ສະພາແຫ່ງຊາດຈັດຊຸດອົບຮົມໃຫ້ແກ່ພະນັກງານວິຊາການ
ພາຍໃຕ້ຫົວຂໍ້ “ການບໍລິການການລົງທຶນຜ່ານມປະຕູດຽວ” ໃນວັນທີ
5 ມີນາ 2015 ນີ້ ທີ່ສູນຝຶກອົບຮົມ ຫ້ອງວ່າການສະພາແຫ່ງຊາດ ໂດຍມີທ່ານ ດຣ
ນາງ ບົວຄໍາ ທິບພະວອນ ຮອງປະທານກໍາມາທິການເສດຖະກິດແຜນການ ແລະ ການລົງທຶນ
ສະພາແຫ່ງຊາດ, ມີບັນດາສໍາມະນາກອນ, ວິທະຍາກອນ ພ້ອມດ້ວຍ
ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຊຸດອົບຮົມຄັ້ງນີ້ ບັນດາສໍາມະນາກອນ
ໄດ້ຮຽນຮູ້ກ່ຽວກັບຫລັກການ ການບໍລິການ ການລົງທຶນຜ່ານປະຕູດຽວ,
ຮູບການລົງທຶນ ແລະ ກິດຈະການ ການລົງທຶນ,
ການບໍລິການລົງທຶນໃນກິດຈະການສໍາປະທານໂດຍຂະແໜງແຜນການ ແລະ ການລົງທຶນ,
ການບໍລິການລົງທຶນໃນກິດຈະການທົ່ວໄປຂະແໜງອຸດສາຫະກໍາ ແລະ ການຄ້າ,
ການບໍລິການເລກປະຈໍາຕົວຜູ້ເສຍອາ ກອນ ແລະ
ນະໂຍບາຍດ້ານພາສີນໍາເຂົ້າຂອງຂະແໜງການເງິນ,
ການບໍລິການວິຊາຂະແໜງການຕ່າງປະເທດ, ການບໍລິການບັດອະນຸຍາດພັກເຊົາ ແລະ
ການອະນຸຍາດນໍາໃຊ້ກາປະທັບທາງລັດຖະການຂອງຂະແໜງປ້ອງກັນຄວາມສະຫງົບ
ແລະ ການບໍລິການອະນຸຍາດໂກຕ້າ, ການນໍາເຂົ້າ ແລະ
ການນໍາໃຊ້ແຮງງານຂອງຂະແໜງແຮງງານ ແລະ ສະຫວັດດີການ-ສັງຄົມ. ນອກນີ້
ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມຮັບຜິດຊອບ
ການຄຸ້ມຄອງຫົວໜ່ວຍທຸລະກິດ ທີ່ມີລັກສະນະຍຸດທະສາດລະດັບຊາດ,
ການພົວພັນກັບຕ່າງປະເທດ, ທີ່ຕິດພັນກັບຫລາຍພາກສ່ວນ ຫລາຍສາຂາ
ຫລືຕົວແທນທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ທະນາຄານ, ສະຖາບັນການເງິນ,
ໂຮງແຮມ, ການທ່ອງທ່ຽວ, ຫົວໜ່ວຍວິສາຫະກິດທີ່ດໍາເນີນການຜະລິດຂະໜາດໃຫຍ່,
ຫົວໜ່ວຍທຸລະກິດທີ່ເຮັດໜ້າທີ່ບໍລິການສາ ທາລະນະ,
ຫົວໜ່ວຍທຸລະກິດທີ່ປະຕິບັດໂຄງການ ຫລື ການສໍາປະທານຂະໜາດໃຫຍ່ຂອງລັດຖະ
ບານເຊັ່ນ: ພະລັງງານ, ຂຸດຄົ້ນຊັບພະຍາກອນທໍາມະຊາດ ແລະ ອື່ນໆ.
No comments:
Post a Comment