ໃນວັນທີ 4 ມີນາຜ່ານມາ, ຢູ່ສູນກາງສະຫະພັນແມ່ຍິງລາວ, ນະຄອນ ຫລວງວຽງຈັນ, ໄດ້ຈັດງານສະເຫລີມສະຫລອງວັນສ້າງຕັ້ງສື່ແມ່ຍິງລາວ ຄົບຮອບ 35 ປີ, ໂດຍການເຂົ້າຮ່ວມຂອງທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະ ຊວງຖະແຫລງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວ, ທ່ານນາງ ສີໃສ ລືເດດມູນສອນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃນຖານະເປັນຜູ້ຊີ້ນຳ-ນຳພາ ສື່ແມ່ຍິງລາວ
ໄດ້ກ່າວໃນງານຄັ້ງນີ້ວ່າ: ຕະຫລອດໄລຍະ
35 ປີຜ່ານມາ, ຄະນະປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະບັນນາທິ ການ,
ນັກຂ່າວ, ນັກຂຽນ ຕະຫລອດຮອດຜູ້ຈຳໜ່າຍໃນແຕ່ລະລຸ້ນ ສາມາດຍາດຜົນງານໄດ້ຫລາຍຢ່າງ, ເຊິ່ງເລີ່ມຈາກການຈັດພິມໜັງສືພິມ, ຜະລິດລາຍ ການວິທະຍຸ, ໂທລະພາບ, ວາລະສານ
ແລະ ເວັບໄຊ.
ມາຮອດປັດຈຸບັນ
ສາມາດຜະລິດສື່ສິ່ງພິມໄດ້ທັງໝົດ 2,8 ລ້ານສະບັບ
ແລະ ສື່ອີເລັກໂທຼນິກ 7 ພັນກວ່າລາຍການ. ພ້ອມນີ້ ຍັງສາມາດເຮັດໃຫ້ແມ່ຍິງບັນດາ
ເຜົ່າໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ມີປະໂຫຍດ, ນຳເອົາບົດຮຽນທີ່ຖ່າຍທອດຜ່ານສື່ຕ່າງໆ ໄປປັບປຸງການດຳເນີນທຸລະກິດ,
ການຜະລິດເປັນສິນຄ້າ ແລະ ການດຳລົງຊີວິດປະຈຳວັນຂອງຕົນ,
ອັນເປັນການປະກອບສ່ວນຊ່ວຍປັບປຸງການຈັດຕັ້ງສະຫະພັນແມ່ຍິງລາວແຕ່ລະຂັ້ນ, ຈັດຕັ້ງປະຕິບັດພັດທະນາແມ່ຍິງ
ແລະ ຂໍ້ແຂ່ງຂັນ 3 ດີ ກໍຄືການສ້າງຕາໜ່າງຂ່າວສານສະຫະພັນແມ່ຍິງໃນທົ່ວປະເທດໄດ້ຢ່າງກວ້າງຂວາງ.
ສື່ແມ່ຍິງລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ມີນາ
1980, ໂດຍເລີ່ມຈາກໜັງສືພິມແມ່ຍິງລາວ, ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານນາງ ຄຳແພງ ບຸບຜາ ແລະ
ມີທ່ານນາງ ຄຳພອນ ພິມມະແສງ
ເປັນບັນນາທິການໃນເວລານັ້ນ,
ການກຳເນີດເກີດຂຶ້ນຂອງໜັງສືພິມແມ່ຍິງລາວແມ່ນຄວາມຮຽກ ຮ້ອງຕ້ອງການພາວະວິໄສໃນການສະໜອງຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການເມືອງ-ແນວຄິດ,
ຄວາມຮູ້ດ້ານແນວທາງ, ລັດຖະທຳມະນູນ,
ກົດໝາຍ, ດ້ານເຕັກນິກວິຊາການ ແລະ
ເປັນເວທີແລກ
ປ່ຽນບົດຮຽນປະສົບການດ້ານຕ່າງໆຂອງແມ່ຍິງລາວ, ພ້ອມນັ້ນ ຍັງເປັນການຕອບສະໜອງກັບການ ຄອງຄອຍຂອງເອື້ອຍນ້ອງແມ່ຍິງທີ່ປາຖະໜາຢາກມີກະບອກສຽງຂອງຕົນໃນການນຳເອົາຜົນງານ
ແລະ ບົດຮຽນຕ່າງໆໄປເຜີຍແຜ່, ສືກສາແລກ ປ່ຽນ,
ຊຶ່ງໜັງສືພິມແມ່ຍິງລາວ ສະບັບທຳອິດເປັນ
ລາຍເດືອນ, ປະກອບມີ 16 ໜ້າ, ພິມຂາວດຳ, ໃນນັ້ນ ມີ 12 ຄໍລຳຄື: ຂ່າວແມ່ຍິງໃນທົ່ວປະເທດ, ບົດມູນເຊື້ອ, ຄວາມສຸກໃນຄອບຄົວ, ເລື່ອງຈິງຄົນແທ້, ບັນຫາໃນຊີວິດ, ວຽກບ້ານງານສີມື ແລະ ຫົວຂໍ້ອື່ນໆ ທີ່ຕິດພັນກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປະຕິບັດສົນ ທິສັນຍາຕ່າງໆທີ່ລັດຖະບານລາວເປັນພາຄີ, ເຊິ່ງໄດ້ຈັດພິມຄັ້ງລະ 3-5 ພັນ ສະບັບ, ຈຳໜ່າຍໃນລາຄາ 50 ອັດ/ສະບັບ, ໃນປີ
1993 ໄດ້ສ້າງຕັ້ງລາຍການໂທລະພາບ
ແມ່ຍິງລາວ ສົ່ງອອກອາກາດທາງສະຖານີໂທລະພາບແຫ່ງຊາດເດືອນລະ
2 ຄັ້ງ ແລະ ຕໍ່ມາກໍໄດ້ປັບປຸງລາຍການວິທະຍຸຮອບຮູ້ຄູ່ແມ່ຍິງລາວອອກອາກາດ 3 ຄັ້ງ/ອາທິດ
ແລະ ອອກອາກາດໂທລະພາບ 4 ຄັ້ງ/ເດືອນ,
ມາຮອດປີ
2007 ກໍໄດ້ຈັດພິມວາລະສານ ສາວລາວ
ເປັນລາຍ 2 ເດືອນ,
ຊຶ່ງພິມຄັ້ງໜຶ່ງ ຈຳນວນ 2 ພັນຫົວ ເປັນເປັນພາສາລາວ
ແລະ ພາສາອັງກິດ, ພິມສອດສີ, ມີ 40 ໜ້າ, ເວົ້າລວມ ແລ້ວ
ມາຮອດປັດຈຸບັນ ສື່ຂອງແມ່ຍິງລາວໄດ້ເຕີບໃຫຍ່ຂະຫຍາຍຕົວໄປກັບສື່ຕ່າງໆຂອງປະເທດໄດ້ ຢ່າງກວ້າງຂວາງ.
No comments:
Post a Comment