![]() |
ພາບ-ຂ່າວ : ຫນັງສືພິມ ປກສ |
ເມື່ອສອງອາທິດຜ່ານມາ ໄດ້ເກີດເຫດສະເທືອນຂວັນ
ຄືມີຊາຍໜຸ່ມຄົນໜຶ່ງຖືກຄາດຕະກຳຢ່າງໂຫດຫ້ຽມໃນຫ້ອງເຊົ່າຂອງຕົນ ທີ່ເມືອງປາກເຊ
ແຂວງຈຳປາສັກ. ຜ່ານການລົງສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນຈຸດເກີດເຫດຮູ້ວ່າ:
ຜູ້ຕາຍຊື່ທ້າວ ພູຜ່ານ ອາຍຸ 32 ປີ ຢູ່ບ້ານເຊໂນ ເມືອງອຸ ທຸມພອນ ແຂວງສະຫວັນນະເຂດ
ເຊິ່ງຖືກຂອງມີຄົມແທງຫລາຍຈຸດຕາມຮ່າງກາຍ ແລະ ບໍລິເວນຫົວກໍຖືກກະທົບ, ຈາກນັ້ນ
ເຈົ້າໜ້າທີ່ຈຶ່ງໄດ້ເລັ່ງຕິດຕາມຕົວຄາດຕະກອນໃຈໂຫດລາຍນີ້ຢ່າງໃກ້ຊິດ ແລະ ໃນທີ່ສຸດກໍສາມາດຈັບຕົວມາດຳເນີນຄະດີໄດ້
ເມື່ອວັນທີ 6 ກໍລະກົດຜ່ານມານີ້ ຫລັງຈາກເອົາຕົວຫລົບໜີຂຶ້ນມາຢູ່ນະຄອນຫລວງວຽງຈັນ.
ຜູ້ຕ້ອງຫາຊື່ວ່າທ້າວ ຄຳໄຊ ອາຍຸ 18 ປີ
ຢູ່ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່
ຜູ້ກ່ຽວຮັບສາລະພາບວ່າ: ຕົນໄດ້ລົງມາເຂົ້າໂຮງຮຽນມັດທະຍົມປາຍແຫ່ງໜຶ່ງຢູ່ເມືອງບາຈຽງ
ແຂວງຈຳປາສັກ ໃນປີ 2014 ແລະ ເມື່ອກາງເດືອນມິຖຸນາ 2016
ຕົນໄດ້ຮູ້ຈັກກັບຜູ້ຕາຍຢູ່ຮ້ານເບຍແຫ່ງໜຶ່ງ ແລະ ໄດ້ມີການຕິດຕໍ່ພົວພັນບາງຄັ້ງຄາວ.
ໃນມື້ເກີດເຫດຄື 23 ມິຖຸນາ 2016 ຜູ້ຕາຍໄດ້ຂັບລົດໃຫຍ່ໄປຮັບຕົນຢູ່ຮ້ານເບຍແຫ່ງໜຶ່ງແລ້ວພາກັນໄປຫ້ອງເຊົ່າ
ໂດຍຜູ້ຕາຍບອກວ່າແວ່ອາບນ້ຳ ເພື່ອຈະໄປຫລິ້ນຮ້ານບັນເທີງຕໍ່, ຫລັງຈາກນັ້ນທັງສອງເກີດການຜິດຖຽງກັນຢ່າງແຮງແລ້ວຕົນໄດ້ແລ່ນເຂົ້າໄປຫ້ອງຄົວຈັບມີດປາຍແຫລມດວງໜຶ່ງມາແທງໃສ່ບໍລິເວນທ້ອງຜູ້ຕາຍ
ແຕ່ຜູ້ຕາຍຍັງຕໍ່ສູ້ຈຶ່ງໄດ້ເອົາແຂນຮັດຄໍ ແລະ ເອົາສາກເຂົ້າ ເບືອຕີບໍລິເວນຫົວສອງຄັ້ງ
ແລະ ໃຊ້ມີດອີກດວງໜຶ່ງແທງເຂົ້າອີກບໍລິເວນຄໍ ແລະ ລຳຕົວຂອງຜູ້ຕາຍຈົນເສຍຊີວິດ.
ຈາກນັ້ນໄດ້ເອົາສາຍຄໍຄຳ ແລະ ໂທລະສັບຂອງຜູ້ຕາຍຫລົບໜີອອກທາງດ້ານຫລັງຫ້ອງເຊົ່າ,
ມາຮອດວັນທີ 28 ຕົນໄດ້ຂີ່ລົດໂດຍສານຂຶ້ນມານະຄອນຫລວງວຽງຈັນ
ພ້ອມທັງຂາຍສາຍຄໍຄຳຂອງຜູ້ຕາຍໃຫ້ຜູ້ໂດຍສານຄົນໜຶ່ງທີ່ນັ່ງລົດມານຳກັນແລ້ວມາລີ້ຊ້ອນຕົວຢູ່ບ້ານຫ້ວຍນ້ຳເຢັນ
ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແລະ
ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໄດ້ໃນທີ່ສຸດ.
No comments:
Post a Comment