ໂດຍ: ຣັດສະໝີ ດວງສັດຈະ
ໂຮງຮຽນສີວັດທະນາ ໄດ້ປະກາດເປັນເຂດປອດນໍ້າອັດລົມຢ່າງເປັນທາງ ການໃນປີກາຍນີ້
ເຊິ່ງແຜນດັ່ງກ່າວໄດ້ຖືກຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງມາ ເປັນເວລາໜຶ່ງປີເຕັມ
ອັນໄດ້ເຮັດໃຫ້ຜູ້ປົກຄອງເດັກມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ແນວຄິດຄິດລິເລີ່ມ ຂອງຜູ້ອຳນວຍການໂຮງຮຽນ
ເຊິ່ງມັນໄດ້ສົ່ງຜົນດີໃຫ້ແກ່ສຸຂ ພາບຂອງລູກຫຼານທີ່ເປັນໜໍ່ແໜງອັນສຳຄັນ ແລະ
ເປັນອະນາຄົດຂອງປະເທດຊາດ
ທັງເປັນການປະຢັດລາຍຈ່າຍຂອງພໍ່ແມ່ໃນເງື່ອນໄຂທີ່ບ້ານເມືອງຢູ່ໃນສະພາວະເສດຖະກິດທີ່ຮຽກຮ້ອງໃຫ້ມີການ ຮັດສາຍ ແອວ.
ໂຮງຮຽນສີວັດທະນາເປັນໂຮງຮຽນອະນຸບານ-ປະຖົມທີ່ມີຈຳນວນນັກຮຽນຫຼາຍສົມຄວນ,
ໂຮງຮຽນແຫ່ງນີ້ຕັ້ງ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນອີກໂຮງຮຽນໜຶ່ງທີ່ມີການເອົາໃຈໃສ່ ດູແລເດັກ ນ້ອຍໄດ້ເປັນຢ່າງດີ
ເຊິ່ງໃນແຕ່ລະປີມີການກວດສຸຂະພາບແຂ້ວໂດຍບໍ່ເສຍຄ່າ ຍ້ອນຜູ້ບໍລິຫານໂຮງຮຽນ ໄດ້ນຳສະເໜີ
ແລະ
ໄດ້ຮັບການຮ່ວມມື-ຊ່ວຍເຫຼືອລ້າຈາກຂະແໜງການສາທາລະນະສຸກ, ຈາກສະມາຄົມມິດຕະ
ພາບໄຊຕະມະ ຍີ່ປຸ່ນ - ລາວ
ໃນໂຄງການເຄດໂວ Kanagawa Alliance
Dental Volunteers Overseas ) ...ແລະໃນແຕ່ລະວັນໂຮງ ຮຽນກໍໄດ້ນຳພາເດັກນ້ອຍສີແຂ້ວຢ່າງຖືກຫຼັກວິຊາການເຊິ່ງໄດ້ກາຍເປັນກິດຈະວັດປະຈຳວັນ,
ນອກ ນີ້ທາງແພດໝໍຂອງລັດ ກໍໄດ້ນຳຢາຂ້າແມ່ທ້ອງໃຫ້ເດັກນ້ອຍນັກຮຽນ, ໃນຂະນະດຽວກັນ
ຄະນະອຳນວຍການ-ຄູ-ແມ່ລ້ຽງ ຍັງໄດ້ນຳພານັກຮຽນອອກ ກຳລັງກາຍຢ່າງເປັນປົກກະຕິໃນຕອນເຊົ້າຂອງທຸກມື້ຍົກເວັ້ນວັນຈັນທີ່ມີການເຄົາລົບທຸງຊາດ,
ເຂົ້າຮ່ວມການແຂ່ງຂັນກິລາ ຫຼາຍປະເພດກັບໂຮງຮຽນຕ່າງໆ, ພ້ອມ
ນັ້ນກໍໄດ້ມີການຫັດແອບສິລະປະວັນນະຄະດີ, ຮຽນພາສາອັງກິດ-ຍີ່ ປຸ່ນ ແລະ ຄອມພີວເຕີ ,
ທຸກໆວັນເສົາໄດ້ມີກິດຈະກຳຕ່າງໆ ອັນໄດ້ສົ່ງຜົນດີ ແລະ ສ້າງທັກສະຕໍ່ການຮຽນ,
