Ad

Ad

10 March 2016

ຈົ່ງເອົາໃຈໃສ່ປະຕິບັດ 5 ປ ເພື່ອປ້ອງກັນພະຍາດໄຂ້ເລືອດອອກ

ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃຫ້ຮູ່ວ່າ: ເນື່ອງຈາກປັດຈຸບັນສະພາບອາ ກາດມີການປ່ຽນແປງຮ້ອນຂຶ້ນຈຶ່ງເປັນເງື່ອນໄຂໃຫ້ຍຸງລາຍຊຶ່ງເປັນພາຫະນຳເຊື້ອພະຍາດໄຂເລືອກອອກຂະຫຍາຍພັນໄດ້ດີ ແລະ ອາດມີຄວາມສ່ຽງທີ່ຈະກໍໃຫ້ເກີດການລະບາດ ພະຍາດໄຂ້ເລືອດອອກໄດ້ງ່າຍຖ້າຫາກບໍ່ມີການປ້ອງກັນທີ່ດີຄື: ນັບແຕ່ເດືອນມັງກອນ 2016 ມາຮອດ ປັດຈຸບັນສະເພາະຢູ່ນະຄອນຫຼວງວຽງຈັນມີຈຳນວນຜູ້ຕິດເຊື້ອໄຂ້ເລືອດ ອອກແລ້ວຫຼາຍກວ່າ 40 ກໍລະນີ້, ແຕ່ຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ດັ່ງນັ້ນ ເພື່ອເປັນການກຽມພ້ອມສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ເລືອດອອກບໍ່ໃຫ້ເກີດມີການລະບາດ, ທັງເປັນການປ້ອງກັນແຕ່ຫົວທີດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນລາວບັນດາເຜົ່າທີ່ຢູ່ທ້ອງ
ຖິ່ນຕ່າງໆໃນທົ່ວປະເທດ, ກໍຄືຊາວນະຄອນຫຼວງວຽງຈັນ, ຈົ່ງເປັນເຈົ້າການເອົາໃຈໃສ່ທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ມີຜົນ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ປະຕິບັດຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: ປ 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, ປ 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ, ປ3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ປ4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ, ປ 5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພ້ອມນັ້ນກໍຕ້ອງເອົາໃຈໃສ່ປ້ອງກັນພະຍາດຕາມລະດູການຕ່າງຄື: ຖອກທ້ອງ, ຕາແດງ, ໄຂ້ຫວັດ ແລະ ພະຍາດອື່ນໆ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ໂດຍສະເພາະແມ່ນການກິນຢູ່ໃຫ້ສະອາດ, ເນື່ອງຈາກປັດຈຸບັດສະພາບອາການເລີ່ມມີການປ່ຽນແປງຮ້ອນຂຶ້ນຈຶ່ງເປັນເງື່ອນໄຂກໍ່ໃຫ້ເກີດພະຍາດຕາມລະດູການຕ່າງໆໄດ້ງ່າຍ.

No comments:

Post a Comment