Ad

Ad

30 April 2015

ສາມາດ​ຊຳລະ​ຄ່າ​ບໍລິການ​ຂອງ​ອີ​ທີ​ແອ​ລຜ່ານ​ທະນາຄານ​ສົ່ງ​ເສີມ​ກະສິກຳ



      ​ໃນ​ວັນ​ທີ 29 ​ເມສາ​ນີ້, ຢູ່​ສຳນັກງານ​ໃຫຍ່​ທະນາຄານ​ສົ່ງ​ເສີມ​ກະສິກຳ (ທສກ), ນະຄອນຫລວງ​ວຽງ​ຈັນ, ທ່ານນາງ ​ເພັດ​ສະ​ໄໝ ສີດາ​ຈັນຮອງອຳນວຍການທະ ນາຄານສົ່ງເສີມກະສິກຳ ​ແລະ ທ່ານ ສີສະ​ຫວາດ ອິນ​ທະ​ວົງ ກຳມະການບໍລິ ຫານ ບໍລິສັດລັດວິສາຫະກິດໂທລະຄົມລາວ(ອີທີແອລ)​ໄດ້​ຮ່ວມ​ກັນຖະ​ແຫລ​ງກ່ຽວ​ກັບ​ການ​ຊຳລະ​ຄ່າ​ບໍລິການ​ດ້ານ​ໂທ ລະ​ຄົມ​ຂອງ​ບໍລິສັດ​ອີທີແອລ​ຜ່ານ​ລະບົບ​ທະນາຄານ​ສົ່ງ​ເສີມ​ກະສິກຳ.
       ທ່ານ​ອຳນວຍ​ການ​ທະນາຄານ​ສົ່ງ​ເສີມ​ກະສິກຳກ່າວ​ວ່າ:ທະນາຄານ​ພວກ​ເຮົາ​ເປັນ​ໜຶ່ງ​ໃນ​ທະນາຄານ​ທຸລະ​ກິດ​ຂອງລັດ,​ ເຮັດ​ໜ້າ​ທີ່​ສົ່ງ​ເສີມ​ຂະ​ແໜງການ​ກະສິກຳ​ຢູ່​ພາຍ​ໃນ​ປະ​ເທດ​ເປັນຕົ້ນ: ບໍລິການ​ເງິນ​ກູ້​ເພື່ອ​ສົ່ງ​ເສີມ​ກຸ່ມ​ຊາວ​ກະສິກອນ ​ແລະ ລາຍ​ບຸກຄົນ, ຄຽງ​ຄູ່​ກັນນັ້ນກໍ​ຮັບ​ບໍລິການ​ຝາກ​ເງິນ, ຂາຍ​ປະກັນ​ໄພ, ຊຳລະຄ່ານ້ຳປະປາ, ໄຟຟ້າ ແລະ ອື່ນໆ, ມາ​ຮອດ​ປັດຈຸບັນ​ນີ້, ທະນາຄານ​ພວກ​ເຮົາ​ກໍ​ໄດ້​ໃຫ້​ບໍລິການ​ຊຳລະ​ສະ​ສາງ​ດ້ານ​ໂທລະ​ຄົມ, ໂດຍ​ຮ່ວມ​ມື​ກັບ​ບໍລິ ສັດ​ອີ​ທີ​ແອ​ລເພື່ອ​ໃຫ້​ບໍລິການ​ລູກ​ຄ້າ​ຂອງທັງສອງຫົວໜ່ວຍທຸລະກິດໃຫ້​ມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຊຳລະ​ຄ່າ​ໂທລະສັບ​, ຄ່າ​ອິນ​ເຕີ​​ແນັດ
