Ad

Ad

19 May 2015

ອີ​ຢູ ສະຫລອງ​ວັນ​ຕໍ່ຕ້ານ​ການ​ກຽດ​ຊັງ ​ແລະ ທຸກ​ການຈຳ​ແນ​ກຕໍ່​ກຸ່ມ​ຄົນ​ທີ່​ຮັກ​ເພດ​ດຽວ​ກັນ ທີ່​ນະຄອນຫລວງ​ວຽງ​ຈັນ



     ໃນຕອນຄ່ຳຂອງວັນທີ 18 ພຶດສະພານີ້, ສຳນັກງານຜູ້ຕາງໜ້າສະຫະພາບ​​ເອີຣົບ ປະຈຳລາວ, ​ໄດ້ຈັດງານສະເຫລີມສະຫລອງວັນຕໍ່ຕ້ານການກຽດຊັງແລະ ທຸກການຈຳແນກຕໍ່ກຸ່ມຄົນທີ່ຮັກເພດດຽວກັນ ຂຶ້ນທີ່ສຳນັກງານຂອງຕົນ, ໃນນະຄອນຫລວງວຽງຈັນ, ​​ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການສາກົນແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.
     ທ່ານ ມີແຊນໂກແຟງອຸປະທູດ ຜູ້ຕາງໜ້າສະຫະພາບເອີຣົບ ປະຈຳລາວ ກ່າວວ່າ: ວັນທີ 17 ພຶດສະພາຂອງທຸກໆປີ ​​​​ເປັນວັນຕໍ່ຕ້ານການກຽດຊັງແລະ ທຸກການຈຳແນກຕໍ່ກຸ່ມຄົນທີ່ຮັກເພດດຽວກັນສາກົນ (International Day Against Homophobia, Transphobia and Biphobia ຫລື IDAHO), ​​ສະຫະພາບເອີຣົບໃນທົ່ວໂລກ ໄດ້ຈັດໃຫ້ມີການສະເຫລີມສະຫລອງວັນດັ່ງກ່າວຂຶ້ນ, ເພື່ອສະແດງອອກເຖິງຄວາມໝຸ້ງໝັ້ນອັນແຮງກ້າຂອງ
ສະຫະພາບເອີຣົບໃນການຢຸດຕິທຸກຮູບການຈຳແນແລະ ການນຳໃຊ້ຄວາມຮຸນແຮງຕໍ່ກຸ່ມຄົນເຫລົ່ານັ້ນ, ພ້ອມນີ້ ອີຢູປະຈຳລາວ ຍັງຈະສືບຕໍ່ນຳໃຊ້ມາດຕະການຕ່າງໆເພື່ອຢຸດຕິການຈຳແນກຕໍ່ກັບທາງເລືອກແລະ ຕົວຕົນທີ່ແທ້ຈິງທາງ​​ເພດ, ມະນຸດທຸກຄົນລ້ວນແລ້ວແຕ່ມີສິດ​​ເທົ່າທຽມກັນດ້ານກຽດສັກສີແລະ ມີສິດທີ່ຈະໄດ້ຮັບສິດເຫລົ່ານັ້ນຕາມທີ່ລະບຸໄວ້ໃນຖະແຫລງການສາກົນດ້ານສິດທິມະນຸດ.    

No comments:

Post a Comment