Ad

Ad

19 May 2015

ການເພີ່ມຂຶ້ນຂອງທຸລະກິດຂະໜາດນ້ອຍ ແລະ ກາງ (SME) ມີສ່ວນສຳຄັນຕໍ່ການຫຍາຍຕົວຂອງເສດຖະກິດ​


ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ໃຫ້​ຮູ້ວ່າ: ປະເທດໃດໜຶ່ງຈະພັດ ທະນາໄປໄດ້ ຢ່າງວ່ອງໄວນັ້ນ, ສ່ວນໜຶ່ງ ແມ່ນມາຈາກການລົງທຶນພາຍໃນປະເທດທີ່ເພີ່ມຂຶ້ນ, ບໍ່ວ່າຈະເປັນການລົງທືນຂະແໜງນ້ອຍ, ກາງແລະໃຫຍ່, ເຊັ່ນ ດຽວກັບປະເທດ ເຮົາທີ່ມີການ ພັດທະນາແລ້ວ ກໍລ້ວນແລ້ວມີການລົງທຶນຂະ​ໝາດເຂົ້າໃຈ ຂະແໜງ ການຕ່າງໆ ໄດ້ຢ່າງ ຫລວງຫລາຍ​ເຊັ່ນ: ອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ​, ​ໂດຍ​ຕິດ​ພັນ​ກັບ​​ໂຄງການ​ໜຶ່ງ​ເມືອງ​ໜຶ່ງ​ຜະລິດ​ຕະພັນ​ຂອງ​ລັດ​ຖະບານ (ODOP), ຫັດຖະກຳ​ທີ່​ເຮ​ັດ​ເປັນ​ກຸ່ມ​ຊຸມ​ຊົນ​ທີ່​ຍັງ​ບໍ່​ສາມາດ​ເຂົ້າ​ເຖິງ​ແຫລ່ງທຶນ​ໄດ້, ການທ່ອງ​ທຽວ ​ແລະ​ກິດຈະການ​ທີ່​ກ່ຽວຂ້ອງ​ກັບ​ການທ່ອງທ່ຽວ, ການທ່ອງທ່ຽວ​ແບບ​ອະນຸ ລັກ​ທີ່​ປະຊາຊົນ, ຊຸມ​ຊົນ​ ແລະ ​ຂະ​ແໜງ​ການ​ອື່ນໆມີ​ສ່ວນ​ຮ່ວມ​ເຫັນ​ວ່າ​ມີ​ປະສິດທິ​ຜົນ​ຄື: ການ​ປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​
ລະບຽບ​ການ​ ແລະ ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຕໍ​ພາກ​ທຸລະ​ກິດ, ການ​ປັບປຸງ​ການ​ເຂົ້າ​ຫາ​ແຫຼ່ງທຶນ, ການ​ສ້າງ​ຜູ້​ປະກອບ​ການ​ໃໝ່,​ ເພີ່ມ​ທະວີ​ໃຫ້ການ​ຊ່ວຍ​ເຫຼືອ​ ແລະ​ ການ​ບໍລິການ​ພັດທະນາ​ທຸ​ລະ​ກິດ, ​ເພີ່ມ​ການ​ຮ່ວມ​ມື​ທຸລະ​ກິດ​ຂະ​ໝາດ​ໃຫຍ່, ຂະ​ໜາດ​ກາງ​ ແລະ​ ຂະ​ແໜງ​ນ້ອຍ, ສົ່ງ​ເສີມ​ການ​ເພີ່ມ​ຜະລິດ​ຕະພາບ, ສົ່ງ​ເສີມ​ການ​ເຂົ້າ​ຫາ​ຕະຫຼາດ​ ແລະ​ ການ​ຂະຫຍາຍ​ຕະຫຼາດ ແລະ ເຫັນວ່າການເພີ່ມຂຶ້ນຂອງທຸລະກິດຂະໜາດນ້ອຍແລະກາງທີ່ເພີ່ມຂຶ້ນໃນປັດຈຸບັນມີສ່ວນສຳຄັນຕໍ່ການຂະຫຍາຍ ຕົວທາງ ດ້ານເສດຖະກິດຂອງປະເທດ.

No comments:

Post a Comment