ລາວຈະຈັດການແຂ່ງຂັນກິລາກ໊ອຟສອງລາຍການສຳຄັນຄື: ການແຂ່ງຂັນກ໊ອຟ ມິດຕະພາບລາວ-ໄທ ຄັ້ງທີ 2 ເພື່ອຊິງຂັນທ່ານນາຍົກລັດຖະມົນຕີລາວ, ເຊິ່ງຈະຈັດ ຂຶ້ນໃນວັນທີ 28 ມີນານີ້ ແລະ
ການແຂ່ງຂັນກ໊ອຟລາວຊາເລັນຄັ້ງທີ 3 ໃນວັນທີ 4 ເມສານີ້,ໂດຍການແຂ່ງຂັນສອງລາຍການແມ່ນຈະມີຂຶ້ນສະໜາມກ໊ອຟລອງວຽງ ເມືອງຫາດຊາຍຟອງ
ນະຄອນຫລວງວຽງຈັນ.
ສຳລັບການແຂ່ງຂັນກ໊ອຟມິດຕະພາບລາວ-ໄທ ຄັ້ງທີ 2 ເພື່ອຊິງຂັນທ່ານນາຍົກລັດຖະມົນຕີລາວນີ້, ແມ່ນສະຖານທູດໄທ ປະຈຳລາວ ແລະ ສະພາທຸລະກິດໄທ-ລາວ ຮ່ວມກັນຈັດ, ໂດຍມີຈຸດປະສົງເພື່ອພົບປະແລກປ່ຽນລະຫວ່າງພາກທຸລະ ກິດ ຂອງລາວ
ແລະ ໄທກັບພາກລັດຖະບານ, ທັງເປັນການເສີມສ້າງຄວາມເຂົ້າອົກ ເຂົ້າໃຈໃນສາຍພົວພັນທີ່ດີລະຫວ່າງສອງປະ
ເທດໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ
ແລະ ລາຍໄດ້ຈາກການແຂ່ງຂັນທັງໝົດຈະເອົາໄປສົມທົບໃນການກໍ່ສ້າງວັດປ່າດົງເຜິ້ງ ເມືອງ ນາຊາຍທອງ
ນະຄອນ ຫລວງວຽງຈັນ ແລະ ຈັດຊື້ອຸປະກອນການສຶກສາຈຳນວນໜຶ່ງໃຫ້ແກ່ໂຮງຮຽນທຸກຍາກຂາດເຂີນ ໃນເຂດເມືອງດັ່ງກ່າວ, ສ່ວນການແຂ່ງຂັນກ໊ອຟລາວຊາເລັນຄັ້ງທີ 3 ແມ່ນສະຫະພັນກ໋ອຟແຫ່ງຊາດ
ແລະ ວາລະສານທາເກັດ ຮ່ວມກັນຈັດ ເພື່ອເລັ່ງໃສ່ສົ່ງເສີມພັດທະນາວົງການກິລາປະເພດນີ້ໃຫ້ມີບາດກ້າວຂະຫຍາຍຕົວພົ້ນເດັ່ນໃນສັງຄົມ, ສິ່ງສຳຄັນ ແມ່ນເປັນການຄັດເລືອກເອົານັກກິລາສະໝັກຫລິ້ນທີ່ມີສີມືດີເຂົ້າຮ່ວມລາຍການແຂ່ງຂັນກ໊ອຟສະໝັກຫລິ້ນອາຊີປາຊີຟິກຄັ້ງທີ 27 ຫລື ໂນມູລາຄັບ 2015 ທີ່ສະໜາມກ໊ອຟ
ຢາລິ້ງ ອາບູດາບີ ສະຫະລັດອາລັບເອມີເລດ, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20 - 26 ຕຸລາ 2015, ໂດຍເລີ່ມເປີດຮັບສະໝັກແຕ່ວັນທີ 4 - 27 ມີນານີ້ຢູ່ອາຄານເຄແອນຊີ
ໝາຍເລກໂທລະສັບ 021-216666 ຫລືສະໜາມກ໊ອຟລອງວຽງ, ເຊິ່ງຄ່າສະໝັກ 8 ແສນກີບຕໍ່ຄົນ.
ພິທີຖະແຫລ່ງຂ່າວການແຂ່ງຂັນກ໊ອຟມິດຕະພາບລາວ-ໄທ ຄັ້ງທີ 2 ເພື່ອຊິງຂັນທ່ານນາຍົກລັດຖະມົນຕີລາວ ມີຂຶ້ນ ຢູ່ບໍລິສັດເຄແອນຊີ
ແລະ ຖະແຫລ່ງຂ່າວການແຂ່ງຂັນກ໊ອຟລາວຊາເລັນຄັ້ງທີ 3 ມີຂຶ້ນຢູ່ສະຖານທູດໄທ, ນະຄອນຫລວງ ວຽງຈັນ, ໃນວັນທີ 4 ມີນາຜ່ານມານີ້.
No comments:
Post a Comment