ເຈົ້າໜ້າທີ່ກອງຄະດີອຸປະຕິເຫດ ແຂວງສາລະວັນ ໃຫ້ຮູ້ວ່າ: ໃນເວລາປະມານ 22:00 ໂມງຂອງວັນທີ 28 ກຸມພາຜ່ານມາ, ໄດ້ເກີດອຸປະຕິເຫດລົດກະບະ ໝາຍເລກທະບຽນ ຣທ 8888, ຂັບຂີ່ມາດ້ວຍຄວາມໄວສູງ ຈຶ່ງເກີດເສຍຫລັກຕຳເອົາຄົນທີ່ຢືນຢູ່ແຄມທາງດ້ວຍຄວາມຮຸນແຮງ ແລະ ໄດ້ເຈີດເຂົ້າໄປຕຳຮ້ານຂາຍເຄື່ອງຈຳ ນວນ 2 ຮ້ານ, ເຮືອນປະຊາຊົນ ຈຳນວນ 5 ຫລັງ, ເສົາໄຟເຍືອງທາງ ແລະ ຕຳເສົາໄຟຟ້າ ພາໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 4 ຄົນ ແລ້ວຄົນຂັບລົດ ຄັນດັ່ງກ່າວໄດ້ເອົາຕົວຫລົບໜີ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສາເຫດຂອງການເກີດອຸປະຕິເຫດໃນຄັ້ງນີ້ ແມ່ນເກີດຈາກຜູ້ຂັບຂີ່ດື່ມສິ່ງມືນເມົາແລ້ວຂັບຂີ່ລົດດ້ວຍຄວາມໄວຈົນພາໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບດັ່ງກ່າວ. ປັດຈຸບັນເຈົ້າໜ້າທີ່ຮູ້ຕົວຜູ້ກະທຳຜິດແລ້ວ ແລະ ພວມນຳຈັບຕົວມາດຳເນີນຄະດີຕາມກົດໝາຍ. ພ້ອມກັນນີ້ ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນຄວນມີສະຕິລະວັງຕົວໃນການຂັບຂີ່ເມື່ອເກີດເຫດການດັ່ງກ່າວບໍ່ຄວນເອົາຕົວລົບໜີ ເພາະຈະເຮັດໃຫ້ໂທດໜັກຂຶ້ນຕື່ມ.
No comments:
Post a Comment