Ad

Ad

6 April 2015

ຟອດມັດສ໌ແຕງ 2015 ເປີດໂຕຢ່າງເປັນທາງການ



     ໃນຄ່ຳຄືນຂອງວັນທີ 2 ເມສານີ້, ບໍລິສັດ ລາວຟອດ ຊີຕີ, ໄດ້ນຳສະເໜີລົດ ຟອດ ຍີ່ຫໍ້ ມັດສ໌ແຕງ (Mustang), ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ, ໂດຍການເຂົ້າ ຮ່ວມຂອງທ່ານ ເດວິດ ເວັສເຕີແມນ (David Westerman), ອຳນວຍການຕະຫລາດໃໝ່ປະຈຳ ພາກພື້ນອາຊີປາຊີຟິກ ຂອງ ບໍລິສັດ ຟອດມໍເຕີ, ມີບັນດາລູກຄ້າ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.
     ຜູ້ອຳນວຍການບໍລິສັດ ຟອດມໍເຕີ ກ່າວວ່າ: ລົດຟອດ ມັດສ໌ແຕງ ເປັນລົດທີ່ໄດ້ ຮັບຄວາມນິຍົມ ຫລາຍທີ່ສຸດໃນໂລກ, ມີປະສິດທິພາບ ແລະ ມາດຕະຖານສູງ, ພ້ອມນີ້ ລົດຟອດມັດສ໌ແຕງ ຍັງໄດ້ ສະທ້ອນ ໃຫ້ເຫັນເຖິງສັນຍາລັກຂອງລົດທີ່ມີປະຫວັດຄວາມເປັນມາຫລາຍກວ່າ 50 ປີ ແລະ ໄດ້ຮັບ ການປັບປຸງດ້ານຄວາມປອດໄພ ດ້ວຍເຕັກໂນໂລຊີໃໝ່ລ້າສຸດ, ທີ່ໄດ້ນຳມາຈຳໜ່າຍຢູ່ລາວມີ 2 ລຸ້ນຄື: ລຸ້ນສະປອດ ຈັກ 5.0 ລິດ V8 ມີຄວາມແຮງ 435 ແຮງມ້າ ແລະ ລຸ້ນປະຢັດນ້ຳມັນເທີໂບຊາດ ຈັກ 2.3 ລິດ ອີໂຄບູດ ມີຄວາມແຮງ 310 ແຮງມ້າ, ເຊິ່ງເປັນລຸ້ນທີ່ທັນ ສະໄໝທີ່ສຸດ, ມີຄວາມຫລູຫລາ, ແຂງແກ່ນ ສາມາດ ຫລຸດແຮງຕ້ານ ຫລື ການສຽດສີຂອງລົມໄດ້ດີ, ມາພ້ອມກັບພວງມະ ໄລທີ່ລ້ຳຍຸກ ເພື່ອການ ຄວບຄຸມທີ່ແມ້ນຍຳຂຶ້ນ ແລະ ພາຍໃນກວ້າງຂວາງສະດວກສະບາຍກວ່າເກົ່າ, ລົດຟອດຍີ່ຫໍ້ມັດສ໌ແຕງນີ້ ມີໃຫ້ເລືອກເຖິງ 10 ສີດ້ວຍກັນ.

No comments:

Post a Comment