Ad

Ad

10 March 2016

20 ມີນາ ຈົ່ງພ້ອມກັນເຂົ້າເລືອກຄົນດີສູ່ສະພາ

           ອີກບໍ່ພໍເທົ່າໃດວັນຕໍ່ໜ້ານີ້ ຄືວັນທີ 20 ມີນາ ປະຊາຊົນລາວທຸກເຜົ່າຜູ້ມີສິດເລືອກຕັ້ງໃນທົ່ວປະເທດກໍຈະພ້ອມກັນເຂົ້າໄປໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ເລືອກເອົາສະມາຊິກສະພາປະຊາຊົນຂັ້ນແຂວງ-ນະຄອນຫຼວງວຽງຈັນ (ສສຂ) ເຂົ້າສະພາ ເພື່ອເຮັດໜ້າທີ່ເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນຕາມທີ່ລະບຸໄວ້ໃນລັດຖະທໍາມະນູນແຫ່ງ ສປປ ລາວ.
          ການເລືອກຕັ້ງໃນຄັ້ງນີ້ ເນື້ອແທ້ກໍແມ່ນການປັບປຸງລະບົບອໍານາດແຫ່ງລັດໃຫ້ມີຄວາມເຂັ້ມ ແຂງລະຫວ່າງສູນກາງກັບທ້ອງຖິ່ນ ເຮັດໃຫ້ການເຄື່ອນໄຫວຂອງອົງການອໍານາດລັດມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອໍານາດແຫ່ງລັດຂອງພວກເຮົາເປັນອໍານາດລັດທີ່ມາຈາກປະຊາຊົນ
ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ທັງເປັນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ຍົກສູງຄຸນນະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ຂອງອົງການຕົວແທນທີ່ມາຈາກການເລືອກຕັ້ງໂດຍກົງຂອງປະຊາຊົນ ເພື່ອເລືອກເຟັ້ນເອົາບຸກຄະລາກອນທີ່ມີມາດຕະຖານເຂົ້າເປັນ ສສຊ-ສສຂ ແລະ ຍັງເປັນການນໍາໃຊ້ສິດປະຊາທິປະໄຕເຂົ້າໃນການເລືອກຕັ້ງເອົາຕົວແທນແຫ່ງສິດຜົນປະໂຫຍດຂອງຕົນຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
          ຜູ້ມີສິດປ່ອນບັດໃນທົ່ວປະເທດຈໍານວນ 3.988.000 ຄົນ, ຍິງ 2.006.000 ຄົນ ໃນນີ້ຫຼາຍກວ່າໝູ່ຢູ່ແຂວງສະຫວັນນະເຂດມີຈໍານວນ 596.000 ຄົນ, ຮອງລົງມາຢູ່ນະຄອນຫຼວງວຽງຈັນມີ 592.000 ຄົນ ແລະ ໜ້ອຍກວ່າໝູ່ແມ່ນຢູ່ແຂວງໄຊສົມບູນມີ 46.000 ຄົນ ແລະ ມີຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ VIII ຈໍານວນທັງໝົດ 211 ທ່ານ, ເລືອກເອົາ 149 ທ່ານ ແລະ ສສຂ ທັງໝົດ 508 ທ່ານ, ເລືອກເອົາ 360 ທ່ານ.
          ດັ່ງນັ້ນ, ໃນໂອກາດນີ້ຈຶ່ງຂໍຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດທັງຫຼາຍຈົ່ງພ້ອມກັນໄປໃຊ້ສິດຂອງຕົນຢ່າງເຕັມສ່ວນ ເພື່ອເລືອກເອົາຜູ້ແທນມີຄຸນນະທໍາ, ມີຄວາມຮູ້-ຄວາມສາມາດ ເພື່ອສາມາດປະ ຕິບັດພາລະບົດບາດໜ້າທີ່ເປັນຕົວແທນຂອງປະຊາຊົນໄປນັ່ງໃນສະພາມີຄວາມຊື່ສັດ, ທ່ຽງທໍາ, ບໍ່ອວດ ອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດ ເດັດດ່ຽວຕ້ານການສໍ້ລາດບັງຫຼວງ, ຕ້ານພະຍາດອາຍາສິດ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບກົດໝາຍຂອງບ້ານເມືອງ.
