Ad

Ad

9 April 2015

ປີໃໝ່ນີ້ ນະຄອນຫລວງ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

 

ພາບປະກອບຈາກ ເຟດບຸກ : Aboutlaos
     ໃນອາທິດຜ່ານມາ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນ ຫລວງ ວຽງຈັນ, ຫົວໜ້າຄະ ນະຮັບຜິດ ຊອບຈັດງານບຸນປີໃໝ່ລາວປີ 2015, ​ໄດ້ຖະແຫລງຕໍ່ສື່ມວນຊົນລາວວ່າ: ​ເພື່ອເຮັດໃຫ້ການສະ ຫລອງບຸນປີໃໝ່ລາວປີນີ້ ມີບັນຍາກາດ​​ເບີກບານມ່ວນຊື່ນແລະ ຄຶກຄື້ນ, ຮັບປະກັນໄດ້ຄວາມສະຫງົບປອດໄພແລະ ທັງເປັນການດຶງດູດການທ່ອງທ່ຽວນັ້ນຊຶ່ງນະຄອນຫລວງວຽງຈັນໄດ້ເລີ່ມຈັດກິດ ຈະກຳຕ່າງໆມາແຕ່ວັນທີ 6 ​ເມສາ, ​​ໂດຍໄດ້ຈັດງານວາງສະແດງ ແລະ ຂາຍສິນຄ້າ, ຈັດການແຂ່ງຂັນສິລະປະວັນນະຄະດີຈາກ 9 ຕົວເມືອງທົ່ວນະຄອນຫລວງວຽງຈັນແລະ ສະເພາະຄ່ຳຄືນວັນທີ 10 ເມສານີ້, ຈະມີການຈັດງານປະກວດນາງສາວງາມນະຄອນວຽງຈັນ, ທີ່ສູນການຄ້າລາວ-ໄອເຕັກ, ເຊິ່ງຈະເລີ່ມແຕ່ 19:30 - 22:30 ໂມງເປັນຕົ້ນໄປ; ພ້ອມກັນນັ້ນ ໃນວັນທີ 14 ເມສາ, ເຊິ່ງເປັນມື້ສັງຂາຍລ່ວງໃນເວລາປະມານ 13:00 ໂມງ ຈະໄດ້ຈັດຕັ້ງຂະ ບວນແຫ່ພະພຸດ ທະຮູບສັກສິນຄູ່ບ້ານ, ຄູ່ເມືອງ, ແລະ ຂະບວນແຫ່ນາງສາວງາມນະຄອນວຽງຈັນ ປະຈຳປີ ພສ 2558, ໂດຍເລີ່ມຈາກວັດອິນແປງແຫ່ໄປຕາມ ເສັ້ນທາງເສດຖາທິລາດແລ້ວໄປລ້ຽວຢູ່ 4 ແຍກໄຟແດງໂຮງໝໍມະໂຫສົດ ອອກສູ່ຖະໜົນຟ້າງຸ່ມແຫ່ຂຶ້ນໄປສິ້ນ ສຸດຢູ່ວັດ ອິນແປງ.
     ສໍາລັບກິດຈະກຳຢູ່ຫາດດອນຈັນ, ເມືອງຈັນທະບູລີ ແມ່ນຈະຈັດໃຫ້ມີງານປະຕິມະກຳຊາຍ, ໂດຍຈະເລີ່ມແຕ່ວັນທີ 11-19 ເມສານີ້, ນັບແຕ່ເວລາ 9-18:00 ໂມງ ແມ່ນເຂົ້າຊົມງານຄວັດ ແລະ ສະລັກຊາຍ, ຮູບປັ້ນປະເພດຕ່າງໆ ແລະ 18-20:00 ໂມງ ແມ່ນຊົມການແຕ້ມຮູບດ້ວຍມື ໂດຍການນຳເອົາເມັດຊາຍນ້ອຍໆມາແຕ້ມເປັນຮູບ, ຈາກຜູ້ຊ່ຽວຊານມາແຕ່ ຕ່າງປະເທດ ແລະ ນະຄອນຫລວງວຽງຈັນ, ສຳລັບການເຂົ້າຊົມແມ່ນບໍ່ໄດ້ເສຍຄ່າ; ໃນວັນທີ 11-16 ຈະມີການແຂ່ງຂັນກິລາ
