![]() |
ພາບປະກອບ |
ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອມູນຄ່າ
112.190 ໂດລາສະ ຫະລັດ ແກ່ອົງການອາສາສະໝັກຍີ່ປຸ່ນປະ ຈຳລາວ (JVC), ອົງການທີ່ບໍ່ຂຶ້ນກັບ ລັດຖະບານຍີ່ປຸ່ນ.
ການຊ່ວຍເຫລືອໃນຄັ້ງນີ້ແມ່ນເພື່ອປັບປຸງຊີວິດການເປັນ ຢູ່ຂອງປະ ຊາຊົນໃນ 13 ບ້ານຢູ່ແຂວງສະຫວັນນະເຂດ
ໂດຍຜ່ານ “ໂຄງການຄ້ຳ ປະກັນສະບຽງອາຫານເພື່ອປັບປຸງຊີວິດການເປັນຢູ່ຂອງ ຊາວບ້ານ ໂດຍການເຮັດ ກະສິກຳແບບຍືນຍົງ
ແລະ ອີງໃສ່ການບໍລິຫານຊັບພະຍາກອນທຳມະຊາດຂອງ ຊຸມຊົນ (ໄລຍະ 2)” ເຊິ່ງພິທີເຊັນສັນຍາໂຄງການຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ
3 ມີນານີ້ ທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ລະ ຫວ່າງພະນະທ່ານ ຣຽວທາໂຣຊູຊູກິ ອຸປະທູດຍີ່ປຸ່ນປະຈຳ
ສປປ ລາວ ແລະ ທ່ານນາງ ມະຣີໂກະຮາຢາຊີ ຜູ້ບໍລິຫານໂຄງການ ອົງການ JVC ເພື່ອສະໜັບສະໜູນການປະຕິບັດໂຄງການໄລຍະທີ
2 ຂອງໂຄງການທັງໝົດ 3 ປີ.
ໂຄງການດັ່ງກ່າວ ຄາດວ່າ 1.500 ຄົວເຮືອນ ທີ່ອາໄສຢູ່ໃນ
13 ບ້ານຂອງເມືອງພີນ ແລະ ເມືອງອາດສະພອນ ແຂວງສະ ຫວັນນະເຂດ ຈະໄດ້ຮັບຜົນປະໂຫຍດຈາກຄວາມຮູ້
ແລະ ວິທີການເຮັດກະສິກຳທີ່ຖືກຖ່າຍທອດໃຫ້ເພື່ອຊ່ວຍໃນການເພີ່ມ ຜົນຜະລິດການເກັບກ່ຽວເຂົ້າ,
ຫລຸດຜ່ອນຄວາມສ່ຽງກະສິກຳ ໂດຍສົ່ງເສີມໃຫ້ມີຜະລິດຕະພັນທີ່ຫລາກຫລາຍ ແລະ
ການຈັດ ຕັ້ງຄັງອາຫານເພື່ອຊ່ວຍເຫລືອປະຊາຊົນໃນຊຸມຊົນ
ນອກຈາກນີ້, ໂຄງການຍັງມີຈຸດປະສົງເພື່ອປັບປຸງການ ເຂົ້າເຖິງນ້ຳສະອາດ ແລະ ອະນຸລັກປ່ານຳອີກ.
ນັບແຕ່ປີ 1989 ເປັນຕົ້ນມາ, ອົງການ JVC ໄດ້ເຄື່ອນໄຫວໃນປະເທດລາວທາງດ້ານກະສິກຳ
ແລະ ການພັດທະນາຊົນ ນະບົດເຊິ່ງອົງການດັ່ງກ່າວໄດ້ປະຕິບັດໂຄງການທີ່ຄ້າຍຄືກັນນີ້ມາກ່ອນໃນ
17 ບ້ານທີ່ແຂວງສະຫວັນນະເຂດໃນປີ 2008-2010 ແລະ ຄັ້ງນີ້ກໍເປັນໄລຍະທີ 2 ເພື່ອປັບປຸງອີກ
13 ບ້ານໃນແຂວງດັ່ງກ່າວ.
No comments:
Post a Comment