ພິທີຮ່ວມລົງນາມສັນຍາຮ່ວມມືທາງດ້ານການຄ້າລະຫວ່າງ
ສປປ ລາວ ແລະ ສສ ຫວຽດນາມ ສະບັບໃໝ່ເພື່ອປ່ຽນແທນສະບັບເກົ່າທີ່ສອງຝ່າຍໄດ້ຕົກລົງນຳກັນເມື່ອປີ
1998 ຜ່ານມາ ໄດ້ມີຂຶ້ນໃນວັນທີ 3 ມີນານີ້ ທີ່ນະຄອນ ຫລວງວຽງຈັນ ລະ ຫວ່າງທ່ານນາງ
ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ທ່ານ
ຫວູ່ຮຸຍຮວາງ ລັດຖະມົນຕີວ່າການກະຊວງອຸດສາຫະກຳ-ການຄ້າ ສສ ຫວຽດນາມ ໂດຍການເຂົ້າ
ຮ່ວມເປັນສັກຂີພິຍານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດການຜະລິດ
ແລະ ຈໍລະຈອນ ແລະ ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມືທາງດ້ານເສດຖະກິດການຄ້າລະຫວ່າງສອງປະເທດ
ລາວ-ຫວຽດນາມ ໃຫ້ກວ້າງ ຂວາງເລິກເຊິ່ງ ແລະ ມີປະສິດທິພາບສູງຂຶ້ນ.
ສັນຍາຮ່ວມມືດ້ານການຄ້າສະບັບໃໝ່ນີ້ ປະກອບມີ
6 ໝວດ ແລະ 16 ມາດຕາ, ກວມເອົາວຽກງານທີ່ຕິດພັນກັບຂະແໜງການຄ້າ, ສິນຄ້າ ແລະ
ດ້ານບໍລິການ ເພື່ອອຳນວຍຄວາມສະດວກໃຫ້ການພົວພັນແລກປ່ຽນສິນຄ້າ ແລະ ການເຂົ້າສູ່ຕະຫລາດ,
ໃນນັ້ນ ສອງຝ່າຍໄດ້ເປັນເອກະພາບຕົກລົງລຶບລ້າງພາສີຫລາຍກວ່າ 95% ຂອງຈຳ ນວນລາຍການສິນຄ້າທີ່ມີຕົ້ນກຳເນີດຢູ່ສອງປະເທດ
ແລະ ໃຫ້ບູລິມະສິດພາສີນຳເຂົ້າສິນຄ້າທີ່ຫວຽດນາມໄດ້ອະນຸຍາດພິເສດໃຫ້ແກ່ລາວ
ແລະ ສັນຍາສະບັບໃໝ່ນີ້ຈະມີຜົນບັງຄັບນັບແຕ່ສອງຝ່າຍໄດ້ເຮັດສຳເລັດບັນດາເອກະສານມີການພົວພັນເຊິ່ງກັນ
ແລະ ກັນລະຫວ່າງສອງຝ່າຍ.
ລັດຖະມົນຕີການຄ້າສອງປະເທດ ໃຫ້ຮູ້ໃນພິທີວ່າ:
ສັນຍາຮ່ວມມືດ້ານການຄ້າລະຫວ່າງສອງປະເທດສະບັບໃໝ່ນີ້ ເຊິ່ງບໍ່ພຽງແຕ່ເປັນພື້ນຖານດ້ານລະບຽບກົດໝາຍເທົ່ານັ້ນ
ມັນຍັງຊ່ວຍເປີດກວ້າງກາລະໂອກາດເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ການບໍລິການ
ແລະ ປະກອບສ່ວນສຳຄັນເຂົ້າໃນການກະຕຸກຊຸກຍູ້ການພົວພັນແບບພິເສດ ແລະ ການຮ່ວມມືຮອບ
ດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ນັບມື້ຂະຫຍາຍໂຕ
ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ. ພິເສດແມ່ນຈະຊ່ວຍໃຫ້ການພົວພັນຮ່ວມມືການຄ້າ
ລາວ-ຫວຽດນາມ ໝັ້ນຄົງ, ໂປ່ງໃສ ແລະ ແທດເໝາະກັບຫລັກການລວມຂອງສາກົນ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ,
ນຳຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດຂອງສອງປະເທດ
ສາມາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະຝ່າຍແທດເໝາະກັບສະພາບສາກົນ ແລະ
ການເຊື່ອມໂຍງເຂົ້າກັບຂົງເຂດ ແລະ ຂອງໂລກ.
ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
ມີຄຳເຫັນໃນພິທີວ່າ: ສັນຍາຮ່ວມມືດ້ານການຄ້າລະຫວ່າງສອງປະເທດສະບັບໃໝ່ນີ້
ມັນມີຄວາມໝາຍສຳຄັນຍິ່ງ ເພື່ອແນໃສ່ຈັດຕັ້ງປະຕິບັດຜົນການຊີ້ນຳຂອງການນຳສອງປະເທດ
ກໍຄືຜົນກອງປະຊຸມຂອງຄະນະກຳມະການຮ່ວມມືສອງຝ່າຍ ຄັ້ງທີ 37 ແລະ ພ້ອມນີ້ ກໍຮຽກຮ້ອງໄປຍັງບັນດາກະຊວງ
ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຈົ່ງເອົາໃຈໃສ່ປະສານສົມທົບແໜ້ນກັບກະຊວງຜູ້ເປັນເຈົ້າການເພື່ອຈັດຕັ້ງປະຕິບັດສັນຍາຮ່ວມມືສະບັບນີ້ປະສົບຜົນສຳເລັດສູງຕາມຄວາມມຸ້ງຫວັງຂອງສອງຝ່າຍ.
No comments:
Post a Comment