ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ:
ວັນບຸນເຂົ້າພັນສາເປັນວັນວິສະຄະບູຊາຂອງພະສຳມາສຳພຸດທະເຈົ້າ, ທັງເປັນໄລຍະເຂົ້າຈຳພັນສາຂອງພະສົງເປັນເວລາ 3
ເດືອນທີ່ໄດ້ສືບທອດກັນມາແຕ່ສະໄໝພຸດທະການ, ຊຶ່ງການເຂົ້າພັນສານີ້,
ແມ່ນເປັນຄຳຂໍຮ້ອງຂອງຊາວກະສິກອນໃນສະໄໜທີ່ພຸດທະການທີ່ຕ້ອງການໃຫ້ພະສົງສາວົກຂອງພະສຳມາສຳພຸດທະເຈົ້າຢຸດທຽວສັນຈອນໄປມາໃນໄລຍະລະດູຝົນ,
ເນື່ອງຈາກວ່າເປັນລະດູທຳການຜະລິດຊອງຊາວກະສິກອນ, ເຮັດໃຫ້ເຄື່ອງປູກ ແລະ ໄຮ່ນາຕາກ້າເກີດຄວາມເສຍຫາຍ, ເມື່ອພະສຳມາສຳພຸດທະເຈົ້າໄດ້ຮັບຮູ້ເຊັ່ນນັ້ນແລ້ວ, ຈຶ່ງໄດ້ວາງຂໍບັນຍັດອອກມາວ່າ: ຫ້າມບໍ່ໃຫ້ພະສົງສາວົກທຽວສັນຈອນໄປມາໃນໄລຍະລະດູຝົນ,
ໂດຍໃຫ້ຈຳພັນສາ, ເພື່ອບຳເພັນພຽງຈະເລີນເມດຕາພາວະນາຢູ່ຕາມອາຣາມ
ຫຼື ວັດວາຂອງໃຜລາວເປັນໄລຍະເວລາ 3 ເດືອນ ນັບແຕ່ມື້ຂຶ້ນ 15 ຄ່ຳເດືອນ 8
ຈົນເຖິງມື້ຂຶ້ນ 15 ຄຳ່ເດືອນ 11 ເພັງ, ຊຶ່ງໄລະຍເຂົ້າພັນສານັ້ນແມ່ນຫ້າມພະສົງເຄື່ອນຍ້າຍສັນຈອນໄປ-ມາ
ຫຼື ພັກແຮມຄ້າງຄືນຢູ່ວັດອື່ນທີ່ບໍ່ແມ່ນວັດຂອງຕົນໃນຍາມວິການ, ເວັ້ນເສຍແຕ່ກໍລະນີຈຳເປັນແຕ່ບໍ່ໃຫ້ເກີນ 7 ວັນ, ຖ້າຫາກພະສົງອົງໃດຢູ່ຈຳພັນສາບໍ່ຄົບ
3 ເດືອນຕາມກຳນົດ, ຖືວ່າພັນສາຂາດ ແລະ
ພະອົງນັ້ນບໍ່ມີພັນສາເລີຍໃນປີນັ້ນ.
Ad

20 July 2016
ຊາວພຸດລາວຮ່ວມໃສ່ບາດບຸນເຂົ້າພັນສາດ້ວຍຈິດໃຈຊື່ນບານ
Subscribe to:
Post Comments (Atom)
No comments:
Post a Comment