Ad

Ad

20 July 2016

ໂຄງການເຊໂປນເອົາໃຈໃສ່ບົດບາດແຮງງານເພດຍິງ

            ຫລາຍຄົນອາດເຂົ້າໃຈວ່າ: ການຂຸດຄົ້ນແຮ່ສ່ວນໃຫຍ່ແມ່ນໜ້າທີ່ວຽກງານຂອງຜູ້ຊາຍເທົ່ານັ້ນ, ແຕ່ໃນຕົວຈິງແລ້ວ ຢູ່ໃນໂຄງການບໍ່ຄຳ-ທອງເຊໂປນເພດຍິງແມ່ນນັບມື້ມີບົດບາດສຳຄັນໃນການຕັດສິນໃຈດ້ານເສດຖະກິດ-ສັງຄົມທີ່ກ່ຽວຂ້ອງກັບບໍ່ແຮ່.
           ຕາມການລາຍງານຂອງພະແນກສື່ສານໂຄງການເຊໂປນ ໃຫ້ຮູ້ວ່າ: ໃນບົດລາຍງານກ່ຽວກັບການຂຸດຄົ້ນແຮ່ ແລະ ແມ່ຍິງໃນລາວ ແລະ ໄທ ເມື່ອປີຜ່ານມາ ຊີ້ໃຫ້ເຫັນວ່າ: ການຂຸດຄົ້ນແຮ່ໄດ້ນຳເອົາຜົນປະໂຫຍດທາງບວກດ້ານເສດຖະກິດ-ສັງຄົມ ແລະ ການມີອຳນາດຕັດສິນໃຈຂອງແມ່ຍິງ ໂດຍສະເພາະໄດ້ສ້າງໃຫ້ເຂົາເຈົ້າມີວຽກເຮັດຫລາຍຂຶ້ນ, ມີລາຍຮັບເພີ່ມຂຶ້ນ. ສຳລັບຢູ່ໂຄງການເຊໂປນ ແຂວງສະຫວັນນະເຂດ ພະນັກງານຍິງກວມປະມານ 25% ຂອງແຮງງານທັງໝົດ, ໃນນັ້ນຕຳແໜ່ງຂັ້ນບໍລິຫານກວມປະມານ 40% ແລະ 27% ເປັນຜູ້ຄວບຄຸມລົດແກ່ແຮ່.

             ພະນັກງານເພດຍິງຂອງໂຄງການຕ່າງໆມີຄຳເຫັນເປັນເອກະພາບກັນວ່າ: ບໍ່ແຮ່ໄດ້ນຳຜົນປະ ໂຫຍດມາໃຫ້ພວກເຮົາ, ສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ດີ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວ.
            ນັບແຕ່ເລີ່ມໂຄງການໃນປີ 2002 ເປັນຕົ້ນມາ, ບໍ່ຄຳເຊໂປນໄດ້ປະກອບສ່ວນຫລາຍກວ່າ 1,3 ຕື້ໂດລາສະຫະລັດ ໃຫ້ແກ່ລັດຖະບານ ຈາກຄ່າພາສີອາກອນ, ພາສີຊັບພະຍາກອນແຮ່ທາດ, ເງິນປັນຜົນ ລວມເຖິງແຜນງານພັດທະນາອື່ນໆ ອັນໄດ້ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ຊຸມຊົນ ສາມາດພັດທະນາພະນັກງານທ້ອງຖິ່ນກວມປະມານ 95% ແມ່ນຄົນລາວ, ໃນນັ້ນ 25% ເປັນເພດຍິງ, ສ້າງແຜນງານເພື່ອສະໜັບສະໜູນແມ່ຍິງດ້ວຍການຫລຸດຜ່ອນວຽກໃຫ້ສັ້ນລົງຈາກເຮັດວຽກ 28 ມື້ພັກ 14 ມື້ ມາເປັນເຮັດວຽກ 14 ມື້ພັກ 7 ມື້ ເພື່ອໃຫ້ໂອກາດແມ່ຍິງມີເວລາພັກຜ່ອນຢູ່ກັບຄອບຄົວ, ເມື່ອອິດເມື່ອຍໃນເວລາເຮັດວຽກກໍສາມາດແຈ້ງພັກຜ່ອນໄດ້ ພ້ອມທັງໄດ້ຮັບການກວດສຸຂະພາບເປັນປະຈຳ.
             ທ່ານນາງ ສຸຣິດາຮັກ ສາກົນນິຍົມ ຫົວໜ້າພະແນກສື່ສານໂຄງການ ກ່າວວ່າ: ນະໂຍບາຍການຈ້າງງານຂອງພວກເຮົາແມ່ນບົນພື້ນຖານການສົ່ງເສີມຄວາມຫລາກຫລາຍ ແລະ ການມີສ່ວນຮ່ວມຂອງພະນັກງານ ອັນສຳຄັນພວກເຮົາໃຫ້ບູລິມະສິດຄົນທ້ອງຖິ່ນກວ່າໝູ່ ເພື່ອຮັກສາການສະໜັບສະໜູນຂອງຊຸມຊົນທ້ອງຖິນ.

           ທ່ານນາງ ອາລິຈິດ ພົມມະຮັກ ຫົວໜ້າກອງທຶນຫລຸດຜ່ອນຄວາມທຸກຍາກໂຄງການ ກ່າວວ່າ: ບໍລິສັດມີຄວາມມຸ້ງໝັ້ນເພື່ອສ້າງຄວາມອຸດົມຮັ່ງມີໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ຍິງ, ປັດຈຸ ບັນລາຍຮັບຄົວເຮືອນຂອງປະຊາຊົນເມືອງວິລະບູລີໄດ້ເພີ່ມຂຶ້ນ 10 ເທົ່າ ນັບແຕ່ໂຄງການເລີ່ມດຳ ເນີນງານໃນລາວ.

No comments:

Post a Comment