Ad

Ad

20 July 2016

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງນີ້ໄດ້ກຳນົດ 8 ວຽກບູລິມະສິດ

          ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 19 ກໍລະກົດນີ້ວ່າ: ໃນຖານະເປັນປະທານອາຊຽນ ສປປ ລາວ ໄດ້ກຳນົດ 8 ວຽກບູລິມະສິດ ສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ນີ້ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 21-26 ກໍລະກົດ 2016 ນີ້ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນ ຄື: ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025; ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ພັດທະນາວິສາຫະກິດຂະໜາດນ້ອຍ-ກາງ, ພັດທະນາການທ່ອງທ່ຽວ, ການເຊື່ອມຈອດ, ຫັນປ່ຽນການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າໃນອາຊຽນ ແລະ ສົ່ງເສີມການຮ່ວມມືພາກພື້ນເພື່ອການອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທຳອາຊຽນ.


          ທ່ານ ສະເຫລີມໄຊ ກົມມະສິດ ກ່າວວ່າ: ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆທີ່ຈະໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນຄັ້ງນີ້ຈະປະກອບມີກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ 16 ກອງປະຊຸມດ້ວຍກັນ ໃນນີ້ ລາວເຮົາຈະເປັນປະ ທານ 6 ກອງປະຊຸມ ແລະ ເປັນປະທານຮ່ວມກັບຣັດເຊຍ 1 ກອງປະຊຸມ ແລະ ອີກ 9 ກອງປະຊຸມ ແມ່ນປະເທດສະມາຊິກອາຊຽນ ຈະໄດ້ສັບປ່ຽນກັນເປັນປະທານຮ່ວມ ກັບຄູ່ເຈລະຈາທີ່ຕົນເປັນປະ ເທດປະສານງານ.

No comments:

Post a Comment