Ad

Ad

23 April 2015

ດັບ​ເພີງ​ອອກ​ມາຊີ້​ແຈງ​ກ່ຽວ​ກັບ​ບັນຫາການ​ໄປ​ຊ່ວຍ​ເຫລືອ​ຊັກ​ຊ້າ



     ໃນວັນທີ 21 ​ເມສານີ້, ທ່ານ ພັຕ ຈັນທະບູນ ມະນີວົງ ຫົວໜ້າພະແນກ ສະກັດກັ້ນແລະ ຕ້ານອັກຄີໄພ ນະ ຄອນຫລວງວຽງຈັນໄດ້ອອກມາຊີ້ແຈງຜ່ານນັກຂ່າວພວກເຮົາວ່າ: ພາຍຫລັງໄດ້ມີຫາງສຽງຈາກສັງຄົມວ່າ: ການອອກໄປຊ່ວຍເຫລືອ​ ​ເພື່ອສະກັດກັ້ນແລະ ມອດໄຟໃນຈຸເກີດເຫດຊັກຊ້າ, ​ເຊິ່ງກໍມີຫລາຍບັນຫາແລະ ສາມາດທີ່ຈະຕ້ອງໄດ້​​ເອົາໃຈໃສ່ຊ່ວຍກັນ​​ແກ້ໄຂເຊັ່ນ: 1.) ​ເນັ້ນໃຫ້ປະຊາຊົນຜູ້ທີ່ໂທເຂົ້າມາແຈ້ງເຫດແມ່ນໃຫ້ດ່ວນແລະ ຊັດເຈນ, 2.) ​ເສັ້ນທາງທີ່ຈະເດີນທາງໄປນັ້ນ ບາງຄັ້ງ​​ຖືກຊ່ວງ​​ໄລຍະເວລາເລັ່ງດ່ວນເປັນຕົ້ນເວລາ​​ເຂົ້າການ-ເລີກການເຮັດໃຫ້ການສັນຈອນແອອັດ, ​3.) ເສັ້ນທາງເຂົ້າໄປຫາຈຸດເກີດເຫດຄັບແຄບ, ​ຊຸມຊົນ​​ແອອັດ, 4.) ຈຸດເກີດເຫດຫ່າງໄກຈາກຕົວເມືອງ ອາດຈະເປັນເຂດຫ່າງໄກສອກຫລີກແລະ 5.) ການປະສານງານກັບພາກສ່ວນກ່ຽວຂ້ອງເປັນຕົ້ນ ພາກສ່ວນໄຟຟ້າ, ​ເພື່ອມາຕັດກະແສໄຟຟ້າເສຍກ່ອນ, ຈຶ່ງສາມາດນຳລົດນ້ຳເຂົ້າໄປສີດນ້ຳໃສ່ຈຸດເກີດເຫດໄດ້ແລະ ບໍລິສັດ ນ້ຳປະປາ ກໍຕ້ອງໃຫ້ຄວາມສະດວກສະບາຍໃນການປ່ອຍ ນ້ຳຢູ່ຕາມຈຸດສະເພາະ. ດັ່ງນັ້ນ ຖ້າ​​ທຸກພາກສ່ວນເອົາໃຈໃສ່ຊ່ວຍກັນການຊ່ວຍເຫລືອດັບມອດໄຟໃນຈຸດເກີດເຫດກໍຈະວ່ອງໄວຂຶ້ນ.

     ທ່ານພັຕ ຈັນທະບູນ ມະນີວົງ ກ່າວວ່າ: ສາເຫດຂອງການເກີດອັກຄີໄພສ່ວນໃຫຍ່ແລ້ວເກີດຈາກການຈູດຂີ້ເຫຍື້ອ, ຈູດຫຍ້າ, ຈູດປ່າແບບຊະຊາຍ, ຊຶ່ງຈະເປັນຕົ້ນເພີງລາມລຸກໄປໝ້ສິ່ງຂອງ, ​ເຮືອນຊານບ້ານຊ່ອງຂອງປະຊາຊົນທີ່ຢູ່ໃກ້ຄຽງໄດ້ງ່າຍດາຍ, ການນຳໃຊ້ໄຟຟ້າເຂົ້າໃນຊີວິດປະຈຳວັນ, ​ການຜະລິດແລະ ອື່ນໆ. ດັ່ງນັ້ນ ພວກເຮົາຄວນເອົາໃຈ​​ໃສ່ກວດກາສາຍໄຟຟ້າໃຫ້ຢູ່ໃນສະພາບສົມບູນ, ຮັບປະກັນມາດຖານ, ຖ້າເຫັນວ່າເກົ່າແກ່, ​ເປ່ເພ, ຊຸດໂຊມຕ້ອງປົວແປງແລະ ປ່ຽນຖ່າຍທັນທີ, ​ເມື່ອສຳເລັດພາລະກິດຕ່າງໆ ຫລື ກ່ອນອອກຈາກບ້ານ, ຫ້ອງການແລະ ອື່ນໆ ຕ້ອງກວດ ກາປິດເຕົາແກັດ, ​ເຄື່ອງ​​ໃຊ້ໄຟຟ້າ, ຖອດປັກສຽບແລະ ມອດໄຟໃຫ້ລະອຽດ ຮອບຄອບ​​ເສຍກ່ອນ, ພ້ອມນີ້ ການໄຕ້ທູບທຽນບູຊາ, ຕ້ອງຮັບປະກັນຄວາມປອດໄພທຸກຄັ້ງ, ກາບໄຫວ້ແລ້ວ ກໍມອດທູບທຽນທັນທີ, ຮ້ານບູຊາຕ້ອງເຮັດດ້ວຍວັດຖຸທີ່ບໍ່ໄວໄຟ, ຫ່າງໄກຈາກອນທີ່ມີເຊື້ອໄຟ. ນອກຈາກນີ້ເມື່ອເຫັນເຈົ້າໜ້າທີ່ຕຳຫລວດປ້ອງກັນສະກັດກັ້ນແລະ ຕ້ານອັກຄີໄພ ລົງໄປປະສານສົມທົບກໍຈົ່ງໃຫ້ການຮ່ວມມືແລະ ປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດແລະ ທີ່ສຳຄັນທີ່ສຸດແມ່ນໃຫ້ກະກຽມເຄື່ອງອຸປະກອນມອດໄຟ (ບັ້ງມອດໄຟ) ມາ​​ໄວ້ປະຈຳ​​ແຕ່ລະຄົວເຮືອນເພື່ອປ້ອງກັນອັກຄີໄພທີ່ຈະເກີດຂຶ້ນໄດ້ທັນເວລາ.

No comments:

Post a Comment