ສຸຂະພາບກາຍ-ສຸ ຂະ ພາບຈິດ ແລະ ເຮັດໃຫ້ນັກຮຽນມີຄວາມຮູ້-ຄວາມສາມາດ
ມີຄວາມຜູກພັນກັບໂຮງຮຽນ, ຄູ-ແມ່ລ້ຽງ ແລະ ໝູ່ຄູ່ດ້ວຍກັນ, ອີກບັນຫາໜຶ່ງ
ໃນທຸກວັນອັງຄານກໍມີຊົ່ວໂມງຮຽນ ທັມມະ ເພື່ອສ່ອງທາງໃຫ້ຈິດໃຈສະຫງົບ
ຮູ້ປະພຶດຕົວໃນສິ່ງທີ່ດີ ແລະ ລົດລະຫຼີກເວັ້ນຈາກອະບາຍຍະມຸກ, ນອກນີ້
ຍັງສ້າງບຸກຄະລິກກະພາບໃຫ້ເດັກນ້ອຍຮູ້ອົດອອມຢອມກິນຢອມໃຊ້ເງິນຄຳ,
ສ້າງວັດທະນະທຳປະຢັດດ້ວຍການຝາກເງິນມື້ລະໜ້ອຍ
ເຊິ່ງໄດ້ເຮັດໃຫ້ພໍ່ແມ່ຂອງເດັກປາບປຶ້ມໃຈຕໍ່ລູກທີ່ອາຍຸນ້ອຍໆແຕ່ຮູ້ຄຸນຄ່າຂອງເງິນ ແລະ
ໃນອະນາຄົດທາງໂຮງຮຽນຍັງມີແຜນຝາກເງິນປະຢັດ ເພື່ອພານັກຮຽນທີ່ມີເງື່ອນໄຂໂດຍອີງໃສ່ເງິນທ້ອນຂອງຕົນບວກກັບທຶນຄອບຄົວຈຳ
ນວນໜຶ່ງໄປທັດສະນະສຶກສາ ແລະ ແລກປ່ຽນຄວາມຮູ້ໃນບັນດາປະເທດອາຊຽນບົນພື້ນຖານກອບ AEC, ພ້ອມນີ້
ຍັງໄດ້ສອນນັກຮຽນຮູ້ນໍາໃຊ້ຄູປອງແທນການນໍາໃຊ້ເງິນສົດ
ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານ.
ທ່ານ ນາງ ສີພອນ ສີຈັນທະວົງ
ອໍານວຍການໂຮງຮຽນສີວັດທະນາ ໄດ້ກ່າວ
ວ່າ: ດ້ວຍການຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ
ເວົົ້າສະເພາະການຈັດຕັ້ງປະຕິບັດຕາມຈິດໃຈ 4 ບຸກທະລຸ
ໃນນີ້ກໍແມ່ນບັນຫາການສ້າງຊັບພະຍາກອນມະນຸດ ແລະ ປະຕິບັດຍຸດທະສາດການສຶກສາຂອງລັດຖະບານ
ໂດຍສະເພາະຂອງທ່ານລັດຖະມົນຕີວ່າການກະຊວງສຶກສາ ແລະ ກິລາ ກໍຄືຄະນະນຳຂະແໜງການສຶກສາທຸກຂັ້ນ,
ໂດຍຫຼິງເຫັນເດັກນ້ອຍໃນມື້ນີ້ຄືຜູ້ໃຫຍ່ໃນວັນໜ້າ ແລະ
ເຂົາເຈົ້າເຫຼົ່ານີ້ຈະເປັນຜູ້ແບກຫາບຊາຕາກຳຂອງຊາດໃນວັນໜ້າກໍຄືການກຽມຄວາມພ້ອມສູ່ AEC, ສະ ນັ້ນ
ພວກເຮົາຈຶ່ງຕ້ອງສ້າງເດັກນ້ອຍໃນທຸກດ້ານ ກ່່ອນອື່ນກໍຕ້ອງຖືສຳຄັນໃນການຮັກສາສຸຂະພາບ
ເຮັດແນວໃດບໍ່ໃຫ້ເດັກນ້ອຍເກີດພະຍາດ ຫຼື ເຈັບເປັນ, ໜ້າທີ່ຕົ້ນຕໍກໍແມ່ນການປ້ອງກັນ
