Ad

Ad

23 April 2015

ການຂະຫຍາຍຕົວດ້ານເສດຖະກິດຂອງລາວເປັນແຮງຍູ້ດັນໃຫ້ການປະຕິບັດນະໂຍບາຍງົບປະມານການເງິນດີຂຶ້ນ



ທະນາຄານພັດທະນາອາຊີ(ADB) ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ການຂະ ຫຍາຍຕົວດ້ານເສດຖະກິດຂອງ ລາວໃນ ໄລຍະຜ່ານມາໄດ້ເປັນແຮງຊຸກຍູ້ການຈັດ ຕັ້ງປະຕິບັດນະໂຍບາຍດ້ານງົບປະມານ, ການເງິນຂອງລາວ ໄດ້ ຢ່າງຕັ້ງໜ້າ ແລະ ການຂະຫຍາຍຕົວໃນອັດຕາ 9% ຂອງຂະແໜງບໍລິການແມ່ນໄດ້ຮັບແຮງ ຊຸກຍູ້ ຈາກຜູ້ບໍລິໂພກ ທີ່ເພີ່ມສູງຂຶ້ນ, ການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວໃນ ອັດຕາທີ່ສູງຂຶ້ນໄດ້ສ້າງຜົນກຳໄລໃຫ້ແກ່ພາກສ່ວນໂຮງ ແຮມ, ຮ້ານອາຫານ ແລະ ການຂົນສົ່ງ, ຜົນໄດ້ຮັບຈາກການ ຂຸດຄົນ ບໍ່ແຮ່ ແລະ ໄຟຟ້າພະລັງງານນ້ຳທີ່ສືບຕໍ່ຂະ ຫຍາຍຕົວ,ໃນນີ້ຜົນຜະລິດທອງ ແດງເພີ່ມຂຶ້ນປະມານ3,5%, ໃນ ຂະນະທີ່ຜົນ ໄດ້ຮັບຈາກໄຟຟ້າພະລັງງານນ້ຳ ເພີ່ມຂຶ້ນ 3,6%, ຂະແໜງກະສິກຳ ຂະຫຍາຍຕົວ 2,7%  ແລະ ເຖິງ ວ່າຈະຖືກຜົນກະທົບ
ຈາກໄພທຳມະຊາດ ໃນໄຕມາດທີ່ສາມຂອງປີ, ແຕ່ອັດຕາເງິນເຟີ້ຢູ່ ລາວຍັງສະເລ່ຍຢູ່ໃນເກນປົກກະ ຕິທີ່ຍອມຮັບໄດ້, ເບິ່ງໄປ ແລ້ວ ເຫັນວ່າ: ການລົງທຶນເຂົ້າມາໃນຂະແໜງການຕ່າງໆ ໂດຍສະເພາະແມ່ນການລົງທຶນ ໃນຂະແໜງຂຸດຄົ້ນບໍ່ແຮ່ ແລະ  ໄຟຟ້າພະລັງ ງານນ້ຳ, ບວກກັບໂຄງການ ກໍ່ສ້າງໂຮງແຮມສຳນັກງານອົງການ ແລະ ຕຶກອາຄານທີ່ຢູ່ອາໄສຍັງຈະສືບຕໍ່ຊຸກຍູ້ເຮັດ ໃຫ້ລາຍຮັບຂອງລາວເພີ່ມສູງຂຶ້ນ, ພ້ອມກັບຄວາມຕ້ອງການບໍລິໂພກ ຂອງພາກເອກະຊົນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດ, ຂະແໜງບໍລິການຍັງຈະສືບຕໍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ໂດຍສະເພາະແມ່ນຂະແໜງບໍລິການຕິດ ພັນກັບການທ່ອງທ່ຽວ, ໂທລະຄົມມະນາຄົມ ແລະ ຂະແໜງການຄ້າເຫຼົ່ານີ້ເປັນຕົ້ນ.

No comments:

Post a Comment