Ad

Ad

9 April 2015

ສຳ​ມະ​ນາກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ-ການ​ຄ້າ ​ແລະ ການທ່ອງທ່ຽວ ຂອງ​ນະຄອນໂຮ່ຈີມິງ ​ເຂົ້າມາລາ​ວ



          ​​ໃນ​ວັນ​ທີ 07 ​ເມສານີ້, ຢູ່ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ ​ໄດ້ຈັດ​ງານວາງສະ​ແດງ ​ແລະ ສຳ​ມະ​ນາ​ ​ໃນ​ຫົວ​ຂໍ້ “ ສົ່ງ​ເສີມ​ການ​ລົງທຶນ-ການ​ຄ້າ-ການທ່ອງທ່ຽວ ຂອງ​ນະຄອນ​ໂຮ່ຈີ​ມິ ​ເຂົ້າມາລາ​ວ ” ຂຶ້ນ​ໂດຍ​ໃຫ້ກຽດເປັນ​ປະທານ​ຂອງ​ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກງານ​ເສດຖະ ກິດການຜະລິດ ​ແລະ ຈໍລະ​ຈອນ, ທັງ​ເປັນປະທານ​ຄະ​ນະ​ກຳມາ​ທິການ​ຮ່ວມ​ມື ລາວ-ຫວຽດນາມ ​ແລະ ທ່ານ ​ເລ​ແທງ​ຫ້າ​ຍ ສະມາຊິກ​ສະພາ, ​ເລຂາ​ຄະນະ​ພັກ​ນະຄອນໂຮ່ຈີມິ ​ເຊິ່ງມີບັນດາຜູ້​ແທນ​ຂອງ​ສອງ​ຝ່າຍ, ການ​ນຳ​ນະ ຄອນຫຼວງວຽງຈັນ ​ແລະ ນັກທຸລະກິດ ລາວ-ຫວຽດນາມ ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
          ການຈັດ​ງານ​ຄັ້ງນີ້ ​​ແມ່ນ​ເພື່ອ​ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ຮອບດ້ານ ​ແລະ ຄວາມ​ສາມັກ ຄີ​ພິ​ເສດ ລະຫວ່າງ​ສອງ​ຊາດ ລາວ-ຫວຽດນາມ ​ໃຫ້​ນັບ​ມື້ນັບ​ແໜ້ນ​ແຟ້ນຂຶ້ນ ​ເວົ້າສະ​ເພາະເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ທຸລະ​ກິດ​ຂອງ​ສອງ​ປະ​ເທດ ​ໄດ້​ມີ​ການ​ແລກປ່ຽນດ້ານ​ຂໍ້​ມູນ​ຂ່າວສານ, ຜະລິດ​ຕະພັນ, ຊອກ​ຮູ້​ບັນດາ​ໂຄງການ​ຮ່ວມ​ມື, ສ້າງ​ຄູ່​ຮ່ວມ​ທຸລະ​ກິດ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ບົ່ມ​ຊ້ອນ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​ຂອງ​ລາວ, ສ້າງ​ໂອກາດ​ໃຫ້​ແກ່​ການ​ລົງທຶນ​ຂອງ​ນັກທຸລະກິດ​ຫວຽດນາມ​ຢູ່​ລາວ ​ແລະ ການ​ລົງທຶນ​ຂອງ​ນັກທຸລະກິດ​ລາວຢູ່​ຫວຽດ ນາມ. ໃນກອງປະຊຸມໄດ້ມີການສະເໜີພາບລວມ, ສິ່ງແວດລ້ອມ, ເງື່ອນໄຂ ແລະ ທິດທາງນະໂຍບາຍການລົງທຶນ-ການຄ້າ ຢູ່ ສປປ ລາວ; ສະເໜີບັນດາໂຄງການທີ່ເປັນທ່າແຮງການລົງທຶນຢູ່ນະຄອນຫຼວງວຽງຈັນ; ການລົງທຶນໃນເຂດອຸດສາຫະກຳຂອງລາວ ແລະ ສະເໜີທ່າແຮງອື່ນໆ ໃນບາງທ້ອງຖິ່ນຂອງລາວ. ພ້ອມນີ້, ຍັງມີ​ສິນຄ້າຂອງ​ຫວຽດ ນາມຫຼາຍກວ່າ 40 ຫົວໜ່ວຍທຸລະກິດ ​ມາ​ວາງສະ​ແດງອີກດ້ວຍ.