ໂດຍເອົາການສ້າງກິດຈະກຳຕິດພັນກັບການຮຽນ-ການສອນ ແລະ
ໃນຜ່ານມາການສ້າງກິດຈະກຳມີຫຼາຍຄັ້ງກໍຕ້ອງມີການໃຊ້ຈ່າຍແຕ່ທາງໂຮງຮຽນກໍນຳໃຊ້ງົບຂອງຕົນທີ່ມີ
ເພື່ອບໍ່ໃຫ້ເປັນພາລະຂອງຜູ້ປົກຄອງ, ເວົ້າສະເພາະບັນຫາການສ້າງໃຫ້ໂຮງຮຽນສີວັດທະນາເປັນເຂດປອດນ້ຳອັດລົມ
ເຖິງວ່າການຂາຍສິນຄ້າປະເພດນີ້ເປັນຂອງມັກຂອງເດັກນ້ອຍ ແລະ ມີກຳໄລງາມກໍຕາມ
ແຕ່ມັນບໍ່ກຸ້ມຄ່າ ຫຼື ບໍ່ສາມາດແລກກັບສຸຂະພາບທີ່ດີຂອງລູກຫຼານໄດ້
ເລື່ອງດັ່ງກ່າວໃນຜ່ານກໍໄດ້ຮັບການຮ່ວມມືແລະໄດ້ຮັບການສະໜັບສະໜູນເປັນຢ່າງດີຈາກຜູ້ປົກຄອງ
ເຖິງຂັ້ນວ່າມີບາງຄອບຄົວກໍໄດ້ປະກາດໃຫ້ຄອບຄົວຕົນເອງເປັນເຂດປອດນ້ຳອັດລົມເຊັ່ນດຽວກັນ
ແລະຂໍຖືໂອກາດນີ້ສົ່ງຄວາມຂອບໃຈໂດຍຜ່ານສື່ມວນ ຊົນໄປຍັງບັນດາຄອບຄົວເຫຼົ່ານີ້
ແຕ່ກໍບໍ່ມີເຈດຕະນາກ່າວຮ້າຍການດຳເນີນທຸລະກິດດ້ານນີ້ແຕ່ປະການໃດ ແລະ ຂໍແຈ້ງໃຫ້ຊາບວ່າ:
ໃນຜ່ານມາບັນດາລູກຫຼານຂອງທ່ານທີ່ຢູ່ໃນຄວາມຮັບຜິດ ຊອບຂອງພວກເຮົາຈຳນວນບໍ່ໜ້ອຍ
ໄດ້ເປັນຄົນທີ່ມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້, ມີຄະແນນດີ, ມີລະຽບວິໃນ,
ເປັນນັກຮຽນ-ນັກກິລາເກັ່ງ, ນັກຮ້ອງສຽງດີ-ນັກຟ້ອນງາມ ແລະ
ເປົ່າຂູ່ຍມ່ວນເຊິ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກການຈັດຕັ້ງຂັ້ນເທິງ ແລະ
ກໍມີນັກຮຽນທີ່ຮຽນຈົບຈາກໂຮງຮຽນແຫ່ງນີ້ຈຳນວນ
ໜຶ່ງ ໄດ້ກາຍເປັນຕົ້ນກ້າທີ່ຈະເລີນງອກງາມ ໄປຕໍ່ຍອດຖອດໃບຢູ່ໂຮງຮຽນມັດທະຍົມ,
ມະຫາວິທະຍາໄລ ກາຍເປັນນັກຮຽນ ດີ-ນັກຮຽນເກັ່ງ ເຊິ່ງໄດ້ຮັບການຄັດເລືອກໄປທັດສະນະສຶກສາ,
ແລກປ່ຽນວັດທະນະທຳຢູ່ຍີ່ປຸ່ນ ແລະ ປະເທດໄທ, ໃນຕໍ່ໜ້ານີ້ ພວກເຮົາຍັງຈະສືບຕໍ່ເອົາໃຈໃສ່ດູແລສຸຂະພາບ,
ການຮໍ່າຮຽນຂອງລູກຫຼານຂອງພວກທ່ານໃຫ້ດີທີ່ສຸດ ແລະ ຖືເປັນໜ້າທີ່ການ ເມືອງຂອງຕົນ
ໂດຍປະຕິບັດວິໃສທັດທີ່ວ່າ: “ ຮຽນຄວາມຮູ້
ຄູ່ຄຸນນະທຳ ໂຮງຮຽນຄືສວນດອກໄມ້ທີ່ເບັ່ງບານ “.
