Ad

Ad

30 April 2015

ແຮງງານ​ແມນ​ສິ່ງ​ສຳຄັນ​ຍິ່ງຕໍ່ການພັດທະນາເສດຖະກິດຂອງ​ຊາດ



          ເມື່ອບໍ່ດົນຜ່ານມານີ້ ນັກຂ່າວໜັງສືພິມລາວພັດທະນາ ໄດ້ມີໂອກາດ ໄປສຳພາດ ທ່ານ ນາງ ສຸນາລີ ເທບສີເມືອງ ປະທານບໍລິສັດ ພີເອັດ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາ ເຂົ້າ ຈຳກັດຜູ້ດຽວໄດ້ກ່າວວ່າ: ເນື່ອງໃນໂອກາດວັນກຳມະກອນສາກົນ ວັນ​ທີ 1 ພຶດສະພາທີ່ຈະມາເຖິງນີ້ເປັນ ວັນປະຫວັດສາດໜຶ່ງທີ່ສຳຄັນອີກຂອງ ຊາດ, ຖ້າພວກເຮົາບໍ່ມີກຳມະກອນ ​ແລະ ຊາວຜູ້ອອກແຮງງານ​ແລ້ວ ປະເທດຊາດກໍຄົງຈະບໍ່ມີການພັດທະນາ ເພາະ ພວກເຂົາເປັນກຳລັງແຮງສຳຄັນໃນການຜະລິດ ແລະ ສ້າງສາ​ປະ​ເທດ​ຊາດ.
          ສຳລັບບໍລິສັດ ພີເອັດ ສົ່ງເສີມກຳສິກຳ ແລະ ອຸດສາຫະກຳເປັນບໍລິສັດໜຶ່ງທີ່ມີການຊຸກຍູ້ປະຊາຊົນລາວຜູ້ ດ້ອຍໂອ ກາດໄດ້ມີວຽກເຮັດງານທຳ ​ແລະ ຊ່ວຍ​ປະກອບສ່ວນ​ສ້າງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ຕາມວິໄສທັດ ຂອງພັກ ແລະ ລັດຖະບານ ເພື່ອຊ່ວຍ​ເຂົາ​ເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ໄວທີ່ສຸດ.

 ປັດຈຸບັນບໍລິສັດດັ່ງກ່າວ ໄດ້ມີການຈ້າງແຮງງານທັງ​ໝົດ 200 ກວ່າຄົນ ໂດຍສະເລ່ຍເງິນເດືອນ ພື້ນຖານຂອງ​ແຮງ​ງານ​ຜູ້​ໜຶ່ງປະມານ 1.500.000 ກີບຕໍ່ເດືອນ. ນອກນີ້ ຍັງອີງໃສ່ການເຕີບໃຫຍ່ຂອງເຄືອທຸລະກິດ ແລະ ການຂະ ຫຍາຍການຜະລິດ ​ເຊິ່ງບໍລິສັດ ຍັງຕ້ອງການຮັບເອົາແຮງງານອີກຫລາຍຕຳແໜ່ງງານ ນັບແຕ່ອາຍຸ 18 ປີຂຶ້ນໄປ, ວຸດ ທິການສຶກສາຈົບຊັ້ນ ມ.7, ຈະໄດ້ຮັບເງິນ ເດືອນພື້ນຖານ ແລະ ໄດ້ຮັບສະຫວັດດີການຫລາຍຢ່າງເປັນຕົ້ນ ພະນັກງານ ເຈັບເປັນ ຫລື ບໍ່ສະບາຍ ແມ່ນທາງບໍລິສັດເປັນຜູ້ຈ່າຍຄ່າຢາ ແລະ ຄ່າໂຮງໝໍ ໃຫ້ທັງໝົດ, ມີເງິນອຸດ​ໜູນ​ການເກີດລູກ, ມີສະຖານທີ່ ພັກເຊົ່າ, ລ້ຽງເຂົ້າໜຶ່ງຄາບ ແລະ ຍັງມີນະໂຍບາຍອື່ນໆອີກຫລາຍຢ່າງ, ສະເລ່ຍອັດຕາການຈ້າງງານ 300 ລ້ານກີບຕໍ່ເດືອນ.
ສຳລັບແຮງງານແມ່ນໄດ້ແບ່ງອອກເປັນ 2 ຂະແໜງການຄື: ພະນັກງງານກຳມະກອນ ໂຮງງານນ້ຳ ດື່ມ ແລະ ພະນັກງານກຳມະກອນດ້ານການກະເສດ, ສຳລັບພະນັກງງານທີ່ມີຄວາມຫ້າວຫັ້ນມີຜົນງານ ດີເດັ່ນ ທາງບໍລິສັດຍັງ ໄດ້ສົ່ງໄປຝຶກອົບຮົ່ມເພື່ອຍົກລະດັບຄວາມຮູ້, ຄວາມສາມາດທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.
ທ່ານ ນາງ ສຸນາລີ ໃຫ້ຮູ້ຕື່ມວ່າ: ໃນອານາຄົດອັນໃກ້ທາງບໍລິສັດຈະເພີ່ມກຳລັງການຜະລິດນ້ຳດື່ມ ແລະ ຂະຫຍາຍການຜະລິດດ້ານການກະເສດ, ປູກພືດຜັກໄຮໂດໂພນິກ ແລະ ຜັກປອດສານຜິດໃຫ້ພຽງພໍກັບຜູ້ບໍລິ ໂພກຢູ່ພາຍໃນ, ທັງນີ້ກໍເພື່ອຄອງຕະຫລາດ ແລະ ສ້າງຄວາມເຂັ້ມແຂງຮອງ​ຮັບ​ການເຂົ້າເປັນປະຊາ​ຄົມ​ເສດຖະ ກິດອາຊຽນໃນທ້າຍປີ 2015 ນີ້.

No comments:

Post a Comment