          ​ໂອກາດ​ນີ້, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ກ່າວ​ວ່າ: ປັດຈຸ​ບັນ, ສອງ​ປະ​ເທດ​ພວກ​ເຮົາ​ພວມ​ພ້ອມ​ກັນ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່, ລາວ ​ແລະ ຫວຽດນາມ ກໍລ້ວນ​ແຕ່​ເປັນ​ສະມາຊິກ​ຂອງ​ອາຊຽນ ​ແລະ ອົງການ​ການ​ຄ້າ​ໂລກ. ​ເມື່ອ​ບໍ່ດົນ​ມານີ້ ການ​ນຳ​ຂອງ​ສອງ​ພັກ ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະປະຈຳ​ປີ 2014 ຊຶ່ງ​ໄດ້​ໃຫ້​ທິດ​ຊີ້ນຳ ​ໃນ​ການ​ເພີ່ມ​ທະວີການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ກອງ​ປະ ຊຸມ​ສຳ​ມະ​ນາ​ເທື່ອ​ນີ້ ບັນດາ​ນັກທຸລະກິດ​ຂອງ​ລາວ​ເຮົາ ຈະ​ຖື​ເອົາ​ໂອກາດ​ນີ້ ຊອກ​ຮູ້​ຂໍ້​ມູນ​ທີ່​ຈຳ​ເປັນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ-ການ​ຄ້າ ​ແລະ ການທ່ອງທ່ຽວ ຂອງ​ນະຄອນ​ໂຮ່ຈີມິ ກັບ ສປປ ​ລາວ ​ເຊິ່ງນະຄອນ​ໂຮ່ຈີມິກໍ​ເປັນ​ນະຄອນໜຶ່ງ ​ທີ່​ນຳໜ້າຂອງຫວຽດນາມທາງ​ດ້ານ​ເສດຖະກິດ, ມີ​ທ່າ​ແຮງ​ໃນຫຼາຍໆດ້ານ ຈຶ່ງ​ສະ​ເໜີ​ໃຫ້​ບັນດາ​ຫົວໜ່ວຍທຸລະ​ກິດ​ຂອງ​ລາວຮ່ວມ​ກັນ​ປຶກສາ​ຫາລື​ເຖິງ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ ລວມທັງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກໃຫ້​ນັກທຸລະກິດ​ນະຄອນ​ໂຮ່ຈີມິ​ເຂົ້າມາ​ລົງທຶນ​ຢູ່​​ລາວ. ພ້ອມກັນນັ້ນ, ກໍ່ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ຂອງ​ລາວ ບຸກບືນ​ຂຶ້ນ ​ເພື່ອ​ໄປ​ລົງທຶນ​ຢູ່​ນະຄອນ​ໂຮ່ຈີ່​ມິນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ; ​ໃນ​ຕອນ​ທ້າຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າກົມ​ການ​ເມືອງ​ສູນ​ກາງ​ພັກ​ຂອງ​ສອງ​ພັກ ກໍຄື​ລັດ ຖະບານ​ຂອງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ກັນ ​ໃນ​ການ​ຊຸກຍູ້​ການ​ຄ້າ​ຂອງ​ສອງ​ຝ່າຍ​ໃຫ້​ບັນລຸ​ມູນ​ຄ່າ 2 ຕື້​ໂດ​ລາ​ສະຫະລັດ ​ໃນ​ປີ 2015 ​ແລະ ຍັງ​ຫວັງວ່າ ​ເຖິງ​ປີ 2020 ການ​ຄ້າ​ລະຫວ່າງສອງ​ປະ​ເທດ ຈະ​ເພີ່ມ​ຂຶ້ນ​ເປັນ 10 ຕື້​ໂດ​ລາ ແລະ ເພື່ອ​ບັນລຸ​ໄດ້​ເປົ້າໝາຍດັ່ງກ່າວນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ຍຶດໝັ້ນ​ໃນແນວທາງ ​​ແລະ ການ​ຊີ້ນຳຂອງ​ສອງ​ພັກ ພ້ອມ​ກັນ​ຊອກ​ຫາ​ທຸກ​ວິທີ​ເພື່ອຊຸກຍູ້ການ​ຄ້າ-ການ​ລົງທຶນ​ນຳ​ກັນ.

No comments:

Post a Comment