Ad

Ad

20 July 2016

ສະຫະກອນສິນເຊື່ອ ຫົວແຊມີຜົນກໍາໄລເພີ່ມຂຶ້ນ 30%

       ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ ( ສສງ ) ຫົວແຊຈະເລີນມີຜົນງານໂດ່ດເດັ່ນໃນການດໍາເນີນທຸລະກິດ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2016 ນີ້ມີຜົນກໍາໄລເພີ່ມຂຶ້ນ 30% ມັນໄດ້ສະ ແດງໃຫ້ເຫັນເຖິງສັກກະພາບຂອງການບໍລິຫານອົງກອນພາຍໃຕ້ແຮງສັດທາ, ການສະໜັບສະໜູນຢ່າງຕັ້ງໜ້າ ແລະແຂງແຮງຈາກສະມາຊິກທຸກທົ່ວໜ້າ.
            ສສງ ຫົວແຊຈະເລີນ ຕັ້ງຢູ່ບ້ານໜອງນໍ້າຂາວ ( ຫຼັກ 11 ) ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ຫ່າງຈາກເທສະບານເມືອງປາກເຊ 11 ກິໂລແມັດ,   ມີຈຸດເລີ່ມຕົ້ນມາຈາກກອງທຶນພັດທະນາບ້ານຫົວແຊ ແລະ ໃນຕົ້ນປີ 2009 ໄດ້ສ້າງຕັ້ງເປັນ ສສງ ຫົວແຊຈະເລີນ ໂດຍມີສະມາ ຊິກທັງໝົດ 342 ຄົນ ໃນຊຸມປີຜ່ານມາສະພາບໍລິຫານຍາມໃດກໍຖືວຽກງານຂະຫຍາຍສະມາຊິກເປັນໃຈກາງດັ່ງທ່ານທ່ານ
ຫຸມພັນ ອິນທະວົງ ປະທານ ສສງ ຫົວແຊຈະເລີນ ຢືນຢັນ ວ່າ: ໃນຕົ້ນປີ 2011 ເງິນຝາກທັງໝົດຂອງ ສສງ ບໍ່ພົ້ນຂີດ 1.000 ລ້ານກີບ, ແຕ່ຕົກມາ ປີ 2014 ມີຫຼາຍກວ່າ 2 ຕື້ກີບ, ປີ 2015 ເພີ່ມເປັນ 5 ຕື້ກີບ ແລະສະເພາະແຕ່ 6 ເດືອນຕົ້ນປີນີ້ ເງິນຝາກຂອງສະມາ ຊິກ ສສງ ທັງໝົດຟຸ້ງທະລຸເຖິງລະດັບ 6 ຕື້ກີບ, ສະເລ່ຍໃນແຕ່ລະປີເງິນຝາກຂອງສະມາຊິກເພີ່ມຂຶ້ນ 20 - 30%, ສິນເຊື່ອໃນປີ 2015 ແລະ6 ເດືອນນີ້ມີເຖິງ 6,5 ຕື້ກີບ.

          ທ່ານປະທານ ສສງ ຫົວແຊຈະເລີນ ເນັ້ນວ່າ: 3-4 ປີມານີ້ ຕົວເລກລ້ວນແຕ່ຢູ່ໃນຂາຂຶ້ນເປັນ ລໍາດັບຕໍ່ເນື່ອງຈາກສິນເຊື່ອທີ່ຢູ່ພຽງແຕ່ເມືອງບາຈຽງ ປະຈຸບັນໄດ້ຂະຫຍາຍມາຫຼາຍພື້ນທີ່ຂອງຂອງແຂວງຈໍາປາສັກ ເຊິ່ງນໍາແຫຼ່ງທຶນຈໍານວນບໍ່ໜ້ອຍຈາກຕົວເມືອງມາສູ່ຊົນນະບົດ ເຮັດໃຫ້ສະມາຊິກ ແລະປະຊາຊົນ ສາມາດເຂົ້າເຖິງແຫຼ່ງທຶນງ່າຍດາຍ, ດຽວນີ້ມີສະມາຊິກເພີ່ມເປັນ 1.311 ຄົນ.         

No comments:

Post a Comment