ແລະ ຕື່ມມູນຄ່າໂທ​ຜ່ານ​ລະບົບທະນາຄານ​ພວກ​ເຮົາ,​ ເຊິ່ງ (ທສກ) ​ແລະ ບໍລິສັດອີ​ທີ​ແອ​ລ​ເຄີຍ​ເປັນ​ຄູ່​ຮ່ວມ​ມື​ທາງ​ທຸລະ​ກິດນຳກັນມາແລ້ວກ່ຽວ​ກັບການຕິດຕັ້ງ​ສາຍ​ສົ່ງນັບ​ແຕ່(ທສກ)​ເລີ່​ມມີການພັດທະນາ​ການ ການ​ບໍລິການ​ທີ່​ທັນ​ສະ​ໄໝ, ໂດຍສະເພາະ​ບໍລິການ​ຮັບ-ສົ່ງ​ຂໍ້ຄວາມ​ສັ້ນ (SMS Banking) ​ແລະ ​ເມື່ອ​ຕົ້ນປີ 2015 ຜ່ານ​ມາ, ສອງ​ຝ່າຍ​ກໍໄດ້​ມີ​ການ​ລົງ​ນາມ​ສັນຍາ​ຮ່ວມ​ມື​ການ​ຊຳລະ​ສະ​ສາງ​ດ້ານ​ໂທລະ​ຄົມ ​ແລະ ​ໄດ້​ມີ​ການ​ທົດ​ລອງ​ນຳ​ໃຊ້​ລະບົບ​ດັ່ງກ່າວ, ລວມ​ເຖິງ​ການ​ເຝິກອົບຮົມ​ໃຫ້​ພະນັກງານ​ຂອງ​ທະນາຄານ ເພື່ອ​ໃຫ້​ສາມາດ​ບໍລິການ​ລູກ​ຄ້າ ​ແລະ ຮັບ ປະກັນ​ການ​ຊຳລະ​ສະ​ສາງ​ໃຫ້​ມີ​ປະສິດທິ​ຜົນ​ສູງ ​ແລະ ​ເຫັນ​ວ່າ​ໄດ້​ຮັບ​ຜົນ​ຕອບ​ຮັບ​ຈາກ​ລູກ​ຄ້າ​ເປັນທີ່​ໜ້າ​ພໍ​ໃຈ, ດັ່ງນັ້ນຈຶ່ງ​ຂໍ​ເຊີນຊວນ​ນັກທຸລະກິດ, ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນ​ເຂົ້າມາ​ໃຊ້​ບໍລິການ​ດັ່ງກ່າວ​ທີ່​ທະນາຄານ​ສົ່ງ​ເສີມ​ກະສິກຳ, ນັບທັງ​ສຳນັກງານ​ໃຫຍ່,ສາຂາ ​ແລະ ໜ່ວຍ​ບໍລິການ​ໃນ​ທົ່ວ​ປະ​ເທດ.
ທ່ານ ສີສະ​ຫວາດ ອິນ​ທະ​ວົງ ກ່າວ​ວ່າ:ກ່ອນ​ໜ້ານີ້,ບໍລິສັດ​ພວກ​ເຮົາ​ໄດ້​ຮ່ວມ​ມື​ດ້ານທຸລະກິດກັບທະນາຄານ ຮ່ວມພັດທະນາ(JDB),ທະນາຄານການຄ້າຕ່າງປະເທດລາວມະຫາຊົນ(BCEL),ທະນາຄານເອັສທີ(STB) ແລະ ທະນາຄານອິນໂດຊາຍນາ(INDOCHIN BANK) ​ແລະ ສຳລັບ​ການ​ຮ່ວມ​ມື​ກັບ​ທະນາຄານ​ສົ່ງ​ເສີມ​ກະສິກຳ​ນີ້,​ໃນ​ເບື້ອງຕົ້ນ​ແມ່ນໃຫ້​ບໍລິການ​ຮັບ​ຊຳລະ​ຄ່າ​ໂທລະສັບ,ຄ່າ​ອິນ​ເຕີ​ແນັດ ​ແລະ ຊື້-ຂາຍ​ບັດ​ຕື່ມ​ມູນ​ຄ່າ​ໂທ (E-Top Up), ປັດຈຸບັນ ອີ​ທີ​ແອວ​ມີ 1 ສຳນັກງານ​ໃຫຍ່, 17 ສາຂາ ​ແລະ 24 ໜ່ວຍ​ບໍລິການ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

No comments:

Post a Comment