            ການເລືອກຕັ້ງໃນຄັ້ງນີ້ ຍັງມີຂໍ້ຫ້າມສໍາລັບຜູ້ມີສິດເລືອກຕັ້ງມີພຶດຕິກໍາດັ່ງນີ້: ບິດເບືອນແນວທາງນະໂຍບາຍ ແລະ ຄວາມເປັນຈິງກ່ຽວກັບການເລືອກຕັ້ງ; ໂຄສະນາໃສ່ຮ້າຍປ້າຍສີ ທັບຖົມຜູ້ສະໝັກເລືອກຕັ້ງ; ປັ່ນປ່ວນສ້າງສະຖານະການ ກໍ່ຄວາມບໍ່ສະຫງົບໃນໜ່ວຍເລືອກຕັ້ງ; ແຊກແຊງການຂີດບັດລົງຄະແນນສຽງຂອງຜູ້ອື່ນ ຫຼື ທໍາລາຍບັດເລືອກຕັ້ງ; ຂີດບັດລົງຄະແນນສຽງແບບຊະ ຊາຍ ຫຼື ບໍ່ຖືກຕ້ອງຕາມລະບຽບຫຼັກການ; ຮັບ ຫຼື ໃຫ້ສິນບົນ; ມີພຶດຕິກໍາອື່ນໆທີ່ເປັນການລະເມີດກົດໝາຍ ແລະ ລະບຽບທີ່ກ່ຽວຂ້ອງ. ພ້ອມດຽວກັນ ກໍມີຂໍ້ຫ້າມສໍາລັບຜູ້ຮັບສະໝັກຮັບເລືອກຕັ້ງມີພຶດຕິກໍາດັ່ງນີ້: ໂຄສະນາໃສ່ຮ້າຍປ້າຍສີທັບຖົມຜູ້ສະໝັກເລືອກຕັ້ງດ້ວຍກັນ; ໃຫ້ສິນບົນຊື້ຈ້າງຈອບອອຍຜູ້ມີສິດເລືອກຕັ້ງດ້ວຍຮູບການຕ່າງໆ; ໂຄສະນາຫາສຽງໃນມື້ເລືອກຕັ້ງ; ເຂົ້າຫຍຸ້ງກ່ຽວການນັບບັດຄະແນນຂອງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; ມີພຶດຕິກໍາທີ່ເປັນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງອື່ນໆ.
           ການເລືອກຕັ້ງ ສສຊ ຊຸດທີ VIII ແລະ ສສຂ ສຸດທີ່ມີຄວາມໝາຍສໍາຄັນ. ດັ່ງນັ້ນ ຈຶ່ງເລັ່ງທວງໃຫ້ທົ່ວທັງຊາດຈົ່ງເພີ່ມທະວີສະຕິລະວັງຕົວໃຫ້ສູງກວ່າເກົ່າ, ຫັນເອົາວຽກງານການເລືອກຕັ້ງ ສສຊ ແລະ ສສຂ ໃນຄັ້ງນີ້ເປັນພັນທະໜ້າທີ່ການເມືອງອັນສູງສົ່ງຂອງຕົນ, ຮັບປະກັນໃຫ້ການເລືອກຕັ້ງບັນລຸ 3 ຄາດໝາຍມີ 300% ຄືຕ້ອງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ບັນຫາ 2: ຕ້ອງຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄດ້ໃຊ້ສິດປ່ອນບັດຂອງຕົນດ້ວຍຄວາມສະໝັກໃຈ, ບັນຫາສຸດທ້າຍ ຕ້ອງຮັບປະກັນການລົງຄະແນນສຽງໃຫ້ຖືກຕ້ອງຕາມກົດໝາຍ. ສໍາລັບການປ່ອນບັດເລືອກຕັ້ງແມ່ນເລີ່ມແຕ່ເວລາ 7:00 ໂມງເຊົ້າຫາ 17:00 ໂມງແລງຂອງວັນອາທິດ ວັນທີ 20 ມີນາ 2016 ຕ້ອງໃຫ້ສໍາເລັດໃນຂອບເຂດທົ່ວປະເທດ.

                                                                              # ຂຽນໂດຍ: ຣັດສະໝີ ດວງສັດຈະ

No comments:

Post a Comment