Ad

Ad

6 March 2015

ຈຳຄຸກ 2 ປີ ຍ້ອນສໍ້ໂກງຊັບໄປຫລີ້ນການພະນັນ

ເມື່ອຕົ້ນອາທິດຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດ ສີນລົງໂທດທ້າວ ອີນທະນູສອນ ອາຍຸ 40 ປີຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກ 2 ປີ 3 ເດືອນ, ພ້ອມປັບໃໝໜຶ່ງລ້ານ ກີບໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ໃຫ້ໃຊ້ແທນໂຈດທາງແພ່ງ 111 ລ້ານກີບ, ເຊິ່ງຄະດີມີຢູ່ວ່າ: ແຕ່ປີ 2006 ເປັນຕົ້ນ ມາ, ທ້າວ ອີນທະນູ ສອນ ໄດ້ເຄື່ອນໄຫວ ຕົວະຍົວະຢືມເງິນນຳຄົນຮູ້ຈັກຫລາຍຄົນ ເພື່ອໄປຫລິ້ນການພະນັນແລ້ວບໍ່ໃຊ້ຄືນ, ຕົກມາຮອດກາງປີ 2014 ຜູ້ກ່ຽວໄດ້ມາຮູ້ຈັກກັບນາງ ຄຳຟອງ ກໍໄດ້ຕົວະວ່າມີນັກ ທຸລະກິດຈາກຕ່າງປະເທດຈະນຳ ເຂົ້ານ້ຳມັນ ຈາກປະເທດໄທມາລາວຈຶ່ງຊັກຊວນ ນາງ ຄຳຟອງ ລົງທຶນຮ່ວມກັນໂດຍເອົາລົດຕູ້ໜຶ່ງຄັນເຂົ້າຮ່ວມທຶນ, ພາຍຫລັງທ້າວ ອີນທະນູສອນ ໄດ້ລົດແລ້ວ ຈຶ່ງເອົາໄປ ຊວດຈຳນຳຄົນຈີນຢູ່ກາຊີໂນພູເຂົາຄວາຍໄດ້ເງິນ 3 ແສນບາດ (ສະກຸນເງິນໄທ) ແລ້ວເອົາໄປຫລິ້ນໄພ້ຢູ່ກາຊິໂນດັ່ງກ່າວ ຈົນໝົດ, ຕົກມາຮອດເດືອນກໍລະກົດ 2014 ຄົນຈີນທີ່ຮັບຊວດຈຳລົດໄດ້ຂີ່ລົດມາຕະຫລາດຈີນເຂດບ້ານຂົວຫລວງ
ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ນາງ ຄຳຟອງ ຈຶ່ງພົບເຫັນແລ້ວແຈ້ງເຈົ້າໜ້າທີ່ກັກລົດໄວ້ ແລະ ນຳຈັບຕົວທ້າວ ອີນທະນູສອນ ມາດຳເນີນຄະດີຕາມລະບຽບກົດໝາຍ.
     ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 4 ມີນານີ້, ທ່ານ ພັນໂທ ທອງສະຫວັດ ແສຍສຸວາດ ຮອງກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ມອບລົດກະບະຮຸນໄດໝາຍເລກທະບຽນ ກສ 6487 ກຳແພງນະຄອນ ໃຫ້ເຈົ້າຂອງເດີມນາງ ແພງແກ້ວ ໄຊຍະແສງ, ພາຍຫລັງລົດຄັນດັ່ງກ່າວຖືກຄົນຮ້າຍລັກໄປເມື່ອຕົ້ນເດືອນກຸມພາ 2015 ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ແລະ ຕົກມາຮອດທ້າຍເດືອນດຽວກັນ, ກໍສາມາດຈັບຕົວຄົນຮ້າຍຄືທ້າວ ສັນຕິໄຊ ອາຍຸ 35 ປີຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງເປັນຫລານຊາຍຂອງນາງ ແພງແກ້ວ ມາດຳເນີນຄະດີຕາມລະບຽບກົດໝາຍ.
    ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ທ້າວ ສັນຕິໄຊ ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງເປັນເວລາ 5 ປີຍ້ອນຄ້າຂາຍຢາເສບຕິດ.

No comments:

Post a Comment