Ad

Ad

23 April 2015

ໄລຍະ​ນີ້ຈະມີຝົນຕົກຟ້າຄະນອງ ພ້ອມລົມພັດແຮງຢູ່​ຫລາຍ​ທ້ອງ​ຖິ່ນ



     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ນັບແຕ່ວັນທີ​ 22-25 ​ເມສານີ້, ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ຈະມີກຳລັງປານກາງແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ​ເຮັດໃຫ້ອຸນຫະພູມອາກາດເຢັນລົງ 1-2 ອົງສາ ຢູ່ໃນແຕ່ລະພາກ, ຈາກນັ້ນ ນັບແຕ່ວັນທີ 26-28 ​ເມສາເປັນຕົ້ນໄປ ບໍລິເວນຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຈະແຜ່ປົກຄຸມຢູ່ທົ່ວທຸກພາກ, ​ເຮັດໃຫ້ອຸນຫະພູມອາ ກາດສູງຂຶ້ນຕື່ມອີກໃນຕອນກາງເວັນພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກຟ້າຄະນອງກະຈາຍພ້ອມມີລົມພັດ​​ແຮງ, ຢູ່ບາງທ້ອງຖິ່ນໃນແຕ່ລະພາກເປັນບາງໂອກາດ, ນັບທັງນະຄອນຫລວງວຽງຈັນ.
     ໃນໄລຍະນີ້, ສະພາບອຸນຫະພູມອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ, ຈາກນັ້ນທ້າຍອາທິດນີ້ຫາຕົ້ນອາ ທິດໜ້າອຸນຫະພູມອາກາດໂດຍທົ່ວໄປຈະຮ້ອນຫາຮ້ອນເອົ້າໃນຕອນກາງເວັນ ພ້ອມມີໝອກແຫ້ງປົກຫຸ້ມເປັນສ່ວນຫລາຍ. ນັບແຕ່ວັນທີ 22-26 ​ເມສານີ້, ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກແລະ ຈະເບົາບາງລົງຕາມລຳດັບໃນອາທິດຕໍ່ໜ້າ.

     ແຈ້ງເຕືອນ: ​ເນື່ອງຈາກວ່າບໍລິເວນຄວາມກົດດັນສູງຂອງອາກາດເຢັນຍັງຈະມີກຳລັງປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ​ເຮັດໃຫ້ມີຝົນ ຕົກຟ້າຄະນອງ ພ້ອມມີລົມພັດແຮງເກີດຂຶ້ນຢູ່ຫລາຍທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ ຈຶ່ງແຈ້ງເຕືອນ​​ເຖິງປະຊາຊົນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຟ້າຄະນອງ, ລົມພັດແຮງໃນອາທິດຕໍ່ໜ້າແລະໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປະຈຳ.

No comments:

Post a Comment