມ, ​ບົດບາດຂອງແມ່ຍິງແລະສິລະປະວັດທະນະທໍາ​, ທັງນີ້ ກໍເພື່ອໃຫ້ມີຂໍ້ມູນຄົບຖ້ວນໄປລາຍງານຕໍ່ກອງປະຊຸມດັ່ງກ່າວ.
     ທ່ານ ສະຫວັນຄອນ ຣາຊມຸນຕຣີ ຍັງຮຽກຮ້ອງໃຫ້ບັນດາຜູ້ປະສານງານແຕ່ລະຂະແໜງການຈົ່ງເປັນເຈົ້າການຮ່ວມກັນເພື່ອເຮັດໃຫ້ເວທີຕ່າງໆຂອງອາຊຽນໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນໃນປີ 2016 ທີ່ຈະມາເຖິງນີ້ບັນລຸຕາມເປົ້າໝາຍ​​ຂອງການສ້າງປະຊາຄົມອາຊຽນໂດຍສະເພາະປະຊາຄົມເສດຖະກິດອາຊຽນຫລັງປີ 2015. ​ ສະນັ້ນ​​ແຕ່ລະຂະແໜງຕ້ອງ​​ໄດ້ເຮັດຫລາຍວຽກທີ່ເປັນບູລິມະສິດນໍາມາຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຫລາຍຂຶ້ນ.

No comments:

Post a Comment