Ad

Ad

6 April 2015

ລົດວີໂກ້ແຊ໊ມ ສະຫລອງຍອດຂາຍ 5 ລ້ານຄັນໃນທົ່ວໂລກ



     ໃນຄ່ຳຄືນຂອງວັນທີ 3 ເມສານີ້, ບໍລິສັດ ໂຕໂຍຕາ ປະເທດໄທ ຈຳກັດ, ຈັດ ກິດຈະກຳສະຫລອງຍອດຂາຍລົດໂຕ ໂຍຕາ ວີໂກ້ແຊ໊ ຈຳນວນ 5 ລ້ານຄັນໃນ ທົ່ວໂລກ, ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເຂົ້າ ຮ່ວມຂອງທ່ານຮອງປະທານຝ່າຍປະຕິບັດການສຳນັກງານເຂດ ພູມີພາກແມ່ນ້ຳຂອງ ຂອງບໍລິສັດ ໂຕໂຍຕາ ປະເທດໄທ ຈຳກັດ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນ ຫລາຍ.
    ທ່ານຮອງປະທານຝ່າຍປະຕິບັດການສຳນັກງານດັ່ງກ່າວມີຄຳເຫັນໃນພິທີວ່າ: ໃນໂອກາດສະຫລອງຍອດຂາຍລົດໂຕໂຍຕາ ວີໂກ້ຊ໊ ຈຳນວນ 5 ລ້ານຄັນ ໃນທົ່ວໂລກ, ດັ່ງນັ້ນ ບໍລິສັດຂອງຕົນ ຈຶ່ງໄດ້ຈັດກິດຈະກໍາຢ່າງຍິ່ງໃຫຍ່ນີ້ຂຶ້ນ ເພື່ອເປັນການ ຂອບໃຈລູກຄ້າທີ່ໄວ້ວາງໃຈລົດວີໂກ້ແຊ໊ ຂອງພວກເຮົາ, ອັນໄດ້ສ້າງຄວາມສຸກໃຫ້ກັບລູກຄ້າທີ່ຢູ່ທົ່ວປະເທດລາວ ບໍ່ວ່າຈະ
ເປັນສູນຈຳໜ່າຍຢູ່ແຂວງຫລວງພະບາງ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫລວງວຽງຈັນ ກັບງານສະຫລອງຄັ້ງນີ້ ນັບທັງ ອາຫານ, ເຄື່ອງດື່ມແລະ ກິດຈະກຳຕ່າງໆເພື່ອຊີງລາງວັນສາຍຄໍຄຳໜັກ 1 ສະຫລຶງ ຈຳນວນ 6 ລາງວັນ, ພ້ອມຊົມ ການສະແດງ ເຊຍລີດເດີ້, ການສະແດງມາຍາກົນ, ຄອນເສີດຈາກນັກຮ້ອງທີ່ມີຊື່ສຽງຂອງລາວເຊັ່ນ: ຕ່າຍ ອາກາດ, ນ້ຳຝົນ ເປບຊີ ແລະ ສັກ ວົງເຊວ ທີ່ມາພ້ອມກັບ ນັກຮ້ອງ ຊື່ດັງຈາກປະເທດໄທເປັນຕົ້ນ ເປ້ ໄຮລ໋ອກ, ຈຽບ ພິສຸດ, ຫລັ່ງ ລ໋ອກ ເຄດຕ້າ ແລະ ໂປ່ງ ຫີນ ເຫລັກ ໄຟ ທີ່ທາງໂຕໂຍຕານຳມາມອບໃຫ້ກັບລູກຄ້າແບບເຖິງອົກເຖິງໃຈ.
     ນອກຈາກນີ້ ເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ ບໍລິສັດ ໂຕໂຍຕາ ຍັງໄດ້ມອບສິດທິພິເສດໃຫ້ຜູ້ທີ່ເຂົ້າມາຊື້ລົດທຸກ ຄັນແມ່ນຈະໄດ້ຮັບສາຍຄໍຄຳກັບບ້ານ ໄປພ້ອມ ແລະ ລຸ້ນເອົາຂອງລາງວັນໃຫຍ່ຊັ້ນທີ 2 ຫລາຍກວ່າ 100 ລາງວັນ, ລວມມູນຄ່າ 2 ພັນກວ່າລ້ານກີບ, ເຊິ່ງຈະເລີ່ມແຕ່ວັນທີ 1 ມີນາເຖິງ 30 ເມສານີ້ເທົ່ານັ້ນ.

No comments:

Post a Comment