Ad

Ad

20 July 2016

ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III

          ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມໃຫຍ່ສູນກາງພັກພາຍໃຕ້ການເປັນຄະນະປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລ ຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ສະຫາຍ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ ພ້ອມດ້ວຍບັນ ດາສະຫາຍກຳມະການກົມການເມືອງສູນກາງພັກ, ສະຫາຍຄະນະເລຂາທິການສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອເນັ້ນໃຫ້ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງມີປະສິດທິຜົນ.
          ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ ໄດ້ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານ
ຕິດຕາມກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງໄລຍະ 5 ປີຜ່ານມາ (2011-2015) ແລະ ທິດທາງແຜນການວຽກງານກວດກາ ແຕ່ນີ້ຮອດປີ 2020 ໂດຍສະຫາຍໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ, ຄະນະພັກ, ອົງການປົກຄອງ, ຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ ເຮັດໃຫ້ວຽກງານກວດກາໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ບັນດາຂົງເຂດວຽກງານຂະແໜງການຕ່າງໆ ໄດ້ມີຄວາມສະຫງົບໂດຍພື້ນຖານ, ພະນັກງານສະມາຊິກພັກມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ປະກອບສ່ວນເຂົ້າໃນການກໍ່ສ້າງພັກໃຫ້ມີຄວາມປອດໃສເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດສະກັດກັ້ນ-ຕ້ານການສໍ້ລາດບັງຫລວງໃນທຸກຮູບແບບ.

          ຈາກນັ້ນ, ບັນດາສະຫາຍ ເລຂາຄະນະພັກແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ ທີ່ຈະດຳເນີນເປັນເວລາ 3 ວັນ ເພື່ອແນໃສ່ຍົກລະດັບວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງມີປະສິດທິຜົນກວ່າເກົ່າ.

No comments:

Post a Comment