ທ່ານປະທານ ສຸພານຸວົງ
ແມ່ນເປັນຜູ້ນຳທີ່ມີຄວາມຈົງຮັກພັກດີ ຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງ
ອົງອາດກ້າແກ່ນ ແລະ ພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ,
ນັບຖືໝູ່ຄະນະ, ມີຄວາມ
ສາມັກຄີຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງຈັງ, ດຳລົງຊີວິດຢ່າງຊື່ສັດສຸດຈະລິດ
ແລະ ງ່າຍດາຍ, ເປັນນັກປັນຍາຊົນ ຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ຢ່າງອາດຫານ, ມີທັດສະນະຫລັກໝັ້ນ
ແລະ ມີນ້ຳໃຈເສຍສະຫລະອັນສູງສົ່ງເພື່ອປະເທດ ຊາດ ແລະ ປະຊາຊົນ, ປະທານສຸພານຸວົງ ເປັນນັກປະຕິວັດ, ນັກຮັກຊາດ ທີ່ແທ້ຈິງ,
ເປັນໜຶ່ງໃນຜູ້ນຳທີ່ ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ໃນຕະຫລອດຊີວິດຂອງເພີ່ນບໍ່ວ່າຢູ່ໃນຕຳແໜ່ງໃດ, ຄວາມຮັບ ຜິດຊອບອັນໃດ
ເພີ່ນໄດ້ອຸທິໝົດຈິດໝົດໃຈດວ້ຍຫົວຄິດປະດິດສ້າງຂອງຕົນເອງ ໃຫ້ແກ່ພາລະກິດ ປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ ອະທິປະໄຕຂອງຊາດ ແລະ ຄວາມ ສົມບູນພູນສຸກຂອງປະຊາຊົນລາວ ບັນດາເຜົ່າ.
Ad
14 July 2015
ວາງພວງມາລາໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 106 ປີ
Subscribe to:
Post Comments (Atom)
No comments:
Post a Comment