Ad

Ad

10 March 2016

ເບິ່ງມາດຕະການຕ້ານການກໍ່ການຮ້າຍຢູ່ບາງປະເທດ ( ຄໍລຳ ເບິ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ
ມື້ນີ້ພວກເຮົາພາກັນເລັ່ງສາຍຕາອອກໄປກວ້າງໄກເພື່ອເບິ່ງວ່າ ຢູ່ບ້ານເພິ່ນເມືອງທ່ານນັ້ນມີມາດ ຕະການແນວໃດ ເພື່ອຮັກສາຄວາມ ປອດໄພຂອງຊາດຂອງສັງຄົມ ໂດຍສະເພາະແມ່ນໃນຍຸກລັດທິກໍ່ ການຮ້າຍແຜງລິດຄິດຮ້າຍທຳ ລາຍຄວາມໝັ້ນຄົງໃນທຸກທົ່ວມຸມ ໂລກ. ຂໍເລີ່ມຈາກ ສປ ຈີນ ກ່ອນ, ຫວ່າງທ້າຍປີ 2015 ຜ່ານມາ, ຄະ ນະປະຈຳສະພາປະຊາຊົນແຫ່ງ ຊາດຈີນ ຊຸດທີ 12 ໄດ້ປະຊຸມກັນ ເປັນເທື່ອທີ 18 ແລະ ໄດ້ຮັບຮອງ ເອົາກົດໝາຍຕ້ານລັດທິກໍ່ການຮ້າຍທີ່ມີລັກສະນະຄົບຊຸດທີ່ສຸດ. ກົດ ໝາຍດັ່ງກ່າວມີຜົນບັງຄັບໃຊ້ແຕ່ ວັນທີ 1 ເດືອນມັງກອນ ປີ 2016 ນີ້ເປັນຕົ້ນມາ. ກົດໝາຍໄດ້ກຳນົດ ແຈ້ງວ່າ: ສປ ຈີນ ຕ້ານລັດທິກໍ່ການ ຮ້າຍໃນທຸກຮູບແບບ, ຈະກຳຈັດ ທຸກການເຄື່ອນໄຫວການກໍ່ການ ຮ້າຍພາຍໃຕ້ຂອບກົດໝາຍບໍ່ວ່າ ຈະເປັນການຈັດຕັ້ງ, ການວາງ ແຜນ, ການເຄື່ອນໄຫວ, ການໂຄ ສະນາລັດທິກໍ່ການຮ້າຍ,
ການຍຸ ຍົງສົ່ງເສີມເພື່ອມີການກະທຳທີ່ເປັນການກໍ່ການຮ້າຍຕະຫລອດຮອດ ການເຂົ້າຮ່ວມ ແລະ ການຊ່ວຍ ເຫລືອໃຫ້ແກ່ການເຄື່ອນໄຫວກໍ່ ການຮ້າຍ. ນອກນັ້ນ ຍັງໄດ້ເນັ້ນຕື່ມ ວ່າ: ສປ ຈີນ ຈະບໍ່ປານີປານອມ ກັບກຸ່ມ ແລະ ບຸກຄົນກໍ່ການຮ້າຍ ໃດໆທັງສິ້ນ, ຈະບໍ່ປົກປ້ອງ ຫລື ໃຫ້ຖານະເປັນອົບພະຍົບແກ່ບຸກຄົນໃດໆທີ່ເຄື່ອນໄຫວກໍ່ການຮ້າຍ. ສປ ຈີນ ຈະເພີ່ມທະວີການຮ່ວມມືກັບ ສາກົນເພື່ອຕໍ່ຕ້ານລັດທິກໍ່ການຮ້າຍ.