ເຖິງແມ່ນວ່ານໍ້າອັດລົມຈະໃຫ້ຄວາມຫວານ,
ສົດຊື່ນ ແລະ ຖືກໃຈກໍຕາມ ແຕ່ມັນຍັງເຊື່ອງຊ້ອນຫຼາຍໆບັນຫາຢ່າງບໍ່ຄາດຄິດ ເປັນຕົ້ນ
ເຮັດໃຫ້ແຂ້ວຜຸ, ແຂ້ວແມງ ຫຼື ສ່ຽງຕໍ່ການເກີດເປັນພະຍາດເບົາຫວານ,
ເດັກນ້ອຍດື່ມນໍ້າອັດລົມພຽງໜຶ່ງແກ້ວ ຫຼື ໜຶ່ງກະ ປ໋ອງລຽນຕິດ
ຈະສ່ຽງຕໍ່ການເກີດພະຍາດເບົາຫວານໃນຕອນເຖົ້າ ສ່ຽງຕໍ່ການເປັນພະຍາດເບົາຫວານສູງຂຶ້ນອີກ
20%, ອົງການກຸ ສົນຕໍ່ຕ້ານພະຍາດເບົາຫວານ
ໄດ້ແນະນຳໃຫ້ຫຼຸດການບໍລິໂພກນໍ້າອັດລົມຫວານໆ ເພາະມັນບໍ່ມີປະໂຫຍດເນື່ອງຈາກມັນໃຫ້ພະລັງ ງານສູງ ແລະ ຕຸ້ຍງ່າຍຂຶ້ນ,
ຕາມຜົນການວິໃຈຈາກຄົນໃນອັງກິດ, ເຍຍລະມັນ, ດານມາກ, ອີຕາລີ, ແອັດສະປາຍ, ສະວີເດັນ,
ຝຣັ່ງ ແລະເນເທີແລນຈຳນວນ 350.000 ຄົນ ໄດ້ຊິ້ວ່າ:
ດື່ມນໍ້າອັດລົມຫວານໆຈະເຮັດໃຫ້ສ່ຽງຕໍ່ການເປັນພະຍາດ ເບົາຫວານຍິ່ງຂຶ້ນ
ຖ້າດື່ມທຸກມື້ກໍຍິ່ງສ່ຽງໜັກຂຶ້ນກ່ວາເກົ່າ, ຜູ້ຊ່ຽວຊານສະຖິຕິມະຫາວິທະຍາໄລ ຄໍເລດ
ທີ່ລອນດອນ ປະເທດອັງກິດເວົ້າວ່າ:ນໍ້າອັດລົມຫວານໆເປັນສິ່ງທີ່ບໍ່ມີປະໂຫຍດ,
ບໍ່ມີຄຸນຄ່າອາຫານ, ບໍ່ຊ່ວຍໃຫ້ສຸຂະພາບດີ ຫາກດື່ມທຸກມື້ຈະສ່ຽງຕໍ່ ການເປັນພະຍາດເບົາ ຫວານຊະນິດທີສອງນຳອີກ.
No comments:
Post a Comment