Ad

Ad

1 July 2013

ມູນນິທິສະມາຄົມຈີນເມືອງປາກເຊປະກອບສ່ວນຊ່ວຍເຫລືອປິ່ນປົວຜູ້ຕິດເຊື້ອໄຂ້ເລືອດອອກ



    
ເມື່ອວັນທີ 26 ມິຖຸນາຜ່ານມານີ້, ຜູ້ຕາງໜ້າມູນນິທິສະມາຄົມຈີນເມືອງປາກເຊ ແຂວງຈຳປາສັກ ໄດ້ນຳເອົາຢາປົວພະຍາດ, ອາຫານແຫ້ງ ແລະ ເຄື່ອງຮັບໃຊ້ການແພດຈຳນວນໜຶ່ງລວມມີມູນຄ່າ ຫລາຍ ກວ່າ 12 ລ້ານກີບ ໄປມອບໃຫ້ໂຮງໝໍແຂວງຈຳປາສັກເພື່ອນຳໃຊ້ເຂົ້າໃນການປິ່ນປົວຜູ້ຕິດ ເຊື້ອພະ ຍາດ ໄຂ້ເລືອດອອກທີ່ພວມລະບາດຢ່າງຮ້າຍແຮງຢູ່ທ້ອງຖິ່ນດັ່ງກ່າວ ແລະ ເປັນສ່ວນໜຶ່ງ ເພື່ອຊ່ວຍໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນໄດ້ມີເງື່ອນໄຂຮັບການປິ່ນປົວເບິ່ງແຍງສຸຂະພາບຢູ່ໂຮ ງໝໍດັ່ງກ່າວ.
    ກໍດັ່ງພະແນກສາທາລະນະສຸກແຂວງຈຳປາສັກແຈ້ງໃຫ້ຮູ້ວ່າ: ສະພາບໄຂ້ເລືອດອອກຍັງສື ບຕໍ່ລະ ບາດໜັກຢູ່ທົ່ວແຂວງຂອງຕົນເຊິ່ງໄລ່ມາຮອດປັດຈຸບັນມີຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍກວ່າ 2.200 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 18 ຄົນ ຈົນໂຮງໝໍຫລາຍ ແຫ່ງເກີດສະພາບຄົນເຈັບລົ້ນໂຮງໝໍຈຳເປັນຕ້ອງ ໄດ້ນຳໃຊ້ຫ້ອງປະຊຸມເປັນ ບ່ອນນອນຄົນເຈັບກໍມີ. ຕໍ່ສະພາບດັ່ງກ່າວທາງອຳນາດການປົກຄອງ ແລະ ພ ແນກສາທາລະນະສຸກແຂວງກໍໄດ້ສຸມໃສ່ຫາທຸກວິທີເພື່ອອຳນວຍຄວາມ ສະດວກໃຫ້ປະຊາຊົນຜູ້ຕິດເຊື້ອ ພະຍາດດັ່ງກ່າວໄດ້ຮັບການປິ່ນປົວ. ພ້ອມນັ້ນກໍໄດ້ອອກແຮງເຮັດວຽກງານໂຄສະນາສຸຂະສຶກສາເພື່ອປູກຈິດສຳນຶກ ໃຫ້ປະຊາຊົນຮູ້ຈັກຮັກສາອະນາໄມສິ່ງແວດລ້ອມເພື່ອຈຳກັດແຫລ່ງເພາະພັນ ແລະ ບ່ອນຢູ່ອາໄສ ຂອງຍຸງລາຍເຊິ່ງເປັນຕນຳເຊື້ອພະຍາດດັ່ງ ກ່າວໃຫ້ຫລຸດຜ່ອນລົງ.

No comments:

Post a Comment