ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະທ້າຍອາທິດນີ້, ບໍລິເວນຄວາມກົດດັນຕຂອງອາກາດຮ້ອນ ຍັງຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຮັດໃຫ້ອຸນຫະ ພູມອາກາດຮ້ອນສູງຂຶ້ນຕາມຢູ່ແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້, ແຕ່ອາກາດຍັງຈະເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນເຂດພູສູງ, ພູດອຍ, ພູພຽງບໍລະເວນ ປາກຊ່ອງ, ນິຄົມ 34, ເມືອງ ທ່າແຕງ ແລະ ເມືອງດາກຈຶງ. ຈາກນັ້ນນຕົ້ນອາທິດໜ້າກະແສລົມຕາເວັນຕົກ ແລະ ຕາເວັນຕົກສຽງໃຕ້ ຈະພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດສືບຕໍ່ຮ້ອນຂຶ້ນຕາມ ແລະ ຈະມີຝົນຕົກຟ້າຄະນອງ, ພ້ອມມີ ລົມພັດແຮງຢູ່ ບາງທ້ອງຖິ່ນໃນແຕ່ລະພາກຂອງລາວ.
ສະພາບອຸນຫະພູມ ໃນໄລຍະນີ້, ໂດຍທົ່ວໄປແລ້ວ ຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກໜາປົກ ຫຸ້ມຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກ ແລະ ອາກາດຈະຮ້ອນໃນຕອນກາງເວັນ, ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ, ໂດຍສະເພາະແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້. ໃນໄລຍະຕົ້ນອາທິດໜ້າ ຈະມີຝົນຕົກຟ້າ
ຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ, ຍ້ອນກະແສລົມຕາເວັນຕົກສຽງໃຕ້ ຈະພັດ ປົກຄຸມ. ດັ່ງນັ້ນ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນທີ່ເຂດພື້ນທີ່ດັ່ງກ່າວ ໃຫ້ກຽມພ້ອມຮັບກັບສະພາບອາກາດ ໃຫ້ທ່ວງທັນ.
ໃນຂະນະດຽວກັນ ທາງພາກສ່ວນກ່ຽວຂ້ອງໂດຍສະເພາະກົມຄວບຄຸມພະຍາດຕິດຕໍ່ໄດ້ເຕືອນໃຫ້ພໍ່ແມ່ປະຊາຊົນທຸກຊົນຊັ້ນຄວນປະຕິບັດ 3 ສະອາດຄື: ກິນ, ຢູ່ ແລະ ດື່ມສະອາດ ເພື່ອຫລີກລ້ຽງພະຍາດທີ່ຈະເກີດຂຶ້ນໃນໄລຍະນີ້ ກໍຄືລະດູຮ້ອນເປັນຕົ້ນພະຍາດ ຖອກທ້ອງຮຸນແຮງ, ໃຂ້ອອກຕຸ່ມ, ໃຂ້ຫວັດໃຫຍ່ ແລະ ອື່ນໆ. ດັ່ງນັ້ນ, ກ່ອນ-ຫລັງເຂົ້າຫ້ອງນ້ຳ ແລະ ກິນອາຫານທຸກຄັ້ງກໍ ຄວນລ້າງມືໃສ່ສະບູໃຫ້ສະອາດ, ລວມໄປເຖິງອາຫານການກິນ ຈະຕ້ອງອຸ່ນໃໝ່ ຫລື ປຸງແຕ່ງໃໝ່ທຸກຄັ້ງ. ພ້ອມດຽວກັນນີ້, ທາງພະແນກມອດໄຟນະຄອນຫລວງວຽງຈັນ ກໍຝາກເຕືອນມາຍັງພໍ່ແມ່ປະຊາຊົນຄວນມີສະຕິ, ລະວັງໃນການຊົມໃຊ້ໄຟຟ້າ, ໄຕ້ທູບທຽນ, ຈູດຫຍ້າ, ຈູດຂີ້ເຫຍື້ອ ແລະ ເຕົາຖ່ານ ຫລັງຈາກໃຊ້ແລ້ວ ຄວນດັບມອດໃຫ້ລະອຽດເພື່ອປ້ອງກັນການເກີດ ອັກຄີໄພໃນລະດູຮ້ອນເພາະອາກາດຮ້ອນອົບເອົ້າຫລາຍເຮັດໃຫ້ການຊົມໃຊ້ໄຟຟ້າເພີ່ມຂຶ້ນຈຶ່ງເປັນສາເຫດໜຶ່ງທີ່ພາໃຫ້ເກີດໄຟໄໝ້ ໄດ້ງ່າຍ.
No comments:
Post a Comment