ຫາດຊາຍຈາກ 9 ຕົວເມືອງເຊັ່ນ: ບານເຕະ, ບານສົ່ງຫາດຊາຍ, ກະ ຕໍ້ຫວາຍຊາຍ ແລະ ກິລາປະເພດອື່ນໆ, ສະເພາະໃນ ວັນທີ 16, ຈະໄດ້ຈັດໃຫ້ມີການແຂ່ງຂັນຕົບພະທາດຊາຍຄັ້ງຍິ່ງໃຫຍ່ ແລະ ມີພິທີມອບລາງວັນໃຫ້ຜູ້ຊະນະເລີດໃນການແຂ່ງ ຂັນຈາກກິລາປະເພດຕ່າງໆ, ພ້ອມນັ້ນ ຍັງມີງານຕະຫລາດນັດຂາຍສິນຄ້າຜະລິດຕະພັນລາວ, ເຄື່ອງທີ່ລະນຶກຕ່າງໆ.
     ສ່ວນກິດຈະກຳຫົດສົງນ້ຳສະຫລອງບຸນປີໃໝ່ລາວນີ້,​ ​ໃນມື້ສັງຂານລ່ວງ, ຕອນເຊົ້າເວລາ 8:00 ໂມງ ຈະມີການຈັດຕັ້ງ ພິທີກຳທາງສາສະໜາ, ສ່ວນເວລາ 13:00 ໂມງ, ຈະນຳເອົາພະພຸດທະຮູບສັກສິດຄູ່ບ້ານ, ຄູ່ເມືອງລົງຫົດສົງເພື່ອຕ້ອນຮັບ ປີໃໝ່ລາວ ພສ 2558. ໃນວັນທີ 15 ເມສານີ້, ຊຶ່ງຈະມີການຫົດສົງພະພຸດທະຮູບ ເພື່ອເປັນສິລິ ມຸງຄຸນເຊັ່ນ: ຢູ່ວັດອິນແປງ, ວັດຫາຍໂສກ, ວັດອົງຕື້, ວັດຈັນ, ວັດມີໄຊ, ວັດຊຽງຢືນ, ວັດສີສະເກດ, ວັດສີເມືອງ ແລະ ວັດເກົ້າຍອດແລະ ຕາມວັດຕ່າງໆ ຕາມອັດທະຍາໄສ ແລະ ໃນວັນສຸດທ້າຍວັນທີ 16 ເມສາ, ເປັນມື້ສັງຂານຂຶ້ນ (ວັນປີໃໝ່), ເລີ່ມແຕ່ເວລາ 7:30 ຈະມີພິທີໃສ່ບາດຖະຫວາຍ ສັງຂະທານ, ຢູ່ວັດອົງຕື້ມະຫາວິຫານ ແລະ ໃນເວລາປະມານ 9:00 ໂມງ ຫາ 18:00 ໂມງ ຈະມີການຫົດສົງນ້ຳມວນຊົນຕາມສະຖານທີ່ຕ່າງໆ ຮອດເວລາ 17:00 ໂມງບັນດາວັດຕ່າງໆ.
     ພິເສດໃນປີນີ້ ຢູ່ຖະໜົນເສດຖາທິລາດ, ຈະຈັດໃຫ້ເປັນທາງຄົນຍ່າງຫລິ້ນຫົດສົງນ້ຳເຊິ່ງກັນ ແລະ ກັນ, ຈະໄດ້ປິດບໍ່ໃຫ້ພາຫະນະສັນຈອນໄປ-ມາ, ຊຶ່ງໄດ້ກຳນົດແຕ່ 4 ແຍກໄຟແດງວັດອິນແປງໄປຈົນເຖິງນ້ຳພຸ (ບ້ານຊຽງຢືນ), ເຊິ່ງຈະເລີ່ມປິດແຕ່ເວລາ 13:00-17:00 ໂມງຂອງວັນທີ 14-16 ເມສານີ້. ສ່ວນພາຫະນະທຸກຊະນິດ ແມ່ນໃຫ້ເວັ້ນໄປໃຊ້ເສັ້ນທາງຖະໜົນສາມແສນໄທ, ຖະໜົນຟ້າງຸ່ມ ແລະ ເສັ້ນທາງອື່ນໆ ສຳລັບຜູ້ທີ່ຈະມາສົງພະຢູ່ວັດຕ່າງໆໃນຂອບເຂດດັ່ງກ່າວນັ້ນ ຈະຕ້ອງໄດ້ຈອດລົດໄວ້ຢູ່ ຕາມທາງຮ່ອມ, ທາງຊອຍ ແລະ ຖະໜົນຕ່າງໆ ທີ່ເຈົ້າໜ້າທີ່ໄດ້ ກະກຽມໄວ້.

No comments:

Post a Comment