ສຳລັບຢູ່ມາເລເຊຍນັ້ນ ກໍໄດ້ ມີການຮັບຮອງເອົາກົດໝາຍຕ້ານການກໍ່ການຮ້າຍເຊັ່ນດຽວກັນ ໂດຍໄດ້ເພີ່ມມາດຕະການເຂັ້ມຂຸ້ນ ເພື່ອປ້ອງກັນຄວາມໝັ້ນຄົງຂອງ ຊາດ ໂດຍໄດ້ມອບຄວາມຮັບຜິດ ຊອບໂດຍກົງ ແລະ ຮອບດ້ານໃຫ້ ເຈົ້າໜ້າທີ່ຕຳຫລວດນຳໃຊ້ເຄື່ອງມື ທາງກົດໝາຍທີ່ມີຢູ່ເພື່ອຕ້ານການກໍ່ການຮ້າຍ. ໃນປັດຈຸບັນເຄື່ອງມື ດ້ານນິຕິກຳຂອງມາເລເຊຍເພື່ອ ປ້ອງກັນຄວາມໝັ້ນຄົງຕ້ານອາຊະຍາກຳ ແລະ ການກະທຳທີ່ເປັນ ການກໍ່ການຮ້າຍປະກອບມີກົດ ໝາຍຕ້ານການກະທຳຜິດຕໍ່ຄວາມໝັ້ນຄົງສະບັບປີ 2012, ກົດໝາຍ ສະກັດກັ້ນອາຊະຍາກຳປີ 1959, ກົດໝາຍຕ້ານການກໍ່ການຮ້າຍປີ 2015 ແລະ ກົດໝາຍວ່າດ້ວຍສະ ພາຄວາມໝັ້ນຄົງແຫ່ງຊາດປີ 2015. ຢູ່ທາງເບື້ອງທະວີບເອີຣົບ, ປະເທດຝຣັ່ງກໍໄດ້ເຄັ່ງມະຕິການ ປ້ອງກັນ ແລະ ສະກັດກັ້ນແຜນ ການກໍ່ການຮ້າຍຂອງກຸ່ມກໍ່ການ ຮ້າຍພາຍຫລັງເຫດໂຈມຕີດ້ວຍ ອາວຸດຄັ້ງຮຸນແຮງທີ່ນະຄອນ ຫລວງປາຣີ ໃນວັນທີ 13 ເດືອນ ພະຈິກ ປີ 2015 ເຊິ່ງມີຜູ້ເສຍຊີວິດ ຫລາຍກວ່າ 130 ຄົນ. ຍ້ອນແນວ ນີ້ເອງໃນຕົ້ນເດືອນກຸມພາປີນີ້, ສະ ພາແຫ່ງຊາດຝຣັ່ງຈຶ່ງມີມະຕິສຽງ ສ່ວນຫລາຍໃຫ້ກຳນົດມາດຕາວ່າດ້ວຍສະຖານະການສຸກເສີນເຂົ້າ ເປັນສ່ວນໜຶ່ງຂອງລັດຖະທຳມະ ນູນ ເຊິ່ງເປັນກົດໝາຍແມ່. ຜູ້ສະ ໜັບສະໜູນມະຕິໃຫ້ເຫດຜົນວ່າ ການກຳນົດສະຖານະການສຸກເສີນໄວ້ໃນລັດຖະທຳມະນູນຈະເຮັດໃຫ້ວຽກແກ້ໄຂພາວະສຸກເສີນໄດ້ຮັບ ການຄຸ້ມຄອງຈາກການທ້າທາຍ ທາງກົດໝາຍຂອງພັກຝ່າຍທີ່ບໍ່ ເຫັນພ້ອມ. ຫລັງຈາກເກີດເຫດ ການກໍ່ການຮ້າຍໃນເດືອນພະຈິກປີຜ່ານມາ, ທາງການຝຣັ່ງກໍໄດ້ປະ ກາດພາວະສຸກເສີນທີ່ມີອາຍຸ 3 ເດືອນເຊິ່ງໄດ້ສິ້ນສຸດລົງແລ້ວໃນ ວັນທີ 26 ເດືອນກຸມພາປີ 2016 ນີ້. ກົດໝາຍວ່າດ້ວຍສະຖານະການ ສຸກເສີນ ໂດຍອີງໃສ່ມາດຕາກ່ຽວ ຂ້ອງໃນລັດຖະທຳມະນູນຈະໃຫ້ອຳນາດແກ່ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃນການບຸກໂຈມຕີ ແລະ ຄວບ ຄຸມຕົວບຸກຄົນໃນເຮືອນພັກໂດຍບໍ່ ຕ້ອງຜ່ານການພິຈາລະນາເຫັນດີ ຈາກສານ. ສ່ວນຢູ່ອິນໂດເນເຊຍ ນັ້ນ, ລັດຖະບານກໍໄດ້ຮ່າງກົດ ໝາຍຕ້ານການກໍ່ການຮ້າຍສະບັບໜຶ່ງຂຶ້ນໂດຍມີມາດຕະການທີ່ເຂັ້ມ ງວດກວດຂັນກວ່າເກົ່ານັ້ນຄືການ ໃຫ້ອຳນາດເຈົ້າໜ້າທີ່ຮັບຜິດຊອບ ການປະຕິບັດກົດໝາຍໃນການກັກຕົວຜູ້ຕ້ອງສົງໄສໂດຍບໍ່ຕ້ອງມີການສືບສວນໄດ້ສູງສຸດເຖິງ 3 ເດືອນ. ຮ່າງກົດໝາຍສະບັບນີ້ພວມຢູ່ໃນ ລະຫວ່າງການພິຈາລະນາໃນລັດຖະສະພາ ແລະ ເຊື່ອວ່າຈະຜ່ານໄດ້ ໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້.

No comments:

Post a Comment